ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມອະນຸກໍາມະການກະກຽມດໍາເນີນ ກອງປະຊຸມໃຫຍ່
ຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ VIII


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການ ຄະນະພັກກົມໃຫຍ່ການເມືອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມອະນຸກໍາມະການກະກຽມດໍາເນີນ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ໄດ້ຈັດຂຶ້ນໃນ ວັນທີ 12 ສິງຫານີ້, ຢູ່ທີ່ຫ້ອງປະຊຸມກົມໃຫ່ຍ
ການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການ ຄະນະພັກກົມໃຫຍ່ການເມືອງຮອງ ຫົວໜ້າ ກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກກົມໃຫຍ່, ຄະນະຊີ້ນໍາ, ຄະນະອະນຸກໍາມະການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ສຸວັນນີ ດວງປະເສີດ ຮອງຫົວໜ້າ ຫ້ອງການ ຊາວໜຸ່ມກອງທັບໄດ້ລາຍງານໂດຍຫຍໍ້ກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການ
ດໍາເນີນກອງປະຊຸມຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ VIII, ໃນນີ້, ໄດ້ສໍາເລັດການກະກຽມດ້ານເນື້ອໃນ, ດ້ານບຸກຄະລາກອນ, ດ້ານວຽກງານໂຄສະນາ-ຂະບວນການ,
ວຽກງານຮັບປະກັນດ້ານເສດຖະກິດ, ວຽກງານຮັບປະກັນພາຫະນະ ແລະ ນໍ້າມັນເຊື້ອໄຟ, ວຽກງານຮັບປະກັນຄວາມປອດໄພໃຫ້ແກ່ກອງປະຊຸມ (ອະນຸກໍາມະການປ້ອງ
ກັນ) ແລະ ວຽກງານພິທີການ, ສະຖານທີ່, ຮັບໃຊ້ກອງປະຊຸມ ແລະ ວຽກງານອື່ນໆທີ່ປິ່ນອ້ອມ, ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີບາງໜ້າ ວຽກທີ່ຍັງບໍ່ທັນສໍາເລັດເຊິ່ງຈະຕ້ອງ
ໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການ, ຈາກນັ້ນ, ບັນດາອະນຸກໍາມະການ ກໍໄດ້ພ້ອມກັນປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງ
ໃຫ້ເໝາະສົມເພື່ອ ຮັບປະກັນເຮັດໃຫ້ການດໍາເນີນ ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນຊາວໜຸ່ມທົ່ວກອງທັບ ໄດ້ຮັບໝາກຜົນອັນຈົບງາມ.

     ໂອກາດນີ້ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ມີຄໍາເຫັນຊີ້ນໍາ ໂດຍໄດ້ເນັ້ນໃຫ້ ຫ້ອງການຊາວໜຸ່ມຕ້ອງເປັນໃຈກາງກະກຽມຄວາມພ້ອມໃນທຸກດ້ານ,
ເອົາໃຈໃສ່ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສອດຄ່ອງ, ຄະນະຊີ້ນໍາ ແລະ ອະນຸກໍາມະການແຕ່ລະດ້ານຕ້ອງເປັນເຈົ້າການຊີ້ນໍາເຄື່ອນໄຫວຕາມ ພາລະບົດບາດຂອງຕົນ,
ເພື່ອຮັບປະກັນໃຫ້ແກ່ການດໍາເນີນ ກອງປະຊຸມໃນຄັ້ງນີ້ໄປຕາມວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດເປັນຢ່າງດີ.