ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຈັດຕັ້ງເຊື່ອມຊືມສອງວາລະແຫ່ງຊາດ
ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ເປັນປະທານ
ວັນທີ 16 ມີນາ 2022 ນີ້ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມ ເພື່ອເຊື່ອມຊືມສອງວາລະ
ແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ ໂດຍພາຍໃຕ້ການເປັນປະ
ທານຂອງ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ
ຮັບຟັງ.
ສຳລັບການເຜີຍແຜ່ ແລະ ເຊື່ອມຊືມສອງວາລະແຫ່ງຊາດຢູ່ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ແບ່ງອອກເປັນສອງຊຸດຄື: ຊຸດທີໜຶ່ງ
ແມ່ນຄະນະພັກ-ຄະນະບັນຊາ, ຄະນະພະແນກ ແລະ ພະນັກງານຂັ້ນ ພັນໂທຂຶ້ນໄປສ່ວນຊຸດທີສອງແມ່ນພະນັກງານນັກຮົບຂັ້ນນາຍສິບ ຂຶ້ນຮອດພະນັກ
ງານຂັ້ນຊັ້ນພັນຕີ ທັງນີ້ກໍ່ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ 19 ທີ່ພວມມີການລະບາດໃນປະຈຸບັນໃຫ້ມີຄວາມປອດໄພ.
ໃນໂອກາດເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍແມ່ນສະຫາຍ ພັນເອກ ວິຊຽນ ສີສະ
ອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ກ່າວວ່າສຳລັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ມີ
ຄວາມໝາຍຄວາມສຳຄັນຫຼາຍໃນປະຈຸບັນ ເພາະວຽກດັ່ງກ່າວເປັນການສຸກຍູ້ປະກອບສ່ວນດ້ານເສດຖະກິດ-ການເງິນ ໃນການສ້າງສາ ແລະ ພັດທະນາ
ປະເທດຊາດໃຫ້ຈະເລີນກ້າວໜ້າ ໃນນັ້ນບັນຫາຕົ້ນຕໍແມ່ນການຄວບຄຸມລະບຽບວິໄນທາງດ້ານການເງິນ, ມາດຕະການຂອງການເກັບລາຍຮັບ, ການຄຸ້ມ
ຄອງລາຍຈ່າຍ, ການແກ້ໄຂບັນດາ ໜີ້ສິນ, ການໃຊ້ຈ່າຍບໍລິຫານ, ການກູ້ຢືມຈາກຕ່າງປະເທດ, ການລົງທຶນຂອງລັດ ທີ່ຂາດປະສິດທິພາບເຮັດ ໃຫ້ເກີດ
ປະກົດການຫຍໍ້ທໍ້ຕາມມາ, ການລະເມີດລະບຽບວິໄນການເງິນການຄັງ ແລະ ຄວາມໂປ່ງໃສຂອງພະນັກງານຜູ້ເຮັດວຽກດັ່ງກ່າວ.
ຈາກຄວາມຫຍຸ້ງຍາກຄືດັ່ງກ່າວພັກ ແລະ ລັດຖະບານຈຶ່ງໄດ້ກຳນົດເອົາວາລະດັ່ງກ່າວນີ້ໃຫ້ເປັນວາລະແຫ່ງຊາດ ໃຫ້ພະນັກງານລັດຖະກອນປະຊາຊົນ
ລາວ ບັນດາເຜົ່າຕ້ອງປະກອບສ່ວນຮ່ວມໃນການຈັດຕັ້ງປະຕິບັດໃຫ້ມີທ່າກ້າວປ່ຽນແປງ ແລະ ເປັນຮູບປະທຳຕາມພາລະບົດບາດຂອງທຸກພາກສ່ວນເພື່ອ
ປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ.
ສຳລັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ ( 2021-2023 ) ໂດຍແມ່ນ ສະຫາຍ ພົວຈັດຕະວາ ວຽງໄຊ ສົມວິຈິດ ຫົວ
ໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເຊິ່ງມັນແມ່ນຄວາມຈຳເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດຢູ່ລາວ, ລວມທັງສະພາບບັນ
ຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນ,ສະພາບບັນຫາຢາເສບ ຕິດຢູ່ລາວ, ຕີລາຄາການແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ, ຄວາມຈຳເປັນ ແລະ
ຮີບດ່ວນເພື່ອສ້າງເປັນວາລະແຫ່ງຊາດ, ຫຼັກການຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ, ຈຸດປະສົງ ແລະ ຄາດໝາຍ ເພື່ອສ້າງຄວາມຮັບຮູ້ ໃນທົ່ວສັງ
ຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ການແບ່ງຄວາມຮັບຜິດຊອບ ແລະ ມາດຕະການຈັດ
ຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນສຳເລັດເປັນຢ່າງດີ ເພື່ອຫຼຸດຜ່ອນປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ຫຼຸດໜ້ອຍຖອຍລົງ.
ແຫຼ່ງທີ່ມາ: ວົງວິໄລ ບຸນລືໄຕ
ວັນທີ 16/03/2022