ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ເຄື່ອນໄຫວຊູກຍູ້ ຢູ່ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ


     ວັນທີ 10 ກຸມພາ 2022, ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ
ໄດ້ເຄື່ອນໄຫວຊຸກຍູ້ກວດກາ, ເກັບກຳຂໍ້ມູນ ເພີ່ມເຕີມ ແລະ ວາງແຜນ ພັດທະນາກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ, ໂດຍການຮັບຕ້ອນຂອງ
ສະຫາຍ ດາວເພັດ ພົມສຸວັນ ເຈົ້າເມືອງ ເມືອງກວັນ, ປກຊ-ປກສ, ອໍານາດການປົກຄອງກຸ່ມບ້ານ ຕະຫຼອດຮອດ ຄູ-ອາຈານ, ນ້ອງນັກຮຽນ ເຂົ້າຮ່ວມ.

     ສະຫາຍ ດາວເພັດ ພົມສຸວັນ ໄດ້ລາຍງານສະພາບໂດຍຫຍໍ້ ຂອງກຸ່ມບ້ານຜາແດງ ໃນການຈັດຕັ້ງປະຕິບັດ ແລະ ເກັບກຳຂໍ້ມູນເບື້ອງຕົ້ນ ໃນການທີ່
ຈະວາງແຜນພັດທະນາ, ອີງຕາມໂຄງການຮ່ວມມືພັດທະນາບໍລິເວນ ຊາຍແດນ ລາວ-ຫວຽດນາມ ຊຸມປີ 2020-2025, ຂອງສອງ ກະຊວງປ້ອງກັນປະ
ເທດ ລາວ-ຫວຽດນາມ, ເຊິ່ງກຸ່ມບ້ານ ປະກອບມີ 10 ບ້ານ ທີ່ມີກາປະທັບ ແລະ 1 ຄຸ້ມ ທີ່ຂຶ້ນກັບ ບ້ານຫ້ວຍເບີ້ຍ ເປັນຊົນເຜົ່າມົ້ງ 100%, ມີ ພົນລະ
ເມືອງທັງໝົດ 3.875 ຄົນ, ຍິງ 2.079 ຄົນ, ອາຊີບຕົ້ນຕໍ ແມ່ນເຮັດໄຮ່ ປູກເຂົ້າ, ມີເນື້ອທີ່ນາ ທັງໝົດ 120 ເຮັກຕາ, ອາຊີບສຳຮອງແມ່ນ ລ້ຽງສັດ ເປັນ
ເຂດດິນດຳນ້ຳຊຸ່ມເໝາະແກ່ການລ້ຽງສັດໃຫຍ່ ປະເພດ ງົວ, ຄວາຍ, ປະຊາຊົນມີມູນເຊື້ອສາມັກຄີ ປອງດອງມາແຕ່ດຶກດຳບັນ, ມີຄວາມດຸໜັ່ນຂະຫຍັນ
ພຽນ ເປັນບ່ອນກຳເນີດ ຂອງພະນັກງານ ປະຕິວັດ ຫຼາຍສະຫາຍ ຄື: ສະຫາຍ ນາຍພົນ ບຸນໄຊ ຊົງຢົງຢາ, ວິລະຊົນ ສີວອນ ແລະ ສະຫາຍອື່ນໆ, ມີນໍ້າ, ມີ
ທາງໄປເຖິງແຕ່ລະບ້ານ ທຽວໄດ້ລະດູດຽວ, ມີໄຟຟ້າໃຊ້ ໄດ້ 3 ບ້ານ ຄື: ບ້ານຫ້ວຍເບີ້ຍ, ບ້ານປ່າຂົມ ແລະ ບ້ານປຸ່ງກາ. ສະພາບຄວາມຫຍຸ້ງຍາກແມ່ນ
ການສັນຈອນແຕ່ເທສະບານ ເມືອງ ໄປຫາແຕ່ລະບ້ານ ເປັນ ເສັ້ນທາງດິນແດງ, ຂຶ້ນພູລົງຫ້ວຍ, ທ່ຽວໄດ້ ລະດູດຽວ, ເປັນເຂດຫ້ວຍ ເລິກ ເຫວຊັນ, ການ
ລົງທຶນກໍ່ສ້າງ ພື້ນຖານໂຄງລ່າງ ແມ່ນໃຊ້ງົບປະມານສູງ, ເນື້ອທີ່ ນາມີໜ້ອຍ ປະຊາຊົນສ່ວນຫຼາຍແມ່ນຖາງປ່າ ເຮັດໄຮ່ ປູກເຂົ້າ, ລະບົບນ້ຳລິນ, ນ້ຳໃຊ້ຫຼາຍ
ບ້ານບໍ່ທັນສະດວກ. ບໍ່ພໍໃຊ້, ສັນຍານໂທລະສັບບໍ່ມີ.

     ສະຫາຍ ພົນຕີ ວົງຄຳ ພົມມະກອນ ໄດ້ໂອ້ລົມ ແລະ ເນັ້ນໜັກ ບາງບັນຫາທີ່ສຳຄັນ ກ່ອນອື່ນ ໝົດທຸກສະຫາຍ ຕ້ອງເປັນເຈົ້າ ການແບ່ງຄວາມຮັບ
ຜິດຊອບ ເຂົ້າໃນໜ້າທີ່ການເມືອງ ຂອງຕົນ ກຳໄດ້ແນວທາງນະໂຍບາຍ ຂອງພັກ ກົດໝາຍ ຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງທັບ. ໃນການ
ຫັນເອົາມະຕິຄຳສັ່ງຕ່າງໆລົງເຜີຍແຜ່ຈັດຕັ້ງປະຕິບັດ ຢູ່ເຂດຫ່າງໄກສອກຫຼີກ ຂອງບັນດາຈຸດສຸມ. ພ້ອມນີ້, ກໍ່ຕ້ອງຫັນເອົາພະນັກງານລົງກໍ່ສ້າງຮາກຖານ
ການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ໃນການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ. ຈາກນັ້ນ, ສະຫາຍ
ຮອງລັດຖະມົນກະຊວງປ້ອງກັນປະເທດ ກໍໄດ້ມອບເງິນ ຈຳນວນ 25 ລ້ານກີບ ໃຫ້ເລຂາພັກກຸ່ມເພື່ອນຳໄປໝູນໃຊ້ ເຂົ້າໃນວຽກງານກໍ່ສ້າງພື້ນຖານໂຄງ
ລ່າງ, ພ້ອມທັງ ໄດ້ມອບອຸປະກອນ ການຮຽນໃຫ້ແກ່ໂຮງຮຽນປະຖົມຈຳນວນ 11 ໂຮງຮຽນ ແລະ ໂຮງຮຽນມັດທະຍົມ 2 ໂຮງຮຽນ ລວມມູນຄ່າທັງໝົດ
23 ລ້ານ ກວ່າກີບ. ເງິນ ແລະ ອຸປະກອນ ການຮຽນແມ່ນໄດ້ຈາກການອຸປະຖຳ ຂອງຄອບຄົວການນຳ ແລະ ການສົມທົບ ຂອງກະຊວງ ປ້ອງກັນປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/02/2022