ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແຂວງບໍ່ແກ້ວ ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື້ນ


ງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ

     ໃນວັນທີ 15 ມັງກອນ 2019 ນີ້, ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70
ປີ (20 ມັງກອນ 1949-20 ມັງກອນ 2019) ຢ່າງຄຶກຄື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະ
ທານສະພາແຫ່ງຊາດ, ມີທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ການນຳແຂວງ, ຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດອາວຸໂສ, ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກ
ສາ ແລະ ຊາວແຂວງບໍ່ແກ້ວເຂົ້າຮ່ວມຢ່າງຫຼວງຫຼາຍ.

     ໃນໂອກາດເຂົ້າຮ່ວມງານສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢູ່ແຂວງບ່ໍແກ້ວໃນຄ້ັງນີ້, ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ໃຫ້ການປາໄສຕໍ່ພິທີວ່າ: ໃນໂອກາດ
ອັນສະຫງ່າລາສີ, ຂ້າພະເຈົ້າຂໍເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນຄວາມສາມັກຄີຮັກແພງອັນສະໜິດສະໜົມຈາກສູນກາງພັກ, ສະພາແຫ່ງຊາດ, ລັດຖະບານມາ
ຍັງບັນດາສະຫາຍພະນັກງານ-ນັກຮົບ ແລະ ຂໍຜ່ານບັນດາສະຫາຍໄປຍັງບັນດາຄອບຄົວຜູ້ເສຍຊີວິດ, ຜູ້ບາດເຈັບ, ເຈັບປ່ວຍ, ບັນດາຄອບຄົວນາຍ ແລະ ພົນທະຫານທີ່
ກຳລັງປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ແລະ ບັນດາສະຫາຍທີ່ອອກພັກຜ່ອນບຳນານ.

     ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍພະນັກງານ-ນັກຮົບທົ່ວກົມກອງ ພວກສະຫາຍ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າ
ຂອງຕົນມານະທີ່ນີ້ຢ່າງສຸດອົກສຸດໃຈ.

     ກ່ອນໜ້ານີ້ 70 ປີ ວັນທີ 20 ມັງກອນ 1949 ຢູ່ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກໄດ້ປະກາດສ້າງຕັ້ງກອງທັບ
ລາວອິດສະຫຼະ ເຊິ່ງເປັນຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນຂຶ້ນຢ່າງເປັນທາງການ ຕາມຄໍາສັ່ງຂອງພັກຄອມມູນິດອິນດູຈີນ, ໃນທ່າມກາງຂະບວນການຕ
ໍ່ສູ້ຂອງປະຊາຊົນບັນດາເຜົ່າຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດທີ່ພວມຟົດເດືອດຢູ່ທຸກທ້ອງຖິ່ນທົ່ວປະເທດ, ການກຳເນີດຂອງກອງທັບລາວອິດສະຫຼະແມ່ນມີ
ຄວາມໝາຍສຳຄັນທາງດ້ານການເມືອງອັນໃຫຍ່ຫຼວງໃນປະຫວັດສາດຂອງຊາດລາວ. ຈາກຖານະເປັນຂ້ອຍຂ້າຂອງຈັກກະພັດຕ່າງດ້າວໄດ້ລຸກຮືຂຶ້ນເຮັດການປະຕິວັດ
ດ້ວຍສອງຝາມືພຽງໄລຍະສັ້ນໆກໍໄດ້ມີກອງທັບປະຕິວັດ ເຊິ່ງເປັນກຳລັງຫຼັກແຫຼ່ງໃຫ້ແກ່ຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາ.

     ນັບແຕ່ມື້ສ້າງຕັ້ງກອງທັບລາວອິດສະຫຼະໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະຫຼອດມາ ກອງທັບເຮົາທັງເຄື່ອນໄຫວສູ້ຮົບ, ເຝິກແອບ
ຮໍ່າຮຽນ, ປັບປຸງກຳລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່ ທັງຂົນຂວາຍກໍ່ສ້າງຮາກຖານເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູ ຈາກປະຊາ
ຊົນເປັນຢ່າງດີ, ເຖິງວ່າໃນເບື້ອງຕົ້ນກອງທັບຍັງອ່ອນນ້ອຍ, ການປະກອບອາວຸດພາຫະນະຫຼ້າສະໄໝ, ລະດັບເຕັກນິກວິທະຍາສາດບໍ່ທັນສູງ, ແຕ່ຍ້ອນຄວາມຮຽກຮ້ອງຕ້ອງ
ການຂອງປະເທດຊາດ, ກອງທັບໄດ້ເດັດດ່ຽວເສີມຂະຫຍາຍນໍ້າໃຈຮັກຊາດ, ຮັກຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນອຸດົມຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍຂ້າໃຫ້
ແກ່ຊາດອື່ນ ໄດ້ພ້ອມກັບປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ແລະ ລູກແຫຼ້ງຕີນມືຂາຍຊາດ.

     ໄລຍະ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນປະຫວັດສາດແຫ່ງ
ການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່
ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ກຳລັງປະກອບອາວຸດ
ພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບຢ່າງພິລາດອາດຫານອອກແຮງປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ.

     ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ຄຽງຄູ່ກັບຂະບວນການປະຕິວັດທີ່ນັບມື້ເຕີບໃຫຍ່ແຜ່ຂະຫຍາຍໄປຫຼາຍເຂດຂອງພາກພື້ນ. ກອງທັບເຮົາໄດ້ຜະເຊີນໜ້າກັບສັດຕູຜູ້ຮຸກ
ຮານທີ່ເຂັ້ມແຂງ ແລະ ຮ້າຍກາດ, ແຕ່ກອງທັບເຮົາກໍເດັດດ່ຽວອາດຫານສູ້ຮົບ, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງອາດຫານສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງຈົນສາມາດປົດປ່ອຍປະ
ເທດຊາດໄດ້ຢ່າງສົມບູນໃນປີ 1975 ເຮັດໃຫ້ສົງຄາມຮຸກຮານລາວຂອງພວກຈັກກະພັດຢຸດຕິລົງ, ການປະຕິວັດຢູ່ປະເທດເຮົາໄດ້ກ້າວເຂົ້າສູ່ໄລຍະໃໝ່ ໄລຍະແຫ່ງການ
ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ. ຕະຫຼອດໄລຍະ 43 ປີ ແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ
ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ກາຍເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ
ຕິດພັນກັບການພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາ ແລະ ເສີມຂະຫຍາຍທາດແທ້ປະຕິວັດ, ມູນເຊື້ອ
ອັນດີງາມຂອງຊາດ, ເຝິກຝົນຫຼໍ່ຫຼອມທັດສະນະຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງໃນທຸກດ້ານ, ຮູ້ອີງໃສ່ກຳລັງແຮງສັງຮວມ
ຂອງທົ່ວປວງຊົນ, ຫັນເອົາກຳລັງລົງຮາກຖານຢ່າງແຂງແຮງ, ປັບປຸງອຳນາດການປົກຄອງຊ່ວຍເຫຼືອປະຊາຊົນປັບປຸງຊີວິດການເປັນຢູ່, ເຮັດໃຫ້ສະພາບຢູ່ຮາກຖານມີຄວາມ
ສະຫງົບໂດຍພື້ນຖານ, ເຮັດໃຫ້ປະຊາຊົນບັນດາເຜົ່າເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ, ເຊື່ອໝັ້ນກອງທັບ.

     ລວມຄວາມວ່າ: ຕະຫຼອດໄລຍະ 70 ປີ ແຫ່ງການຕໍ່ສູ້ ແລະ ເຄື່ອນໄຫວຢ່າງລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ທຸລະກັນດານທີ່ສຸດນັ້ນ ພາຍໃຕ້ການນຳ
ພາຂອງພັກ ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານ
ອັນດີເດັ່ນ, ວີລະກຳອັນລໍ້າເລີດປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ. ສົມ
ແລ້ວທີ່ເປັນກອງທັບວີລະຊົນຂອງຊາດລາວວີລະຊົນ ເຊິ່ງໄດ້ຮັບຄຳສັນລະເສີນຈາກພັກ ແລະ ລັດວ່າ: "ກອງທັບຍາມໃດກໍນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານ
ຜ່າອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ"