ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີຜູ້ຕິດເຊື້ອໃໝ່ 16 ຄົນ ແລະ ຜູ້ເສຍຊີວິດໃໝ່ 1 ຄົນ

     ວັນທີ 14 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູ
ມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ
COVID-19, ໄດ້ລາຍງານສະພາບການ ການລະບາດຂອງພະຍາດ COVID-19 ດັ່ງນີ້: ມາຮອດປະຈຸບັນ ມີການລາຍງານຜູ້ຕິດເຊື້ອໃໝ່ 16 ຄົນ ເຮັດໃຫ້
ຈໍານວຜູ້ຕິດເຊື້ອສະສົມທັງໝົດ ເປັນ 1,498 ຄົນເສຍຊີວີດໃໝ່ 1 ຄົນ. ປະຈຸບັນ, ຈໍານວນຜູ້ເສຍຊິວິດສະສົມທັງໝົດ 2 ຄົນ. ປະຫວັດຫຍໍ້ ຂອງກໍລະນີ
ເສຍຊີວີດ: ເພດຊາຍ, ອາຍຸ 29 ປີ, ອາຊີບ: ຫວ່າງງານ, ບ້ານ: ວຽງຈະເລີນ ຮ່ອມ 8, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ນ້ຳໜັກ 100 ກວ່າກີໂລ,
ດື່ມເຫຼົ້າ ແລະ ສູບຢາໄຟຟ້າ, ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນສູງ. ໃນວັນທີ 11 ພຶດສະພາ 2021 ເວລາ 11:00 ໂມງ ຜູ້ກ່ຽວເຂົ້າມາໂຮງ
ໝໍສຸນກາງ 103 ດ້ວຍອາການທີ່ເຂົ້າກັບນິຍາມກໍລະນີ SARI, ແພດໄດ້ປະເມີນອາການຜູ້ກ່ຽວໃນເບື້ອງຕົ້ນ ເຫັນວ່າ ມີອາການໜັກ ຈຶ່ງນຳສົ່ງຜູ້ກ່ຽວເຂົ້າ
ຫ້ອງມໍລະສຸມ ICU ທັນທີ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ. ໃນວັນທີ 12 ພຶດສະພາ 2021 ຜົນກວດພົບເຊື້ອ COVID-19. ວັນທີ 13 ພຶດ
ສະພາ 2021 ເວລາ 15:30 ໂມງ ຜູ້ກ່ຽວເສຍຊີວິດ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 513 ຄົນ (ໃໝ່ 82 ຄົນ) ແລະ
ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ ແລະ ຍັງນອນສືບຕໍ່ ຕິດຕາມປິ່ນ ປົວຢູ່ສະຖານທີ່
ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 983 ຄົນ ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 16 ຄົນ (ກໍລະນີຢັ້ງຢືນທີ 1,483 – 1,498) ສໍາລັບຄົນ
ເຈັບຕິດເຊື້ອໃໝ່ ຈາກ ນະຄອນ ຫຼວງ 01 ຄົນ ແລະ ຈໍາປາສັກ 15 ຄົນ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 15 ກໍລະນີ ເຫຼືອຈາກນັ້ນ
ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 01 ກໍລະນີ). ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,200ຕົວຢ່າງ, ຜົນກວດ
ວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ. ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 44 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ
3,681 ຄົນ. ແລະ ທຸກຄົນທີ່ເຂົ້າມາສູນດັ່ງກ່າວແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ຈາກນັ້ນຮັບຟັງການລາຍງານ ຈາກ
ທ່ານ ດຣ ບົວເທບ ພຸມິນ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ ພວກເຮົາຕ້ອງ ເອົາໃຈໃສ່ ຈັດຕັ້ງປະຕິບັດ ໃຫ້ເປັນປົກກະຕິ ເຊັ່ນ: ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ
ດັງ, ລ້າງມື້ດ້ວບເຫຼົ້າເລື່ອຍໆ, ຖ້າບໍ່ມີຄວາມຈໍາເປັນແທ້ໆ ບໍ່ໃຫ້ອອກບ້ານ ໄລຍະມີການລະບາດ. ຂໍໃຫ້ບັນດາ ພໍ່ ແມ່ ປະຊາຊົນໃນຂອບເຂດທົ່ວປະເທດ,
ໃຫ້ພິຈາລະນາໄຕ່ຕອງ ຂ່າວຕ່າງທາງອອນໄລໃຫ້ຖືກຕ້ອງ, ຮຽກຮ້ອງມາຍັງທ່ານໃຫ້ຮັບຊົມຂ່າວ ຈາກ ເເຫຼ່ງຂໍ້ມູນຂ່າວສານທີ່ເປັນທາງການ. ສໍາລັບການ
ບໍລິການສັກວັກຊິນກັນພະຍາດ COVID-19 ນອກຈາກມີການບໍລິການ ຢູ່ ໂຮງໝໍແລ້ວ, ພວກເຮົາຍັງມີການສັກຢາຢູ່ສະໜາມອີກ 3 ຈຸດ ຄື: ຊັງຈຽງ ຈະ
ເປີດບໍລິການເປັນປົກກະຕິ, ສູນການຄ້າລາວ-ໄອເຕັກ ຈະສຶບຕໍ່ສັກຈົນ ຮອດວັນທີ 20 ພຶດສະພາ 2021, ຈະໄດ້ຢຸດການໃຫ້ບໍລິການ, ສໍາລັບ ຢູ່ວຽງຈັນ
ເຊັນເຕີ ມື້ນີ້ ເປັນມື້ສຸດທ້າຍໃນການໃຫ້ບໍລິການສັກຢາວັກຊິນດັ່ງກ່າວ ແລ້ວທີມງານຈະໄປເປີດຈຸດສັກວັກຊິນຢູ່ ວັດຈີນ ຢູ່ບ້ານດົງປາແລບ, ເມືອງຈັນ
ທະບູລີ, ນະຄອນຫຼວງວຽງຈັນ. ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ
ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ,
ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫຼື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນ
ເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາ
ການຮຸນແຮງໄດ້; ຮຽກ ຮ້ອງມາຍັງພໍ່ແມ່ປະຊາຊົນ, ທັງພາກລັດ ແລະ ເອກະຊົນ ໃຫ້ພ້ອມໃຈປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ
15/ນຍ ຢ່າງເຄັງຄັດ. ຖ້າບັນດາທ່ານຝ່າຝືນບໍ່ປະຕິບັດຕາມຄໍາສັ່ງ, ຈະໄດ້ຖືກປະຕິບັດລະບຽບວິໄນຕາມກົດໝາຍ ແຫ່ງ ສປປ ລາວ.

     ສຳລັບ ທ່ານທີ່ຈະໄປສັກວັກຊີນ, ຖ້າຫາກທ່ານມີພະຍາດປະຈຳໂຕ ຈຳເປັນຕ້ອງໄດ້ກິນຢາ ໃນຊ່ວງໄລຍະເວລາດັ່ງກ່າວ ຂໍໃຫ້ທ່ານພົກພາຢາປະຈຳໂຕ
ຂອງທ່ານໄປນຳ ຕາມຄຳແນະນຳຂອງແພດ. ນອກຈາກນັ້ນ ການຕື່ມຂໍ້ມູນລົງໃນແບບຟອມ ຖ້າຫາກໃນແບບຟອມ ບໍ່ໄດ້ລະບຸພະຍາດປະຈຳໂຕຂອງທ່ານ,
ທ່ານສາມາດຕື່ມຂໍ້ມູນເພິ່ມເຕີມໃສ່ໄດ້ ເພື່ອເປັນຂໍ້ມູນໃຫ້ແກ່ແພດໝໍ ໃນການພິຈາະລະນາການສັກວັກຊີນ ໃຫ້ແກ່ທ່ານ. ການອອກກໍາລັງກາຍເເມ່ນກິດ
ຈະກໍາໜຶ່ງທີ່ດີ ເພື່ອເຮັດໃຫ້ສຸຂະພາບແຂງແຮງ ແລະ ສ້າງມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການຕ້ານກັບພະຍາດຕ່າງໆ ແຕ່ໃນໄລຍະທີ່ກໍາລັງມີການ
ລະບາດນີ້ ຂໍຮຽກຮ້ອງມາຍັງທຸກໆທ່ານ ໃຫ້ອອກກໍາລັງກາຍຢູ່ບ້ານຢູ່ເຮືອນຂອງຕົນເພື່ອຫຼຸດຜ່ອນການຕິດເຊື້ອພະຍາດ. ບັນຫາໜຶ່ງທີ່ສຳຄັນ ເວລາທ່ານໄປ
ກວດຊອກຫາເຊື້ອ ຂໍການຮ່ວມມືນຳບັນດາທ່ານ ຂໍໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່
ພ້ອມທັງເບີໂທລະສັບຄວບຄົວຂອງຕົນ ເພີ່ມ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດຕໍ່ພົວພັນກັບຄືນຫາພວກທ່ານ ໃນເວລາໄດ້ຜົນ
ກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ; ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນ
ດາທ່ານ: - ຈົ່ງຈໍາກັດບໍລິເວນຢູ່ເຮືອນຂອງຕົນ ຈົນຄົບ 14 ວັນ - ແຍກຕົນເອງອອກຈາກຄົນໃນຄອບຄົວ - ປະຕິບັດມາດຕະການປ້ອງກັນການຕິດເຊື້ອ
ຢ່າງເຄັ່ງຄັດ - ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນປິ່ນປົວ - ຖ້າຜົນກວດລົບ (-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນ
ຕົນເອງຢູ່ເຮືອນຈົນຄົບ 14 ວັນ ໃນໄລຍະຈໍາກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບຄືນມາ
ກວດ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ. ສຳລັບຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ
ແມ່ນ ໃຫ້ປະຕິບັດຕາມຄຳແນະນຳຂອງແພດ ຄື: - ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ 7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ - ວັດແທກ
ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ - ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານຮີບຮ້ອນໄປພົບແພດຢູ່ສະຖານທີ່ບໍລິການໃກ້
ບ້ານທ່ານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/05/2021