ຫ້ອງວ່າການກະຊວງ ເຜີຍແຜ່ເອກະສານສຳຄັນ
ແລະ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ໃນວັນທີ 10 ມີນາ 2022 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເຜີຍແຜ່ບັນດາເອກະສານສຳຄັນ ແລະ ສະຫຼຸບຖອດຖອນບົດຮຽນການກໍ່
ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2020-2021, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຄະນະ
ປະຈຳພັກກະຊວງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ຫ້ອງການ, ກອງ, ບໍລິສັດ-ລັດວິສາຫະກິດ ພ້ອມດ້ວຍ
ພະນັກງານ-ນັກຮົບທົ່ວຫ້ອງວ່າການກະຊວງເຂົ້າຮ່ວມ.
ສໍາລັບເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ລວມມີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະ
ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄຳສັ່ງແນະນຳຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງແນະນຳຂອງ ນາຍົກ
ລັດຖະມົນຕີ ກ່ຽວກັບການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ, ຄຳສັ່ງແນະນຳຂອງ ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍ ໃນກອງທັບ, ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກສະ
ໄໝທີ XI ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ, ຄະນະກວດກາພັກ ແລະ ວິໄນຂອງພັກແຕ່ລະຂັ້ນ ແລະ ຄຳສັ່ງແນະນຳຂອງ ກົມໃຫຍ່ການເມືອງ
ກອງທັບ ວ່າດ້ວຍການຈັດຕັ້ງເຄື່ອນໄຫວວຽກງານວັດທະນະທຳ, ສິລະປະ-ວັນນະຄະດີ ເພື່ອຂໍ່ານັບ ຮັບຕ້ອນວັນສຳຄັນຕ່າງໆ ປະຈຳປີ 2022. ທັງນີ້ກໍເພື່ອ
ເຮັດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈເປັນເອກະພາບ ຕໍ່ເນື້ອໃນເອກະສານດັ່ງກ່າວ ເພື່ອນຳໄປຈັດປະຕິບັດເຂົ້າສູ່ວຽກງານຕົວຈິງ ໃຫ້ບັນລຸ
ໝາກຜົນ.
ໃນກອງປະຊຸມ, ຍັງໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກ 2020-2021, ໃນໄລຍະຜ່ານມາ
ຄະນະພັກແຕ່ ລະຂັ້ນຍາມໃດກໍໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ສະມາຊິກພັກ-ພະນັກງານມີຄຸນທາດການເມືອງໜັກແໜ້ນ,
ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດບັນດາຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງ ແລະ
ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ ຮັບມອບໝາຍເປັນຢ່າງດີ, ເອົາໃຈໃສ່ປັບປຸງກໍ່ສ້້າງພັກໂດຍຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດ
ນຳໃນການກໍ່ສ້າງ ແລະ ປັບປຸງພັກຕິດພັນກັບການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໃຫ້ເປັນຂະບວນການຢ່າງກວ້າງຂວາງ ຮັບປະກັນທາງດ້ານປະລິ
ມານ ແລະ ຄຸນນະພາບສູງ, ປັດຈຸບັນນີ້, ຄະນະພັກຫ້ອງວ່າການ ກະຊວງປ້ອງກັນປະເທດ ມີ 9 ໜ່ວຍພັກຮາກຖານ, ມີ 5 ຄະນະພັກຮາກຖານ (ເພີ່ມຂຶ້ນ
ໃນປີ 2021 ຈຳນວນ 2 ຄະນະພັກຮາກຖານ), ມີ 29 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ (ເພີ່ມຂຶ້ນໃນປີ 2021 ຈຳນວນ 10 ໜ່ວຍພັກທີ່ຂຶ້ນກັບຄະ
ນະພັກຮາກຖານ), ສາມາດຕີລາຄາ ແລະ ຮັບຮອງເອົາສະມາຊິກພັກແຂງກວມເອົາ 74,94%, ກາງ 3,83% ແລະ ບໍ່ໄດ້ຕີລາຄາເທົ່າກັບ 21,1%, ສາມາດ
ຕີລາຄາ ແລະ ຮັບຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 3 ຄັ້ງຕິດຕໍ່ກັນມີ 15 ໜ່ວຍ, 2 ຄັ້ງ ມີ 5 ໜ່ວຍ ແລະ ຮັບຮອງໃໝ່ 3 ໜ່ວຍ, ພ້ອມ
ທັງໄດ້ມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາສົກປີ 2020-2021 ຢ່າງສົມກຽດ.
ພ້ອມດຽວກັນນີ້, ຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນປະຈຳປີ 2021 ແລະ ເປີດຂະບວນການແຂ່ງຂັນປະຈຳປີ 2022 ຕື່ມອີກ.
ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງ ໃຫ້ພະນັກ
ງານສະມາຊິກພັກ-ນັກຮົບທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ຕ້ອງໄດ້ຕັ້ງໜ້າຄົ້ນຄວ້າຮໍ່າຮຽນທິດສະດີມາກເລນິນ, ແນວທາງນະໂຍບາຍຂອງພັກ,
ກົດໝາຍຂອງລັດ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງ, ກຳແໜ້ນໜ້າທີ່ການເມືອງຂອງກົມກອງ, ປັບປຸງແບບແຜນວິທີເຮັດ
ວຽກໃຫ້ສອດຄ່ອງ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງ ກໍ່ສ້າງພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການກໍ່ສ້າງ
ກອງ 3 ປອດ ໃຫ້ເປັນຂະບວນ ຟົດຟື້ນ, ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດສາກົນ ແລະ ພາກພື້ນ ໃຫ້ນັບມື້ກວ້າງຂວາງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2022