
ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນ ຫວຽດນາມ
  ມອບອຸປະກອນ ຕ້ານພະຍາດ ໂຄວິດ-19 ໃຫ້ກອງທັບ ປະຊາຊົນ ລາວ

     ໃນວັນທີ 13 ພຶດສະພາ 2021 ນີ້   ຢູ່ທີ່ດ່ານສາກົນ ນໍ້າພ້າວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ   ອຸປະກອນການແພດ ລະຫວ່າງກອງບັນຊາການທະຫານ
  ເຂດ 4 ກອງທັບ ປະຊາຊົນ ຫວຽດນາມ ແລະ   ກອງທັບ ປະຊາຊົນ ລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຮາ ເຕິ່ນ ຕຽນ   ຮອງກອງບັນຊາການທະ
  ຫານເຂດ 4 ກ່າວຮັບໂດຍ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ   ຄະນະປະຈໍາພັກກະຊວງປ້ອງກັັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ   ມີ
  ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
     ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວງດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ   ສະກັດກັ້ນ ຕ້ານການແຜ່ລະບາດຂອງເຊື້ອພະຍາດ
  ໂຄວິດ-19 ດັ່ງນັ້ນ   ກອງບັນຊາການທະຫານເຂດ 4 ກອງທັບ ປະຊາຊົນ ຫວຽດນາມ ໄດ້ນໍາເອົາອຸປະກອນການແພດ   ມາມອບໃຫ້ກອງທັບ ປະຊາຊົນ ລາວ
  ປະກອບມີ: ຜົງໂຄຣລາມິນບີ 825 ກິໂລ,   ເຄື່ອງນຸ່ງປ້ອງກັນພະຍາດ 600 ຊຸດ, ຜ້າອັດປາກ 4 ຊັ້ນ 102.000 ອັນ,   ເຄື່ອງວັດແທກອຸນຫະພູມ 300 ອັນ
  ແລະ ນໍ້າຢາຂ້າເຊື້ອ 3.000 ກ່ອງລວມມູນຄ່າ 1   ຕື້ດົງ ແລະ ເງິນສົດ 1 ຕື້ດົງສະກຸນເງິນຫວຽດນາມ. ການມອບອຸປະກອນການແພດ ແລະ   ເງິນສົດໃນຄັ້ງ
  ນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັນການຮ່ວມມືພິເສດ ແລະ   ຄວາມສາມັກຄີລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ອ້າຍນ້ອງ
  ດ້ວຍຄວາມເປັນຫ່ວງເປັນໃຍເຊີ່ງກັນ ແລະ ກັນ   ບົນພື້ນຖານເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ທີ່ມີມາແຕ່ດົນນານແລ້ວນັ້ນ   ເພື່ອພ້ອມກັນ
  ເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືອັນດີງາມ   ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ແຕກດອກອອກຜົນຍີ່ງໆຂື້ນ.
     ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງມືອຸປະກອນການແພດ ແລະ   ເງິນສົດ ຈໍານວນດັ່ງກ່າວນັ້ນ ນໍາໄປປະກອບສ່ວນເຂົ້າໃນວຽກງານປ້ອງກັນ
  ຕ້ານ ແລະ   ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ໃຫ້ໄດຮັບປະສິດທິຜົນສູງ.   ສະຫາຍ ພົນຕີ ວໍລະສານ ວິລັດດາວົງ   ໄດ້ຕາງໜ້າໃຫ້ລັດຖະ
  ບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບໃຈ   ມາຍັງ ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ   ອຸ
  ປະກອນທາງການແພດ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ   ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
      ວັນທີ 14/05/2021