ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເພີ່ມໃໝ່ 651 ກໍລະນີ

     ອີງຕາມການຖະແຫລງ ຂອງ ທ່ານ  ດຣ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ໃນວັນທີ 14 ຕຸລາ 2021 ວ່າ: ສະ
ພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນ ວັນທີ 13 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19
ທັງໝົດ 6.855 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 651 ຄົນ (ຕິດເຊື້ອພາຍໃນ ມີ 644 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ) ຜູ້ຕິດເຊືື້ອພາຍໃນ
ໃໝ່ ທັງໝົດ 644 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ມີດັ່ງນີ້: ຫຼວງພະບາງ 215 ຄົນ, ນະຄອນ
ຫຼວງ 185 ຄົນ, ຄໍາມ່ວນ 148 ຄົນ, ສະຫວັນນະເຂດ 35 ຄົນ,ບໍ່ແກ້ວ 25 ຄົນ, ແຂວງວຽງຈັນ 22 ຄົນ, ຈໍາປາສັກ 11 ຄົນ ແລະ ແຂວງ ບໍລິຄໍາໄຊ 1
ຄົນ.ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວໄດ້ໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

     ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 7 ຄົນ: 5 ຄົນຈາກແຂວງສະຫວັນນະເຂດ ແລະ 2 ຄົນ ຈາກແຂວງສາລະວັນ, ບຸກຄົນ
ດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປ
ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ສະນັ້ນ ມາຮອດວັນທີ 13 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ ມີ 30.615 ຄົນ, ເສຍ
ຊີວິດສະສົມ 36 (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 315 ຄົນ, ກໍາລັງປິ່ນປົວ 7,102   ຄົນ. ສ່ວນລາຍລະອຽດຜູ້ເສຍຊິວິດ 1 ຄົນ
ເພດຊາຍ, ອາຍຸ 60 ປີ, ບ້ານ ນາຫຼວງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງຜູ້ກ່ຽວມີພະຍາດປະຈໍາຕົວ ຄື ເປັນອໍາມະພາດ ແລະ ໄຂ່ຫຼັງຊຸດໂຊມ.

      ຜ່ານມາ ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19, ຜູ້ກ່ຽວ ມາໂຮງໝໍໃນວັນທີ 9 ຕຸລາ 2021 ຍ້ອນຫາຍໃຈຝຶດ ແລະ ແໜ້ນໜ້າເອິກ, ວັນທີ 10
ຕຸລາ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 11 ຕຸລາ 2021. ມາຮອດວັນທີ 13 ຕຸລາ 2021 ຜູ້ກ່ຽວໄດ້
ເສຍຊີວິດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/10/2021