
ກອງພັນໃຫຍ່ 605 ສຳເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

     ວັນທີ 8 ກໍລະກົດ 2021 ນີ້,   ກອງພັນໃຫຍ່ 605 ໄດ້ສຳເລັດ ການອົບຮົມ-ຫັດແອບ ແລະ ປະຕິບັດຕົວຈິງຍິງເປົ້າໝາຍດ້ວຍ ລູກປືນແທ້ ໂດຍການ
    ເຂົ້າຮ່ວມ ເປັນປະທານຂອງສະຫາຍ   ພັນເອກ ປະເສີດ ທ່ຽງທຳ ຫົວໜ້າ ການທະຫານກອງພັນໃຫຍ່ 605,   ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ
  ພະນັກງານ-ນັກຮົບເຂົ້າຮ່ວມ.
     ອີງຕາມແຜນການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ   ປະຈຳປີ 2021 ຂອງກົມໃຫຍ່ເສນາທິການກອງທັບ ວາງອອກ,
    ອີງຕາມແຜນການອົບຮົມ-ຫັດແອບປະຈໍາປີ 2021 ຂອງກອງ ພັນໃຫຍ່ 605   ເຊິ່ງການອົບຮົມ-ຫັດແອບ ແລະ ປະຕິບັດການຍິງ ເປົ້າໝາຍລູກປືນແທ້ດ້ວຍ
  ປືນ AK ແລະ K   59 ໃຫ້ພະນັກງານ-ນັກຮົບຢູ່ສະໜາມຕົວຈິງຄັ້ງນີ້ ກໍເພື່ອຍົກສູງຄວາມຮູ້ຄວາມສາມາດ, ຄວາມຊໍານິຊໍານານ ທາງດ້ານສິລະປະຍຸດ-ຍຸດ
  ທະວິທີໃຫ້   ພະນັກງານ-ນັກຮົບ ໃນທົ່ວກົມກອງ ຮູ້ຈັກໝູນໃຊ້ອາວຸດທະຫານ  ຮາບເວລາປະຕິບັດໜ້າທີ່ໃຫ້ຊໍານິຊໍານານ, ຄ່ອງແຄ້ວ ຮັບປະກັນ  ການເຄື່ອນ
  ໄຫວສູ້ຮົບ ແລະ ສູ້ຮົບ  ຕົວຈິງຢ່າງມີໄຊ ເຊີ່ງການອົບ ຮົມຄັ້ງນີ້ແມ່ນຮັກສາໄດ້ຄວາມ ສາມັກຄີ ແລະ   ຮັກສາໄດ້ຄວາມ ປອດໄພ 100%.    ຂ່າວ: ນ.ໜູແດງ
  ລາດສະແກ້ວ
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 14/07/2021