ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຍ້ອງຍໍຜົນງານຂອງ
ຄະນະຊ່ຽວຊານ ໂຮງໝໍຊີຈິງກອງທັບປົດປ່ອຍປະຊາຊົນຈີນ


     ວັນທີ 11 ພຶດສະພາ ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີສະຫຼຸບ ແລະ ຍ້ອງຍໍຜົນງານ ຂອງຄະນະຊ່ຽວຊານ ໂຮງໝໍຊີຈິງ ມະຫາວິທະຍາໄລ
ການແພດ ທະຫານອາກາດ ກອງທັບ ປົດປ່ອຍປະຊາຊົນຈີນ ຊຸດທີ VI ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການຄະນະ
ປະຈໍາພັກ ກະຊວງ ຮອງລັດຖະະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາ ກົມໃຫຍ່ພະລາທິການກອງທັບ, ກົມເສນາຮັກ, ຫ້ອງວ່າການກະຊວງ, ຄະນະ
ຊ່ຽວຊານໂຮງໝໍຊີຈິງ, ຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ ແລະ ພະແນກການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ຮສຈ ດຣ ໄຊ້ກົວຊີ້ງ ຫົວໜ້າຄະນະຊ່ຽວຊານ ໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະ 6 ເດືອນທີ່ມາປະຈໍາຢູ່ ໂຮງໝໍສູນກາງ 103 ກອງທັບ
ຄະນະຊ່ຽວຊານ ໄດ້ສຸມທຸກຄວາມພະຍາຍາມປະກອບສ່ວນເຂົ້າໃນຜົນສໍາເລັດລວມ ຂອງ ໂຮງໝໍສູນກາງ 103 ກອງທັບ ໃນການຊີ້ນໍາ ແລະ ເປັນທີ່ປຶກ
ສາ ໃຫ້ແກ່ແພດໝໍກອງທັບປະຊາຊົນລາວ ເປັນຕົ້ນແມ່ນການຜ່າຕັດ, ການກວດພະຍາດຄົນເຈັບ ແລະ ຊີ້ນໍາວຽກງານພະຍາບານ ເປັນຫຼັກສາມາດບໍລິການ
ກວດພະຍາດຄົນເຈັບເຂດນອກ ແລະ ເຂົ້ານອນປິ່ນປົວໄດ້ທັງໝົດ 2.000 ເທື່ອຄົນ, ຮັບປະກັນສຸຂະພາບໃຫ້ນາຍທະຫານຂັ້ນສູງ ແລະ ຄອບຄົວໄດ້ 200
ກວ່າເທື່ອຄົນ, ກວດພະຍາດຄົນເຈັບຜ່ານເຄື່ອງສື່ສານທາງໄກ ໄດ້ 40 ກວ່າຄັ້ງ, ກວດພະຍາດຄົນເຈັບແບບສິດສອນ 30 ຄັ້ງ, ຂຶ້ນຫ້ອງສິດສອນພາກທິດ
ສະດີ ແລະ ປະຕິບັດຕົວຈິງ 40 ຄັ້ງ, ຜ່າຕັດ 70 ກວ່າກໍລະນີ. ໃນນັ້ນໄດ້ຜ່າຕັດຄົນເຈັບທີ່ເປັນກ້ອນເບົ້າຮັງໄຂ່ຂະໜາດໃຫຍ່ ໃຫ້ຄົນເຈັບທີ່ມີອາຍຸ 90 ປີ,
ຜ່າຕັດກ້ອນເບົ້າສະໝອງເຂດເທມໂປລາໃນ ຄົນເຈັບທີ່ເປັນຊັກບ້າໝູຮ້າຍແຮງ, ຜ່າຕັດກ້ອນເບົ້າແອ້ສັນຫຼັງໃຫ້ແມ່ມານ, ຜ່າຕັດກ້ອນເບົ້າສະໝອງກີຣໂອ
ມາຂະໜາດໃຫຍ່ໃຫ້ ຄົນເຈັບທີ່ເປັນເດັກນ້ອຍ, ຜ່າຕັດປ່ຽນຂໍ່ໃຫ້ຄົນເຈັບທີ່ມີອາຍຸ 84 ປີ ແລະ ຜ່າຕັດກະດູກສັນຫຼັງ ແບບບາດແຜນ້ອຍ. ນອກຈາກນີ້,
ຄະນະຊ່ຽວຊານຍັງໄດ້ຊ່ວຍທ່ານໝໍ ໂຮງໝໍສູນກາງ 103 ກອງທັບ ຜ່າຕັດຍົກມົດລູກຜ່ານກ້ອງສ່ອງ, ຜ່າຕັດມະເຮັງປາກມົດລູກ, ຜ່າຕັດມະເຮັງຊ່ອງຄອດ
ນອກ, ຜ່າຕັດມະເຮັງຮັງໄຂ່ແບບແບ່ງໄລຍະ, ເຊີດຊູຄົນເຈັບເລືອດໄຫຼຫຼາຍຫຼັງເກີດລູກ ແລະ ຜ່າຕັດໃຫ້ຄົນເຈັບຖືພາມີກ້ອນເບົ້າແອ້ສັນຫຼັງບໍລິເວນກ້ານຄໍ.

     ສະຫາຍ ພັນເອກ ປອ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະການປະຕິບັດ
ໜ້າທີ່ເຫັນໄດ້ວ່າ ຄະນະຊ່ຽວຊານໄດ້ນໍາເອົາບັນດາເຕັກນິກໃໝ່ທີ່ທັນສະໄໝເຂົ້າມານໍາໃຊ້ໃນ ໂຮງໝໍສູນກາງ 103 ກອງທັບເຊັ່ນ: ການຜ່າຕັດຜ່ານທໍ່ພະ
ຍາດມະເຮັງປາກມົດລູກໄລຍະແຜ່ລາມ, ການຜ່າຕັດຜ່ານທໍ່ຍົກມົດລູກ, ການຜ່າຕັດກ້ອນເບົ້າໃນສະໝອງຢູ່ເຂດເລິກ ຢູ່ໃນຕໍາແໜ່ງສໍາຄັນ ແລະ ການປິ່ນ
ປົວພະຍາດຫົວໃຈ. ພ້ອມນີ້ຄະນະຊ່ຽວຊານຍັງໄດ້ມີຄວາມພະຍາມຍາມ ແລະ ຕັ້ງໃຈສູງໃນການສ້າງແຜນການເຮັດວຽກ, ອອກແບບສ້າງຫ້ອງເຝິກອົບຮົມ
ວຽກງານພະຍາບານ, ແນະນໍາປະຕິບັດບັນດາເຕັກນິກການພະຍາບານຢ່າງລະອຽດ ແລະ ເກັບກໍາການກວດກາ, ສອບເສັງ, ຕີລາຄາປະເມີນຜົນຄຸນນະພາບ
ຂອງພະຍາບານຢູ່ໃນ ໂຮງໝໍສູນກາງ 103 ກອງທັບ ແລະ ສາມາດຢັ້ງຢືນພະຍາບານດີເດັ່ນໄດ້ 40 ສະຫາຍ. ນອກນັ້ນ, ຍັງຂຶ້ນຫ້ອງແລກປ່ຽນດ້ານເອກະ
ສານຕ່າງໆ, ມອບປຶ້ມຮູບແບບ PDF, ວີດີໂອ, ເຄື່ອງປິ່ນເຕີ 3D ທີ່ແທດເໝາະກັບສະພາບການເຮັດວຽກຕົວຈິງໃຫ້ແກ່ ໂຮງໝໍສູນກາງ 103 ກອງທັບ
ອັນໄດ້ປະກອບສ່ວນສໍາຄັນເຮັດໃຫ້ ໂຮງໝໍສູນກາງ 103 ກອງທັບ ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ຈາກຜົນງານດັ່ງກ່າວນັ້ນ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ ໄດ້ຕົກລົງມອບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ແກ່ ຄະນະຊ່ຽວຊານໂຮງໝໍຊີຈິງ ຊຸດ ທີ VI ຈໍານວນ 10 ສະຫາຍ ແລະ ມອບ
ໃບຍ້ອງຍໍຂອງ ໂຮງໝໍສູນກາງ 103 ກອງທັບ ໃຫ້ແກ່ຄະນະຊ່ຽວຊານດັ່ງກ່າວເຊັ່ນດຽວກັນ ໂດຍການມອບຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງ
ລັດຖະມົນຕີ ກະຊວງປ້ອງກັນປະເທດ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນຫຼາຍບັນຫາຕໍ່ຄະນະຊ່ຽວຊານ ພ້ອມກັນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານອົບຮົມ
ພະນັກງານ-ແພດໝໍ, ຊ່ວຍເຫຼືອທາງດ້ານເຕັກນິກ-ວິທະຍາສາດການແພດ, ວິຊາການສະເພາະ ທີ່ກ່ຽວຂ້ອງ ໃຫ້ແກ່ພະນັກກງານວິຊາການ ໂຮງໝໍສູນກາງ
103 ກອງທັບປະຊາຊົນລາວ ເພື່ອຍົກສູງຄຸນນະພາບໃນການປິ່ນປົວໃຫ້ທຽບເທົ່າກັບສາກົນ, ປະຕິບັດສັນຍາຮ່ວມມືຂອງ ກະຊວງປ້ອງກັນປະເທດ, ຂອງ
ກົມກອງກັບບັນດາສະຫາຍຊ່ຽວຊານ ສປ ຈີນ ໃນການຊ່ວຍເຫຼືອທາງດ້ານບົດຮຽນ, ທິດສະດີຫຼັກການ ແລະ ການນໍາໃຊ້ວັດຖຸ-ອຸປະກອນທາງການແພດ.
ບັນດາຜົນງານການ ຊ່ວຍເຫຼືອຂອງຄະນະຊ່ຽວຊານແພດຄັ້ງນີ້ ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືອັນເປັນມູນເຊື້ອລະຫວ່າງ
ສອງພັກ, ສອງກອງທັບ ລາວ-ຈີນ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານນັ້ນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/05/2022