ສ່ອງແສງວຽກວຽກຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງ
ແຜນການໄຕມາດ II ປີ 2022 ຂອງເຂດ 6 ພາກໃຕ້
ວັນທີ 14 ມີນາ 2022 ນີ້, ກອງພົນທີ 5 ໄດ້ເປັນເຈົ້າພາບ ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງແຜນການ
ໄຕມາດ II ປີ 2022 ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ
ຄະນະພັກ-ຄະນະບັນຊາ ຈາກກໍາລັງຫຼວງກໍາລັງທ້ອງຖິ່ນ ເຂົ້າຮ່ວມມີ: ກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້, ໂຮງໝໍບໍລິເວນ106, ໂຮງ
ຮຽນກໍ່ສ້າງນາຍສີບເລກ 2 ວຽງໄຊ, ໂຮງງານສ້ອມແປງປະສານເຫຼົ່າພາກໃຕ້, ກອງພັນໃຫຍ່ 645, ບໍລິສັດກໍ່ສ້າງຂົວທາງຄົບວົງຈອນ, ສານທະຫານພາກ
ໃຕ້, ໄອຍະການ ພາກໃຕ້ ພ້ອມດ້ວຍພະນັກງານວີຊາການຈາກ ກະຊວງປ້ອງກັນປະເທດເຂົ້າຮ່ວມ.
ໃນກອງປະຊຸມແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນລາຍງານ ຜ່ານການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງຕົນ ເປັນຕົ້ນ ແມ່ນວຽກງານເຮັດໃຫ້ສະ
ພາບມີຄວາມສະຫງົບ ຕາມຂອບເຂດກົມກອງຮັບຜິດຊອບ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕິດພັນກັບການຈັດຕັ້ງ
ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ກໍ່ຄືການຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າ
ໃນໜ້າທີ່ວຽກງານຂອງກົມກອງສ້າງໄດ້ເປັນຮູບປະທຳຕົວຈິງ ຈາກນັ້ນຍັງໄດ້ສຸມໃສ່ການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນ
ປົກກະຕິ, ຕິດພັນກັບການສ້າງຂະບວນການດ້ານຕ່າງເຊັ່ນ: ຂະບວນການສ້າງກອງວັດທະນະທຳ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ:
ປອດໃສ ປອດໄພປອດຄະດີ, ຂະບວນການກີລາສິລະປະ-ວັນນະຄະດີ ໄປພ້ອມໆກັບຂະບວນການປັບປຸງກໍ່ສ້າງກົມກອງ ໃຫ້ເປັນລະບຽບຈົບງາມ ແລະ ຂະ
ບວນການສ້າງເສດຖະກິດແກ້ໄຂຊີວິການເປັນຢູ່ໃຫ້ນັບມື້ດີຂຶ້ນເປັນກ້າວໆ ຈາກນັ້ນບັນດາກົມກອງຕ່າງໆ ກໍຍັງໄດ້ລາຍງານວຽກຈຸດສຸມທີ່ຈະສືບຕໍ່ໃນຕໍ່
ໜ້າຕື່ມອີກ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງຄຳ ພົມມະກອນ ໄດ້ມີ ຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ
ແລະ ພາກພື້ນທີ່ມີການຜັນແປໄປຢ່າງສັບສົນ ເຊິ່ງມັນໄດ້ສົ່ງຜົນສະທ້ອນທາງກົງ ແລະ ທາງອ້ອມ. ພ້ອມນັ້ນສະຫາຍ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່
ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງທີ່ພ້ອມກັນເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຊີ້ນຳ-ນຳພາ ປະຕິບັດໜ້າທີ່ວຽກງານຂອງກົມກອງໂດຍປິ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກເຮັດໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ ໂດຍພື້ນ
ຖານ, ຈາກນັ້ນສະຫາຍ ຍັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ
ນຳພາ-ບັນຊາ ແຕ່ລະຂັ້ນໃຫ້ເປັນປົກກະຕິໄປພ້ອມໆກັບການຊຸກຍູ້ພະນັກງານຫັນລົງກໍ່ສ້າງຮາກຖານເມືອງຕາມມູນເຊື້ອກອງທັບ ເພື່ອກຳແໜ້ນສະພາບ
ການຕາມຂອບເຂດກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ. ຕິດພັນກັບການຍົກລະດັບຄວາມຮູ້ຄວາມສາມາດລະດັບວິຊາສະເພາະ
ໃຫ້ຄ່ອງແຄ້ວຊຳນິຊຳນານ, ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໄປພ້ອມໆກັບການຕ້ານ ແລະ ສະກັດກັ້ນປາກົດ ການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດ
ໜ້ອຍຖອຍລົງເທື່ອລະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/03/2022