ກົມ ວສ-ປສ ການທະຫານ ນໍາສະເໜີເນື້ອໃນ ແລະ ຈຸດທີ່ຕັ້ງຂອງຮູບປັ້ນໃສ່ສວນປະຕູໄຊ
ວັນທີ 10 ທັນວາ 2021 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີນໍາສະເໜີເນື້ອໃນ ແລະ ຈຸດທີ່ຕັ້ງ ຂອງຮູບປັ້ນໃສ່ສວນປະ
ຕູໄຊ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາວິທະຍາສາດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີບັນດາຄະນະຊີ້ນຳ ແລະ ອານຸກຳມະການຮັບຜິດຊອບ ກອງປະຊຸມສຳມະນາວິທະຍາສາດ “ ວັນຢຶດອຳນາດໃນທົ່ວປະເທດ ”
ເຂົ້າຮ່ວມ.
ສະຫາຍ ພັນໂທ ສັນຕິ ຫຼຽມຜີ ຮອງຫົວໜ້າພະແນກວິທະຍາສາດການທະຫານ ໃນນາມຜູ້ຮັບຜິດຊອບການອອກແບບຮູບປັ້ນ ເພື່ອຕົບແຕ່ງຢູ່ສວນ
ປະຕູໄຊ ຕາມທິດຊີ້ນຳຂອງສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອໃຫ້ສະຖານທີ່ດັ່ງກ່າວ ມີຄວາມໝາຍ, ຄວາມສຳຄັນບົ່ງ ບອກເຖິງເຫດການ
ທີ່ສໍາຄັນທາງປະຫວັດສາດຂອງຊາດລາວ ໃນຂະບວນການແຫ່ງການຕໍ່ສູ້ປົດປ່ອຍຊາດໃນໄລຍະຜ່ານມາ ເພື່ອໃຫ້ຜູ້ທີມາທ່ຽວຊົມໄດ້ຮຽນຮູ້ປະຫວັດສາດ,
ເນື່ອງຈາກສວນປະຕູໄຊ ມີຄວາມກ່ຽວພັນເຖິງເຫດການວັນຍຶດອໍານາດໃນທົ່ວປະເທດ ພວກເຮົາຈຶ່ງໄດ້ນໍາເອົາ 5 ເຫດການທີ່ມີການກ່ຽວພັນໂດຍ ກົງ
ກັບວັນຢຶດອໍານາດໃນທົ່ວປະເທດ 23 ສິງຫາ 1975 ເຊິ່ງ ປະກອບມີ: ຮູບພາບທີ 1: ສ່ອງແສງເຖິງເຫດການທີ່ຄະນະລັດຖະບານແນວລາວຮັກຊາດເຂົ້າປະ
ສົມສາມຝ່າຍ ຢູ່ທີ່ວຽງຈັນ; 2: ສ່ອງແສງເຖິງ 3 ບາດຄ້ອນ ຍຸດທະສາດ ທີ່ມີຂໍ້ຄວາມຂຽນ ບັນລະຍາຍຮູບພາບວ່າ: ປະຊາຊົນຊາວຜູ້ອອກແຮງງານ ແລະ
ຊັ້ນຄົນຕ່າງໆ ຢູ່ແຕ່ລະທ້ອງຖິ່ນ ໄດ້ເດີນຂະບວນຂັບໄລ່ພວກຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມອຳນາດການປົກຄອງເກົ່າທີ່ເໜົ່າເໝັນ; 3: ສ່ອງແສງເຖິງ
3 ບາດຄ້ອນຍຸດທະສາດ ທີ່ມີຂໍ້ຄວາມຂຽນບັນລະຍາຍຮູບພາບວ່າ: ຍ້ອນເຫັນໄດ້ເຖິງຄວາມຖືກຕ້ອງ ແລະ ເປັນທໍາ ໃນອຸດົມການຕໍ່ສູ້ ຂອງກອງທັບປົດ
ປ່ອຍປະຊາຊົນລາວ ແລະ ກຳລັງເປັນກາງ ຮັກຊາດ ເຊິ່ງເຮັດໃຫ້ກໍາລັງທະຫານຝ່າຍວຽງຈັນ ທີ່ມີຈິດໃຈ ຮັກຫອມສັນຕິພາບ ໄດ້ຫັນມາ ເຂົ້າຮ່ວມກັບກອງ
ທັບປົດປ່ອຍ ປະຊາຊົນລາວ ດໍາເນີນການ ຕໍ່ສູ້ປົດປ່ອຍຊາດ; 4: ສ່ອງແສງ ເຖິງ 3 ບາດຄ້ອນຍຸດທະສາດ ທີ່ມີຂໍ້ຄວາມຂຽນບັນລະຍາຍຮູບພາບວ່າ: ກອງ
ທັບປົດປ່ອຍປະຊາຊົນລາວ ແລະ ກຳລັງເປັນ ກາງຮັກຊາດເປັນກຳລັງໜູນໜີບ ໃຫ້ແກ່ຂະບວນລຸກຮືຂຶ້ນ ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ທີ່
ຢູ່ພາຍໃຕ້ການຄຸ້ມຄອງ ຂອງຝ່າຍວຽງຈັນ ແລະ ຮູບພາບ ທີ 5: ສ່ອງແສງເຖິງເຫດການ ໃນວັນຢຶດອານາດ 23 ສິງຫາ 1975 ທີ່ມີຂໍ້ຄວາມຂຽນບັນລະ
ຍາຍ ຮູບພາບວ່າ: ປະເທດຊາດຈາລຶກ ເຫດການທີ່ສຳຄັນ ໃນປະຫວັດສາດຂອງຊາດປວງຊົນລາວ ໃນທົ່ວປະເທດລວມທັງຊັ້ນຄົນຕ່າງໆ ແລະ ພະສົງສາ
ມະເນນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ເດີ່ນອານຸສາວະລີ ເພື່ອເດີນຂະບວນມຸ່ງໜ້າສູ່ເດີ່ນພະທາດຫຼວງ ເພື່ອປະກາດການຢຶດອໍານາດ ໃນທົ່ວປະເທດ ຂຶ້ນຢ່າງເປັນ
ທາງການ ໃນວັນທີ 23 ສິງຫາ 1975.
ໂອກາດນີ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນ ໂອ້ລົມ ແລະ ເຫັນດີເປັນເອກະພາບ ນໍາການນໍາສະເໜີຄັ້ງນີ້ ພ້ອມທັງໃຫ້ທິດທາງໃນການ
ດໍາເນີນຂັ້ນຕໍ່ໄດ້ ເຊິ່ງວຽກງານນີ້ເປັນວຽກງານສໍາຄັນ ເພື່ອເປັນການຫວນຄືນປະຫວັດສາດ, ສະແດງໃຫ້ເຫັນເຖິງການຕໍ່ສູ້ກູ້ຊາດຂອງ ນັກຮົບປະຕິວັດໃນ
ສະໄໝນັ້ນ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮູ້ເຖິງບຸນຄຸນຂອງນັກຮົບປະຕິວັດ, ແຕ່ຮູບພາບທີ່ສ້າງຂຶ້ນມາຕ້ອງຮັກສາ ສະພາບເຫດການຕົວຈິງ ແລະ ຕ້ອງໄດ້ສ້າງ
ແຜນນໍາສະເໜີ ຜ່ານລັດຖະມົນຕີຕື່ມອີກ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/12/2021