ສະຫຼຸບຜົນສໍາເລັດວຽກງານປ້ອງກັນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ
ວັນທີ 14 ກຸມພາ 2022 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດວຽກງານປ້ອງກັນ ໂຄງການກໍ່
ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄລຍະ 5 ປີ (2016-2021) ແລະ ທິດທາງແຜນການປີ (2022- 2026) ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະນະນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ
ຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຊີ້ນໍາປ້ອງກັນເສັ້ນທາງລົດໄຟ ລາວ-ຈີນ, ຄະນະພັກ-ຄະນະບັນຊາ ກອງພົນທີ 1, ກອງພົນທີ 3,
ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ວຽງຈັນ, ອຸດົມໄຊ ແລະ ຫຼວງພະບາງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ
ລາວ-ຈີນ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນເສັ້ນທາງແຫ່ງມິດຕະພາບ ແລະ ເປັນບູລິມະສິດຂອງລັດຖະບານ ລາວ-ຈີນ ໃຫ້ຄວາມ
ສຳຄັນນອນໃນຂໍ້ລິເລີ່ມຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງໃນອາຊີຕາ ເວັນອອກສຽງໃຕ້, ເປັນໂຄງການລົງທຶນຂະໜາດໃຫຍ່ຫຼາຍປະເທດ ໃນໂລກມີ
ຄວາມສົນໃຈ, ດັ່ງນັ້ນ ພັກ-ລັດຖະບານ ທັງສອງປະເທດ ຈຶ່ງຖືເອົາວຽກງານປ້ອງກັນໃນຄັ້ງນີ້ ເຊິ່ງນອນຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກໍາລັງປະ
ກອບອາວຸດ ແລະ ທົ່ວປວງຊົນລາວ ພວມຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເພື່ອສູ້ຊົນເຮັດໃຫ້ປະເທດຊາດຫຼຸດພົ້ນ
ອອກຈາກປະເທດດ້ອຍພັດທະນາໃນປີ 2026 ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍສະເພາະຂົງເຂດວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ແມ່ນບູລິມະສິດແຖວໜ້າໃນການເປັນເສົາຄໍ້າ ຄວາມໝັ້ນຄົງ ພາຍໃນ ຮັບປະກັນເຮັດໃຫ້ການເມືອງ, ເສດຖະກິດ, ວັດທະນາທໍາ-ສັງ
ຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໂດຍປະຕິບັດຕາມທິດຊີ້ນຳ ຂອງຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນຮອດນະຄອນຫຼວງວຽງຈັນ ໃຫ້ມີຄວາມສະ
ຫງົບ, ຄະນະຊີ້ນໍາ ແລະ ອະນຸກໍາມະການຖືເປັນບັນຫາສຳຄັນຕໍ່ກັບວຽກງານປ້ອງກັນໂຄງການກໍ່ສ້າງ ດັ່ງກ່າວໄດ້ລົງໃກ້ສິດຕິດແທດກັບກໍາລັງຫຼວງ-ກໍາລັງ
ທ້ອງຖິ່ນ ເອົາໃຈໃສ່ ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕໍ່ພະນັກງານ-ນັກຮົບ ຂອງຕົນຢູ່ແຕ່ລະຈຸດ ຈຶ່ງເຮັດໃຫ້ວຽກງານປ້ອງກັນໂຄງການ
ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 5 ປີຜ່ານມາ ສາມາດສະກັດກັ້ນທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນ
ບໍ່ດີ, ຮັກສາໄດ້ຄວາມສະຫງົບ ປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເຂດກໍ່ສ້າງຕ່າງໆ, ບັນດາກຳລັງຫຼວງ-ກຳລັງທ້ອງຖິ່ນ ໄດ້ເປັນເຈົ້າ
ການເຮັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງໃນການປ້ອງກັນ, ສະກັດກັ້ນ ແລະ ມີແບບແຜນວິທີເຮັດວຽກທີ່ສອດຄ່ອງ, ມີສະຕິກຽມພ້ອມສູ້
ຮົບ, ມີນໍ້າໃຈອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ໄດ້ປະສານສົມທົບກັບກໍາລັງ ປກສ ເຄື່ອນໄຫວປ້ອງກັນຈຸດສໍາຄັນຕ່າງໆຕະຫຼອດ 24 ຊົ່ວໂມງ ແລະ ມອບ
ໝາຍໜ້າທີ່ຢ່າງລະອຽດຈະແຈ້ງ, ແບ່ງຂອບເຂດຄວາມຮັບຜິດຊອບການເຄື່ອນໄຫວ ຂອງສອງກໍາລັງບົນພື້ນຖານ ຮັບປະກັນຄວາມສະຫງົບປອດໄພ, ປະ
ສານສົມທົບແໜ້ນກັບບໍລິສັດທາງລົດໄຟ ລາວ-ຈີນ, ບັນດາບໍລິສັດສັນຍາຮັບເໝົາກໍ່ສ້າງ ແຕ່ລະຊ່ວງກໍ່ສ້າງ ແລະ ໄດ້ໃຫ້ການຮ່ວມມື ພ້ອມທັງອໍານວຍ
ຄວາມສະດວກ ໃຫ້ກໍາລັງເຄື່ອນໄຫວປະຕິບັດໜ້າທີ່ເປັນຢ່າງດີ, ທີ່ພົ້ນເດັ່ນແມ່ນອຳນວຍການໃຫຍ່ບໍລິສັດລົດໄຟ ລາວ-ຈີນ ໃຫ້ການຊ່ວຍເຫຼືອຫຼາຍ ດ້ານ
ເຂົ້າໃນການເຄື່ອນໄຫວປ້ອງກັນທາງລົດໄຟ ລາວ-ຈີນ ແລະ ບໍລິສັດຮັບເໝົາກໍ່ສ້າງກໍໄດ້ໃຫ້ການຊ່ວຍເຫຼືອທີ່ພັກອາໄສ, ການກິນຢູ່ ແລະ ວັດຖຸປັດໄຈອື່ນໆ
ຈຶ່ງເຮັດໃຫ້ວຽກງານປ້ອງກັນຄັ້ງນີ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍຂອງຂັ້ນເທິງກໍານົດ, ຜ່ານການຈັດຕັ້ງປະຕິບັດຕົວຈິງກົມກອງລວມໝູ່ ແລະ ບຸກ
ຄົນໄດ້ຮັບການຍ້ອງຍໍປະເພດຕ່າງໆດັ່ງນີ້: ປະດັບຫຼຽນໄຊພິລະອາດຫານຊັ້ນ I ໃຫ້ 1 ກົມກອງລວມໝູ່, ຊັ້ນ II ມີ 15 ກົມກອງ, ບຸກຄົນ 54 ສະຫາຍ, ຊັ້ນ
III ມີ 19 ກົມກອງ, ບຸກຄົນ 241 ສະຫາຍ, ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ 5 ກົມກອງ, ບຸກຄົນ 452 ສະຫາຍ ແລະ ມອບໃບຍ້ອງຍໍກົມ
ໃຫຍ່ການເມືອງກອງທັບ 571 ສະຫາຍ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດ
ໄຟ ລາວ-ຈີນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ນັບແຕ່ສູນ
ກາງລົງຮອດທ້ອງຖິ່ນ, ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດເປັນກົກ ເພື່ອໃຫ້ປະຊາຊົນບັນດາເຜົ່າ ເຂົ້າໃຈແຈ້ງຕໍ່ແນວທາງ ປກຊ-ປກສ ທົ່ວປວງ
ຊົນຮອບດ້ານເປັນໜ້າທີ່ຂອງໝົດທຸກຄົນ, ເສດຖະກິດວັດທະນາທໍາ-ສັງຄົມເປັນໃຈກາງ, ສຸມໃສ່ ວຽກງານປ້ອງກັນເສັ້ນທາງລົດໄຟໃຫ້ມີຄວາມປອດໄພ
ຢູ່ແຕ່ລະຈຸດສໍາຄັນຕ່າງໆ, ປະສານສົມທົບລະຫວ່າງກໍາລັງ ປກຊ-ປກສ, ທ້ອງຖິ່ນກັບທ້ອງຖິ່ນໃຫ້ໜັກແໜ້ນ, ຊີ້ນໍາກໍາລັງ ປກຊ-ປກສ ຂັ້ນບ້ານ, ເມືອງ ເຂົ້າ
ຮ່ວມວຽກງານປ້ອງກັນຢ່າງແຂງແຮງໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ, ສືບ
ຕໍ່ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນການປະຕິບັດວາລະແຫ່ງຊາດ, ແກ້ໄຂບັນຫາຢາເສບຕິດຕາມຊາຍແດນໃຫ້ຂາດຕົວ, ຈັດຕັ້ງກໍາລັງປ້ອງກັນຢ່າງລະອຽດ
ແລະ ມີແຜນການແທດເໝາະ ພ້ອມທັງອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງເສັ້ນທາງລົດໄຟ ລາວ-ຈີນ ໃນທຸກດ້ານແນ່ໃສສ້າງເສັ້ນທາງ ຍຸດທະ
ສາດໜຶ່ງແລວໜຶ່ງເສັ້ນທາງ ເປັນການດຶງດູດນັກລົງທຶນຈາກຕ່າງປະເທດ ໂດຍສະເພາະແມ່ນ ສປ ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ, ເພື່ອໝູນໜິບເສດຖະກິດ
ພາຍໃນໃຫ້ມັ່ງຄັ່ງເຂັ້ມແຂງຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2022