
ກົມວິທະຍາສາດ-ປະຫວັດສາດ  ການທະຫານ ປິດຊຸດອົບຮົມ
ການເມືອງການທະຫານໄລຍະສັ້ນປະຈຳປີ 2019
  

    ລົງສະໜາມຍິງປືນຕົວຈິງ
     ວັນທີ 10 ພຶດສະພາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ  ການທະຫານ ໄດ້ຈັດຕັ້ງປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນປະຈຳປີ 2019 ລົງໂດຍ
    ພາຍໃຕ້ການເປັນປະທານກ່າວປິດພິທີຂອງ  ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາພະແນກການ ແລະ
    ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

      ພາກຮຽນການທະຫານ
     ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ  ການທະຫານ ໄດ້ຕີລາຄາຄືນຜ່ານການອົບຮົມ-ຫັດແອບທັງສອງພາກ ໂດຍຜ່ານ
    ການອົບຮົມມາເປັນເວລາ 13 ວັນ ສາມາດຕີລາຄາໄດ້ພາກການເມືອງ 80%, ພາກການທະຫານ 85%, ຄວາມຮັບຜິດຊອບຂອງຄູອາຈານ ແລະ ນັກອົບຮົມໃນການ
    ຈັດຕັ້ງປະຕິບັດຕົວຈິງການປະຕິບັດໂມງເວລາ ແລະ ຈຳນວນພົນໃນເວລາຫັດແອບພະນັກງານ-ນັກຮົບພາຍໃນກົມໄດ້ປະຕິບັດຂໍ້ກຳນົດກົດລະບຽບຕັ້ງໜ້າເຝິກຝົນຕົນ
    ເອງໃຫ້ມີຄວາມຄ່ອງແຄ້ວໄດ້ດີຂຶ້ນກວ່າປີຜ່ານມາ.

      ຫັດກາຍມືເປົ່າ 24 ຈັ່ງຫວະ

      ພາບລວມພິທີປິດຊຸດອົບຮົມການເມືອງການທະຫານໄລຍະສັ້ນປະຈຳປີ 2019