ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດແຕ່ງຕັ້ງຂັ້ນຫົວໜ້າກົມ,
ຮອງກົມ, ຮອງຫ້ອງ ແລະ ພະແນກການຂອງຫ້ອງການເມືອງ


     ໃນວັນທີ 13 ທັນວາ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດແຕ່ງຕັ້ງ ຂັ້ນຫົວໜ້າກົມ, ຮອງກົມ, ຮອງຫ້ອງ ແລະ ພະແນກການ ຂອງ
ຫ້ອງການເມືອງ ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັ່ງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຫົວໜ້າກົມ - ຫ້ອງ
ການ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການແຕ່ງຕັ້ງຫົວໜ້າກົມສື່ສານ, ຮອງກົມສູ້ຮົບ, ຮອງກົມການທະຫານທ້ອງຖິ່ນ, ຮອງຫົວໜ້າກົມໂຮງຮຽນ, ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່
ເສນາທິການກອງທັບ ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ IV ມາດຕາທີ 26 ວ່າດ້ວຍການ
ແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ - ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ,
ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

     ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ສຸບັນ ພັນທະວີ ເປັນຫົວໜ້າກົມສື່ສານ, ສະຫາຍ ພັນເອກ ຄໍາສຸກ ອິນທະພອນ ເປັນຮອງ
ກົມສູ້ຮົບ, ສະຫາຍ ພັນເອກ ບຸນລ້ອມ ອຸດົມສຸກ ເປັນຮອງກົມການທະຫານທ້ອງຖິ່ນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ເປັນຮອງກົມໂຮງຮຽນ,
ສະຫາຍ ພັນໂທ ພິມ ວິຈິດວົງສາ ເປັນຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ.

     ຈາກນັ້ນ ສະຫາຍ ພັນໂທ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງ
ກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂອງຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ. ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ ສະຫາຍ
ພັນໂທ ທະນູສັກ ແສງຈອມຄໍາ ເປັນຫົວໜ້າພະແນກປ້ອງກັນພາຍໃນ, ສະຫາຍ ພັນໂທ ອຸ່ນເຮືອນ ທິບປະວົງ ເປັນຫົວໜ້າພະແນກໂຄສະນາ-ອົບຮົມ, ສະ
ຫາຍ ພັນໂທ ວຽງສະຫວັນ ແສງສະຫວ່າງ ເປັນຮອງຫົວໜ້າພະແນກນະໂຍບາຍ, ສະຫາຍ ພັນຕີ ທອງຂັນ ເພັດສະໄໝ ເປັນຮອງຫົວໜ້າພະແນກປ້ອງກັນ
ພາຍໃນ, ສະຫາຍ ຮ້ອຍເອກ ມັງກອນ ວົງວິຈິດ ເປັນຮອງຫົວໜ້າພະແນກໂຄສະນາ-ອົບຮົມ, ສະຫາຍ ຮ້ອຍເອກ ວິໄລສັກ ສໍມະນີແສງ ເປັນຮອງຫົວໜ້າພະ
ແນກຊາວໜຸ່ມ ຂອງ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ.

     ໂອກາດນີ້ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ເຊິ່ງບາງຕອນສະຫາຍກ່າວວ່າ: “ການແຕ່ງຕັ້ງໃນຄັ້ງນີ້
ມັນແມ່ນກຽດອັນສູງສົ່ງ ແລະ ມີຄວາມຮັບຜິດຊອບສູງຕື່ມເພາະມັນໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບເຮົາ ກໍ່
ຄືກົມກອງ ເປັນກໍາລັງແຮງສັງລວມຂຶ້ນຕື່ມອີກບາດກ້າວໜຶ່ງໃນລະບົບການນໍາພາ-ບັນຊາ ແຕ່ລະຂັ້ນອົງການ, ກົມກອງ, ພະແນກການ ເປັນການປະຕິບັດ
ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງກອງທັບ” ພ້ອມທັງເນັ້ນໜັກ ໃຫ້
ບັນດາສະຫາຍເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນແນວທາງຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະ
ບຽບຂອງກອງທັບ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃນການຊີ້ນໍາ-ນໍາພາ ຂົງເຂດວຽກງານຕາມພາລະ-ບົດບາດຂອງຕົນ, ຝຶກຝົນຫຼໍ່ຫຼອມຕົນ
ເອງໃນທຸກດ້ານ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນນໍາພາວິທີເຮັດວຽກໃຫ້ມີລັກສະນະວິທະຍາສາດ ຕັ້ງໜ້າປັບປຸງ
ກໍ່ສ້າງກົມກອງໃຫ້ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/12/2021