ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ
ຈັດພິທີຕ້ອນຮັບຄະນະແພດຊ່ຽວຊານໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ
ໃນຕອນບ່າຍຂອງວັນທີ 13 ທັນວາ 2021 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ຈັດພິທີຕ້ອນຮັບຄະນະແພດຊ່ຽວຊານໂຮງໝໍ
ຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ຊຸດທີ 6, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັນເອກ ຄຳຜາຍ ຜັ່ນສີລິ ຮອງຫົວໜ້າກົມເສນາຮັກ, ກົມ
ໃຫຍ່ພະລາທິການກອງທັບ ມີຄະນະແພດຊ່ຽວຊານໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ມີຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງ
ທັບ ແລະ ມີຄະນະຫ້ອງ, ຄະນະພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍພັນເອກ ດຣ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ ໃນນາມຕາງໜ້າຄະນະພັກ-ຄະນະອຳ
ນວຍການ ໄດ້ຂື້ນກ່າວຕ້ອນຮັບຄະນະຊ່ຽວຊານຢ່າງອົບອຸ່ນ ກ່ອນອື່ນສະຫາຍໄດ້ລາຍງານຫຍໍ້ຄວາມເປັນມາຂອງໂຮງໝໍສູນກາງ 103 ກອງທັບ ເຊີ່ງໂຮງ
ໝໍສູນກາງ103 ກອງທັບ ແມ່ນເປັນໂຮງໝໍໜື່ງທີ່ເປັນໂຮງໝໍຂັ້ນສຸດທ້າຍທີ່ຂື້ນກັບກະຊວງປ້ອງກັນປະເທດໂດຍກົງ ມີພາລະບົດບາດ ຮັບໃຊ້ປີ່ນປົວນາຍ
ແລະ ພົນທະຫານໃນກອງທັບ ແລະ ພະນັກງານລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວ ແລະ ຊາວຕ່າງດ້າວທີ່ອາໃສຢູ່ໃນປະເທດລາວ ພີເສດໄປ
ກ່ອນນັ້ນ ແມ່ນດູແລເບີ່ງແຍງປີ່ນປົວ ນາຍ ແລະ ພົນທະຫານ ທີ່ບາດເຈັບ ແລະ ເຈັບປ່ວຍຢູ່ພາກສະໜາມ ຕາມນະໂຍບາຍຂອງກອງທັບປະຊາຊົນລາວ.
ຈາກນັ້ນສະຫາຍ ຮສຈ ໃຊ້ກົວຊິງ ຫົວໜ້າຄະນະແພດຊ່ຽວຊານໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຕາງໜ້າໃຫ້ຄະນະແພດຊ່ຽວຊານ ຂື້ນ
ກ່າວຈຸດປະສົງໃນການມາປະຕິບັດໜ້າທີ່ຢູ່ໂຮງໝໍສູນກາງ 103 ກອງທັບ ຄັ້ງນີ້, ສະຫາຍ ໄດ້ກ່າວວ່າເພື່ອປະຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນ
ຊາໂຮງໝໍຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ ວ່າດ້ວຍຮ່ວມມືຮອບດ້ານດ້ານວຽກງານສາທາລະນະສຸກ ກໍ່ຄືວຽກງານດ້ານການແພດ ການມາປະຕິບັດ
ໜ້າທີ່ຂອງຄະນະແພດຊ່ຽວຊານໂຮງໝໍຊີຈິງຄັ້ງນີ້ ແມ່ນເປັນຊຸດທີ 06 ທີ່ໄດ້ມາປະຕິບັດໜ້າທີ່ຢູ່ໂຮງໝໍສູນກາງ 103 ກອງທັບ ແລະ ຈະມີຄັ້ງຕໍ່ໆໄປອີກ
ລວມມີຄະນະຊ່ຽວຊານສະເພາະ ເປັນຕົ້ນແມ່ນ ຊ່ຽວຊານດ້ານການຜ່າຕັດກະດູກ, ຜ່າຕັດເສັ້ນປະສາດ, ຊ່ຽວຊານດ້ານຫົວໃຈ, ຊ່ຽວຊານດ້ານການປະສູດ-
ພະຍາດຍີງ, ສຸຂະພາບຈິດ ແລະ ອື່ນໆ.
ໃນຕອນທ້າຍພິທີ ສະຫາຍປະທານ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບທີ່ດີລະຫວ່າງ ສອງກອງທັບເວົ້າລວມ,
ເວົ້າສະເພາະແມ່ນ ສອງໂຮງໝໍສູນກາງ 103 ກອງທັບ ແລະ ໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົາຊົນຈີນ ນັບມື້ຍິ່ງໄດ້ຮັບການຊ່ວຍເຫຼືອຕະຫຼອດມາ ເຊິ່ງ
ສະແດງອອກໃນຊຸມປີທີ່ຜ່ານມາການຮ່ວມມືດ້ານວຽກງານການແພດ, ໄດ້ຮັບການເພີ່ມທະວີ, ການພັດທະນາ ແລະ ສື່ບຕໍ່ເປັນການຮ່ວມມືຮອບດ້ານ ໃນ
ໄລຍະຜ່ານມາ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ອັນເປັນການປະກອບສ່ວນສໍາຄັນເຂົ້າໃນຖ່າຍຖອດບົດຮຽນ ອັນລ້ຳຄ່າຂອງກອງທັບປົດປ່ອຍປະ
ຊາຊົນຈີນ ຍັງເປັນສິ່ງຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງການເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໃຍຂອງສອງການນໍາກະຊວງປ້ອງກັນປະເທດລາວ-ຈີນ
ຢ່າງບໍ່ຢຸດຍັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/12/2021