
ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9 ສະໄໝທີ IV

      ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດເປັນປະທານກອງປະຊຸມ
  
     ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 9  ສະໄໝທີ IV ໄດ້ຈັດຂື້ນໃນວັນທີ 13 ມັງ ກອນນີ້, ສະຫາຍ  ພົນເອກ ຈັນສະໝອນ ຈັນຍາ
    ລາດ  ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ  ກະຊວງປ້ອງກັນປະເທດ ໃນນາມເປັນປະທານ ກອງປະຊຸມໄດ້ກ່າວໄຂກອງປະຊຸມວ່າ:
  ໃນປີ 2019 ຜ່ານມາພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະພັກກະຊວງ, ກໍຄືຄະນະພັກແຕ່ລະຂັ້ນໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ  ວຽກ
  ງານຈຸດສຸມຂອງກະຊວງ ພວກເຮົາ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນສຸມໃສ່ຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະ
  ນະພັກກະຊວງປ້ອງກັນປະເທດ  ວາງອອກເຂົ້າສູ່ຊີວິດຕົວຈິງຂອງກົມກອງທ້ອງຖິ່ນ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ວັນບຸນ ແລະ  ກອງປະຊຸມທີ່ສໍາຄັນຕ່າງໆ ນັບ
  ທັງລະດັບສາກົນ ແລະ  ລະດັບຊາດ, ປ້ອງກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ  ເຮັດໃຫ້ສະພາບທົ່ວປະເທດມີຄວາມສະຫງົບ ໂດຍພື້ນຖານມີສະຖຽນ
  ລະພາບທາງດ້ານການເມືອງມີຄວາມໝັ້ນຄົງໜັກແໜ້ນ, ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ  ການພັດທະນາເສດຖະກິດ-ສັງຄົມ ຍັງສືບຕໍ່ຂະ
  ຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ, ການປັບປຸງກໍ່ສ້າງກອງທັບໄດ້ມີຫຼາຍດ້ານພົ້ນເດັ່ນຂຶ້ນກວ່າເກົ່າ.
     ກອງປະຊຸມຈະໄດ້ສຸມໃສ່ສະຫຼຸບ ຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງ ໃນການຈັດຕັ້ງປະຕິບັດມະຕິ 8 ສະໄໝທີ IV ແລະ ກໍານົດທິດທາງສຸມໃສ່
    ນໍາພາຕົ້ນປີ 2020 ຈາກນັ້ນຈະໄດ້ຫັນເປັນມະຕິ 9 ສະໄໝທີ IV ຂອງຄະນະພັກກະຊວງ. ໃນການຄົ້ນຄວ້າເນື້ອໃນກອງປະຊຸມຄັ້ງນີ້, ຈິດໃຈແມ່ນໃຫ້ພວກເຮົາ ມີຄວາມ
  ເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນໍາ-ນໍາພາ ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງຍົກໃຫ້ເຫັນອັນທີ່ເຮັດໄດ້, ອັນທີ່ເປັນ
  ບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄືການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນສະພາບການ ແລະ ຮັບປະກັນໃນການວາງແຜນວຽກຈຸດສຸມ ໃນຕໍ່ໜ້າ
  ໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ.