ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮ່ວມ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ເຫຼົ່າຮົບພະລາທິການ
ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 70 ປີ ຜ່ານ​ລະບົບສື່ສານ​ທາງ​ໄກ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ​ເປັນ​ປະທານ

     ໃນວັນທີ 11 ກໍລະກົດ 2020 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ສປປ
ລາວ, ໄດ້ຮ່ວມເປັນປະທານຊົມເຊີຍ ວັນສ້າງຕັ້ງເຫຼົ່າຮົບພະລາທິການ ກອງທັບປະຊາຊົນ ຫວຽດນາມ ຄົບຮອບ 70 ປີ ໂດຍຜ່ານລະບົບສື່ສານທາງໄກ, ເຊິ່ງໄດ້ຈັດຂຶ້ນຢູ່
ທີ່ຫ້ອງສື່ສານທາງໄກດ້ານການແພດ (Telemedicine) ໂຮງໝໍ ສູນກາງ 103 ກອງທັບ, ເຂົ້າຮ່ວມມີ ສະຫາຍ ພັນເອກ ພິເສດ ຕ່າວ ວັນ ທ້າຍ ທີ່ປຶກສາທູດ ປ້ອງກັນ
ຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຝ່າຍລາວມີ ຄະນະກົມໃຫຍ່ພະລາທິການກອງທັບ, ກົມເສນາພະລາ, ກົມເສນາຮັກ, ກົມແຜນການ-ການເງິນ, ກົມເຊື້ອ
ໄຟ, ກົມຂົນສົ່ງ, ກົມອຸປະໂພກ-ບໍລິໂພກ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນ, ວິທະຍາຄານການ ແພດກອງທັບ, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງ
ທັບ, ໂຮງໝໍສູນກາງ 103 ກອງທັບ ແລະ ພະແນກການກ່ຽວຂ້ອງຕ່າງໆເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກ ອົງການກົມໃຫຍ່ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ
ໄດ້ລາຍງານຫຍໍ້ຜົນສຳເລັດການຮ່ວມມືຮອບດ້ານລະຫວ່າງສອງ ກະຊວງ, ສອງກົມໃຫຍ່ພະລາທິການກອງທັບ ລາວ-ຫວຽດນາມ ໃນໄລຍະ 70 ປີຜ່ານມາ. ກອງທັບປະ
ຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມໄດ້ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຜ່ານຜ່າທຸກ ອຸປະສັກນາໆປະການເພື່ອປະ ກອບສ່ວນໃນການເຮັດສຳ
ເລັດ ໜ້າທີ່ປະຫວັດສາດຄື: ຍາດໄດ້ໄຊຊະນະຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຍາດເອົາເອກະລາດປົດປ່ອຍປະເທດຊາດ ແລະ ປະຕິບັດສອງໜ້າ
ທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຈົນມາເຖິງປັດຈຸບັນການຮ່ວມມືລະຫວ່າງສອງກອງທັບ ກໍຄືສອງກົມໃຫຍ່ພະລາທິການ ກອງທັບ ນັບ
ມື້ນັບຮັດແໜ້ນ ແລະ ຮອບດ້ານເລິກເຊິ່ງ. ພ້ອມນັ້ນ, ສອງຝ່າຍຍັງໄດ້ລາຍງານເຊິ່ງກັນ ແລະ ກັນໃນວຽກງານຕ້ານ, ສະກັດກັ້ນ ແລະ ຄວບຄຸມພະຍາດໂຄວິດ-19, ໂດຍ
ໄດ້ຮັບການຊີ້ນຳ ແລະ ເອົາໃຈໃສ່ຂອງພັກ-ລັດ ໂດຍກອງທັບປະຊາຊົນ ຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານ ແລະ ຊຸດອຸປະກອນການແພດ ມາຊ່ວຍເຫຼືອກອງທັບປະຊາຊົນ
ລາວ ຢ່າງທ່ວງທັນ ແລະ ມີປະສິດທິຜົນ, ປະກອບສ່ວນເຮັດສຳເລັດໜ້າທີ່ ບັນດາມາດຕະການຂອງ ຄະນະສະເພາະກິດລະດັບຊາດວາງອອກ, ຕີລາຄາໝາກຜົນ ແລະ ປະ
ສິດທິຜົນໃນການນຳໃຊ້ລະບົບສື່ສານທາງໄກດ້ານການແພດ (Telemedicine) ລະຫວ່າງໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ ກັບໂຮງໝໍສູນກາງ 103
ກອງທັບປະຊາຊົນລາວ ເພື່ອເພີ່ມທະວີການຮ່ວມມືຮອບດ້ານ ແລະ ມີປະສິດທິພາບສູງຂຶ້ນ.

     ເຊິ່ງໃນປີ 2015 ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ມອບລະບົບສື່ສານທາງໄກດ້ານການແພດໃຫ້ແກ່ໂຮງໝໍ ສູນກາງ 103 ກອງທັບປະຊາຊົນລາວ ເພື່ອ
ນຳໃຊ້ເຂົ້າໃນການປະສານພົວພັນ ແລະ ແລກປ່ຽນຮ່ວມມືວຽກງານການແພດກັບ ໂຮງໝໍສູນກາງ 108 ກອງທັບປະຊາຊົນ ຫວຽດນາມ. ຜ່ານການນຳ ໃຊ້ເປັນເວລາ 5
ປີກວ່າ ໄດ້ມີຜົນສຳເລັດຢ່າງສູງ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເຊິ່ງສະແດງອອກມີ 200 ກວ່າກໍລະນີຄົນເຈັບທີ່ພົບຄວາມຫຍຸ້ງຍາກໃນການປິ່ນປົວ ແລະ
ໄດ້ພົວພັນແກ້ໄຂຜ່ານລະບົບສື່ສານທາງໄກ, ໃນນັ້ນມີ 20 ກວ່າກໍລະນີເລັ່ງດ່ວນ ແລະ ສຸກເສີນໄດ້ຖືກແກ້ໄຂ ສຳເລັດໂດຍຜ່ານການແນະນຳຂອງ ໂຮງໝໍສູນກາງ 108
ກອງທັບປະຊາຊົນ ຫວຽດນາມ ພ້ອມນັ້ນ, ກອງປະຊຸມສະຫຼຸບໄຕມາດໃນແຕ່ລະປີ, ຄະນະອຳນວຍການຂອງສອງໂຮງໝໍຍັງໄດ້ ມີການສະຫຼຸບຕີລາຄາປະກອບຄຳເຫັນຜ່ານ
ລະບົບສື່ສານທາງໄກ ແລະ ໄດ້ຮັບຜົນສຳເລັດສູງ.