ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເຄື່ອນ​ໄຫວ​ເຮັດ​ວຽກຢູ່​ໂຮງງານ​ປະສານ​ເຫຼົ່າຫຼວງພະ​ບາງ


     ໃນໂອກາດເຄື່ອນໄຫວເຮັດວຽກເຜີຍແຜ່ເຊື່ອມຊຶມ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການ
ສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດຢູ່ ແຂວງຫຼວງພະບາງ ຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ລົງເຮັດວຽກ ຢູ່
ໂຮງງານປະສານ ເຫຼົ່າຫຼວງພະບາງ ໂດຍການຕ້ອນຮັບຈາກຄະນະພັກ-ຄະນະອຳນວຍການ, ພະນັກງານ-ວິຊາການໂຮງງານປະສານເຫຼົ່າຫຼວງພະບາງ.

     ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຮັບຝັງການລາຍງານຫຍໍ້ຈາກ ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ອຳນວຍ
ການໂຮງງານປະສານເຫຼົ່າຫຼວງພະບາງ ໃນໄລຍະຜ່ານມາ ເຫັນໄດ້ວ່າ: ຄະນະພັກ-ຄະນະອຳນວຍການ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ແລະ ວິຊາ
ສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດຕາມກົດລະບຽບຂອງພັກ-ກົດໝາຍຂອງລັດ ກໍຄືຂໍ້ກໍານົດກົດລະບຽບ ຂອງ
ກອງທັບຢ່າງເຂັ້ມງວດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ, ໄດ້ສຸມໃສ່ສຶກສາອົບຮົມການເມືອງ-ນຳ
ພາແນວຄິດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຫ້າວຫັນຕໍ່ໜ້າ
ທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນເຮັດສໍາເລັດຕາມແຜນການ.

     ໃນໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການຖືເອົາວຽກງານສືກສາອົບຮົມການເມືອງ-ນໍາພາແນວ
ຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງ ດ້ວຍຫຼາຍຮູບການຫຼາຍເນື້ອໃນໃຫ້ແທດເໝາະກັບໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມ
ຮັບຜິດຊອບດ້ານວິຊາສະເພາະ ເພື່ອແນ່ໃສ່ຮັບປະກັນບັນດາການຜະລິດ ແລະ ປັບປຸງອາວຸດຍຸດໂທປະກອນຕ່າງໆ ໃຫ້ຢູ່ສະພາບດີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/03/2022