ປະກາດການຈັດຕັ້ງຄະນະບັນຊາຢູ່ກອງພັນໃຫ່ຍ 642
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 10 ມິຖຸນາ 2022 ນີ້, ກອງພັນໃຫຍ່ 642 ໄດ້ປະກາດການຈັດຕັ້ງຂັ້ນກອງພັນໃຫຍ່ຂຶ້ນ ໂດຍການເປັນປະທານຂອງສະຫາຍ ພົນຕີ ສອນທອງ
ພົມລາວົງ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ບັນດາ
ພະແນກການຂະແໜງການ ແລະ ກົມກອງເຂົ້າຮ່ວມ.
ສະຫາຍ ພັນເອກ ວົງເພັດ ວົງສະຫັວນ ຮອງຫົວໜ້າກົມພະນັກງານ, ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ກະຊວງປ້ອງກັນປະເທດ
ວ່າດ້ວຍການຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່, ໃນນີ້ໄດ້ ຍົກຍ້າຍ ສະຫາຍ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານຜູ້ເກົ່າ ໄປຮັບໜ້າທີ່
ໃໝ່ຢູ່ ກົມປ້ອງກັນອາກາດ, ກົມໃຫຍ່ເສນາທິການກອງທັບ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ກອງພັນໃຫຍ່ 642 ກະຊວງປ້ອງກັນປະເທດ
ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທອນ ຄໍາປັນຍາ ເປັນຫົວໜ້າການທະຫານ ຄົນໃໝ່, ສະຫາຍ ພັນໂທ ສີນວນ ສັກຕິເດດ ເປັນຮອງການທະຫານ
ພ້ອມທັງເປັນຫົວໜ້າພະແນກເສນາທິການ, ສະຫາຍ ພັນໂທ ສຸວັນ ນະຄີລີ ຄະນະພັກ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການ
ເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຮອງພະແນກ, ຄະນະບັນຊາກົມກອງ ແລະ ຊ່ວຍວຽກຂະແໜງການ ຢູ່ ອົງການກອງພັນໃຫຍ່ ຈໍານວນໜຶ່ງ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງໃນນັ້ນໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງສືບຕໍ່ນໍາພາຊີ້ນໍາ
ໝູ່ຄະນະ ແລະ ເປັນຫົວຈັກຫຼັກແຫຼ່ງໃນການສ້າງ ກົມກອງໃຫ້ມີຄວາມ ເຂັ້ມແຂງ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ
ສະມາຊິກພັກ ເປັນແຖວໜ້າ ພ້ອມທັງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ, ຕ້ານພະຍາດອາດຍາສິດ, ເອົາໃຈໃສ່ໃນການລົງ
ກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ, ພ້ອມກັນຕ້ານ-ສະກັດກັ້ນທຸກປະກົດການຫຍໍ້
ທໍ້ຕ່າງໆ ທີ່ຈະເກີດຂຶ້ນຢູ່ໃນ ກົມກອງ, ສ້າງໃຫ້ໄດ້ ກອງ 3 ປອດ: ປອດໃສ ປອດໄພ ປອດຄະດີ. ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະ
ພັກ ກະຊວງປ້ອງກັນປະເທດ ວາງອອກ ພ້ອມນັ້ນກໍຕ້ອງເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນຢູ່ຂອງ ກົມກອງໃຫ້ດີຂື້ນ, ຊີ້ນໍາ-ນໍາພາກົມກອງໃຫ້ກ້າວໜ້າ
ຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/06/2022