
ກົມວິທະຍາສາດ-ປະຫວັດສາດ ການທະຫານ ເຊື່ອມຊຶມ 
      ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ  ຄັ້ງທີ 7 ສະໄໝທີ X 
  
     ໃນວັນທີ 13 ກຸມພາ 2019 ນີ້, ທີ່ກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ  ຄັ້ງທີ 7 ສະ
  ໄໝທີ X ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ  ການທະຫານ ພ້ອມດ້ວຍຄະນະພັກ-ຄະນະບັນຊາ,
  ພະນັກງານ-ນັກຮົບໃນກົມເຂົ້າຮ່ວມ.

      ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ  ຄັ້ງທີ 7 ສະໄໝທີ X
     ໃນໂອກາດນີ້, ສະຫາຍປະທານໄດ້ຜ່ານເອກະສານກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7  ສະໄໝທີ X ເຊິ່ງປະກອບດ້ວຍເອກະສານມະຕິກອງປະຊຸມ
  ຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X, ມະຕິຂອງຄະນະບໍລິຫານງານສູນກາງພັກເລກທີ 057/ຄບສພ  ລົງວັນທີ 19 ທັນວາ 2018 ວ່າດ້ວຍ
  ການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ  ສ້າງຄວາມເຂັ້ມແຂງການຄຸ້ມຄອງມະຫາພາກ, ມະຕິຂອງຄະນະບໍລິຫານງານສູນກາງ
  ພັກສະໄໝທີ X ເລກທີ 056/ຄບສພ  ລົງວັນທີ 19 ທັນວາ 2018 ວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ  ໃຫ້ເຂັ້ມແຂງ ແລະ
  ໜັກແໜ້ນ.
     ການເປີດບັ້ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ
  ເພື່ອໃຫ້ພະນັກງານ-ສະມາຊິກພັກໄດ້ຮັບຮູ້ເຊື່ອມຊຶມເນື້ອໃນຈິດໃຈມະຕິດັ່ງກ່າວຢ່າງເລິກເຊິ່ງ, ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ
  ໃຫ້ເກີດໝາກຜົນຕົວຈິງ, ໂດຍສະເພາະຂົງເຂດວຽກງານການເພີ່ມທະວີການນຳພາແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ  ແລະ ສ້າງຄວາມເຂັ້ມແຂງຂອງການ
  ຄຸ້ມຄອງມະຫາພາກໃນຂົງເຂດເສດຖະກິດການເງິນ ແລະ ການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕ  ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ບົນພື້ນ
  ຖານດັ່ງກ່າວນີ້ເປັນການປັບປຸງຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນໃຫ້ມີຄວາມເດັດດ່ຽວໜຽວແໜ້ນສືບຕໍ່ບຸກທະລຸດ້ານ
  ແນວຄິດ-ຈິນຕະນາການສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະແນວຄິດ ແລະ ການກະທຳທີ່ສົ່ງເສີມດ້ານດີ, ແກ້ໄຂຈຸດອ່ອນ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍ
  ມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ປັບປຸງແບບ  ແຜນດຳລົງຊີວິດທີ່ປອດໃສ, ຂາວສະອາດປາສະຈາກການສໍ້ລາດບັງຫຼວງ, ປັບປຸງຄວາມສາ
  ມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງອັນເຂັ້ມແຂງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.