
ແຂ່ງຂັນກີລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງ ຣາຊະອານາຈັກໄທ
  

    ພົນຈັດຕະວາ ພັນແສງ ບຸນພັນ ເປັນປະທານແຂ່ງຂັນກີລາມິດຕະພາບລະຫວ່າງກອງທັບປະຊາຊົນລາວ  ແລະ ກອງທັບ ແຫ່ງ ຣາຊະອານາຈັກໄທ
     ລະຫວ່າງວັນທີ 9-11 ພຶດສະພາ 2019 ນີ້, ຄະນະນັກກີລາຈາກກອງທັບຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມ ແລະ ແຂ່ງຂັນກີລາມິດຕະພາບກັບຄະນະນັກ
    ກີລາກອງທັບປະຊາຊົນລາວ ເຊິ່ງຈັດຂຶ້ນຢູ່ທີ່ສະໜາມກີລາກອງທັບຫຼັກ 5 ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມກົມໃຫຍ່
    ເສນາທິການກອງທັບ, ມີບັນດາຄະນະນໍາກະຊວງ, ພະນັກງານການນໍາເຂົ້າຮ່ວມຊົມ; ຝ່າຍໄທ ໂດຍ ທ່ານ ພົນໂທ ທັນຢາ ກຽດສານ ແມ່ທັບພາກທີ 2 ຣາຊະອານາຈັກໄທ
    ພ້ອມດ້ວຍຄະນະ, ມີບັນດານັກ ກີລາທັງສອງກອງທັບ ລາວ-ໄທ, ພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມ.
     ການແຂ່ງຂັນກີລາມິດຕະພາບໃນຄັ້ງນີ້ ກໍເພື່ອເປັນການສົ່ງເສີມສ້າງຄວາມສໍາພັນອັນດີງາມ ແລະ ເປັນການພັດທະນາດ້ານກີລາ-ວັດທະນະທໍາຮ່ວມກັນຂອງສອງກອງ
    ທັບ ລາວ-ໄທ, ໄທ-ລາວ. ຕາມບົດບັນທຶກກອງ ປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ( GBC ) ຄັ້ງທີ 25
    ຕາມຂໍ້ 7-6-5-3, ປະເພດກີລາທີ່ນຳມາແຂ່ງຂັນມິດຕະພາບໃນຄັ້ງນີ້ມີ 3 ປະເພດກີລາຄື: ການແຂ່ງຂັນບານສົ່ງຊາຍໃນຮົ່ມ, ກີລາເຕະກະຕໍ້, ກີລາເຕະບານ. ໂດຍໄດ້ຈັດ
    ຂຶ້ນໃນວັນທີ 10 ພຶດສະພາ 2019 ນີ້ ຢູ່ທີ່ສະໜາມກີລາກອງທັບປະຊາຊົນລາວຫຼັກ 5.
     ຜ່ານການແຂ່ງຂັນບານສົ່ງຊາຍແມ່ນທີມນັກກີລາຈາກກອງທັບແຫ່ງຣາຊະອານາຈັກໄທເອົາຊະນະນັກກີລາຈາກກອງທັບປະຊາຊົນລາວ 3 ຕໍ່ 2 ເຊັດ, ກີລາກະຕໍ້ນັກກີ
  ລາກອງທັບປະຊາຊົນລາວເອົາຊະນະນັກກີລາກອງທັບແຫ່ງຣາຊະອານາຈັກໄທ 2 ຕໍ່ 1 ເຊັດ, ສຳລັບກີລາເຕະບານແມ່ນສະເໝີກັນ 0-0.
     ໃນໂອກາດເດີນທາງມາຢ້ຽມຢາມ ແລະ ແຂ່ງຂັນກີລາມິດຕະພາບຂອງກອງທັບຣາຊະອານາຈັກໄທໃນຄັ້ງນີ້ ທ່ານ ພົນໂທ ທັນຢາ ກຽດສານ ແມ່ທັບພາກທີ 2 ກອງ
    ທັບແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ທີ່ກະ
    ຊວງປ້ອງກັນປະເທດ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາອັນສໍາຄັນຂອງລາວຕື່ມອີກ.