ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ
ວ່າດ້ວຍການກະກຽມກອງປະຊຸມສຳມະນາ ວິທະຍາສາດວັນຍຶດອຳນາດທົ່ວປະເທດ

     ວັນທີ 14 ຕຸລາ 2021 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ຂອງກົມ
ການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກລົງ ເພີ່ມເຕີມ ຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນ
ປະທານ ຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີສະຫາຍຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ
ເຂົ້າຮ່ວມ.

     ໃນພິທີສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມການເມືອງສູນ
ກາງພັກສະບັບເລກທີ 05/ຄຊຊ ລົງວັນທີ 14 ທັນວາ 2020 ແລະ ຄຳສັ່ງແນະນຳລະດັບຊາດ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 06/ຄຊຊ
ລົງວັນທີ 14 ທັນວາ 2020 ແລະ ຂໍ້ຕົກລົງເພີ່ມເຕີມຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ວ່າດ້ວຍການກະກຽມກອງປະຊຸມສຳມະນາວິທະຍາ
ສາດລະດັບຊາດ ຫົວຂໍ້ວັນຍຶດອຳນາດທົ່ວປະເທດ ເນື່ຶອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ຄົບຮອບ 45 ປີ.

     ໂອກາດນີ້ສະຫາຍຫົວໜ້າກົມໃຫຍ່ການເມືອງກອງທັບ ປະທານສະພາວິທະຍາສາດ ກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ອານຸກຳມະການທຸກພາກ
ສ່ວນ ທີ່ເຂົ້າຮ່ວມຄັ້ງນີ້ຈົ່ງເຂົ້າໃຈສິດໜ້າທີ່ ພາລະບົດບາດຂອງຕົນເອງ ຕໍ່ການຕົກລົງມອບໝາຍຂອງຂັ້ນເທິງ ເປັນຕົ້ນອານຸກຳມະການເນື້ອໃນ, ອານຸກຳມະ
ການພິທີການ, ອານຸກຳ ມະການງົບປະມານ, ສະຖານທີ່, ອານຸກຳມະການປ້ອງກັນ ຈົ່ງພ້ອມກັນກຳໄດ້ໜ້າວຽກຂອງຕົນເອງ ບັນຫາສຳຄັນຂອງກອງປະຊຸມສຳ
ມະນາລະດັບຊາດ ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້ ແມ່ນການລວມຍອດເອົາວິທະຍາສາດ ຜົນສຳເລັດຂອງການລຸກຮືຂຶ້ນຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານລາວ
ໂດຍສະເພາະເນື້ອໃນບົດສຳມະນາ 12 ບົດ ໃນນັ້ນ 3 ບົດ ແມ່ນປະກອບມີບົດຂອງຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ສະຖາບັນ
ວິທະຍາສາດສັງຄົມແຫ່ງຊາດ. ສ່ວນ 9 ບົດແມ່ນຂອງກະຊວງປ້ອງກັນປະເທດ ເປັນຜູ້ກະກຽມໂດຍມອບໃຫ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ເປັນຜູ້ປະສານງານ ພາຍຫຼັງກະກຽມ ແລະ ຂຽນສຳເລັດແລ້ວຕ້ອງຜ່ານຄະນະຊີ້ນຳແຕ່ລະຂັ້ນ ຢາກເຮັດໄດ້ບັນຫາທີ່ຂັ້ນເທິງມອບໝາຍໃຫ້ສຳເລັດທັນກຳນົດ
ເວລາ ໃນຍຸກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ພວມປະເຊີນຢູ່ໃນປະຈຸບັນ ຮຽກຮ້ອງໃຫ້ທຸກພາກສ່ວນ ທຸກອານຸກຳມະການຕ້ອງໄດ້ຍົກ
ສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນປະສານງານເກັບຂໍ້ມູນ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບລະອຽດ ຊ່ວຍເຫຼືອປະກອບສ່ວນຄຳຄິດຄຳເຫັນ
ເພື່ອເຮັດໃຫ້ເນື້ອໃນອຸດົມສົມບູນ ແລະ ທັນກຳນົດເວລາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/10/2021