ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ
ພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດເຂດຊາຍແດນ


     ວັນທີ 12 ທັນວາ 2021 ນີ້, ທີ່ດ່ານສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ,
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ
ສປປ ລາວ ໄດ້ນໍາພາ ຄະນະຜູ້ແທນຝ່າຍລາວເຂົ້າຮ່ວມ ກອງປະຊຸມພົບປະມິດຕະພາບ ວຽກງານປ້ອງກັນຊາດເຂດຊາຍແດນ ຄັ້ງທີ I ຢູ່ດ່ານຊາຍແດນ
ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາພາ ໂດຍ ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການ ກົມການເມືອງສູນກາງພັກ, ຮອງເລຂາຄະນະພັກ ການ
ທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທາງການ ທັງສອງຝ່າຍເຂົ້າຮ່ວມ.

     ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ເຂົ້າຮ່ວມກິດຈະກຳຮ່ວມກັນຄື: ຂໍ່ານັບຫຼັກໝາຍຊາຍແດນ, ແຕ້ມສີ
ຫຼັກໝາຍຊາຍແດນ 605/2 ແລະ ຮ່ວມພິທີວາງສີລາລືກໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 320 ກອງທັບປະຊາຊົນລາວ, ເຊິ່ງເປັນທຶນຊ່ວຍ
ເຫຼືອຈາກກອງທັບປະຊາຊົນຫວຽດນາມ ໃນມູນຄ່າ 20 ຕື້ດົງ (ສະກຸນເງິນຫວຽດນາມ), ໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນຫ້ວຍສານ ເມືອງເຊ
ໂປນ ແຂວງສະຫວັນນະເຂດ ແລະ ມອບອຸປະກອນການສຶກສາ ໃຫ້ແກ່ຄູ-ອາຈານ ແລະ ນ້ອງນັກຮຽນ, ເຂົ້າວາງກະຕ່າດອກໄມ້ຢູ່ ຫໍໄຫວ້ບ້ານສະກີພິນ
ເພື່ອໄຫວ້ອາໄລເຖິງດວງວິນຍານ ຂອງພະນັກງານ-ນັກຮົບປະຕິວັດລາວ ແລະ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນສະໄໝຕໍ່ສູ້ກູ້ຊາດຮ່ວມກັນ, ເຂົ້າຢ້ຽມ
ຊົມຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ບໍລິເວນ ເສັ້ນທາງເລກ 9 ບ້ານດົງສະຫວັນ ເມືອງເຊໂປນ.

     ສອງລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ຍັງໄດ້ ສືບຕໍ່ໄປຂໍ່ານັບຫຼັກໝາຍຊາຍແດນ,
ແຕ້ມສີຫຼັກໝາຍຊາຍແດນ 605/1 ເບື້ອງຝ່າຍຫວຽດນາມ ແລະ ຢ້ຽມຢາມໂຮງຮຽນປະຖົມສົມບູນເລກ 2 ເທດສະບານລາວບາວ ເມືອງເຮືອງຮົວ ແຂວງ
ກວາງຈິ ສສ ຫວຽດນາມ ແລະ ມອບອຸປະກອນການສຶກສາ ໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ຈໍານວນໜຶ່ງ.

     ຈາກນັ້ນ ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ກໍໄດ້ເຂົ້າ ຮ່ວມເຄື່ອນໄຫວກິດຈະ
ກຳຕ່າງໆ ຮ່ວມກັນຢູ່ຊາຍແດນລາວບາວ ເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ, ເປັນຕົ້ນແມ່ນ ໄດ້ໄປເບິ່ງການເຝິກແອບກວດກາ ການລາດ
ຕະເວນຊາຍແດນຂອງ ກຳລັງທະຫານຊາຍແດນ, ພາຍ ຫຼັງ ສຳເລັດການເຄືຶ່ອນໄຫວກິດຈະກຳຮ່ວມກັນແລ້ວ, ທັງສອງລັດຖະມົນຕີກະຊວງປ້ອງກັນປະເທດ
ລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະ ມິດຕະພາບວຽກງານປ້ອງກັນຊາດ ຄັ້ງທີ I ຢູ່ດ່ານຊາຍແດນລາວ-ຫວຽດນາມ. ເຊິ່ງການພົບປະ
ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ນັບມື້ຍິ່ງໄດ້
ຮັບການ ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງອອກໃນຊຸມປີຜ່ານມາ ການຮ່ວມມືດ້ານວຽກ ງານປ້ອງກັນຊາດເຂດ
ຊາຍ ແດນລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ, ໄດ້ຮັບການເພີ່ມທະວີ, ການພັດທະນາ ແລະ ສື່ບຕໍ່ເປັນເສົາຄໍ້າໃນສາຍ
ພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຕະຫຼອດມາ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ອັນ
ເປັນການ ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ ຄວາມໝັ້ນຄົງ ທາງດ້ານການເມືອງ-ສັງຄົມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ ຂອງສອງປະເທດ.

     ການເຄື່ອນໄຫວພົບປະມິດ ຕະພາບວຽກງານປ້ອງກັນຊາດ ເຂດຊາຍແດນລາວ-ຫວຽດນາມ ຄັ້ງນີ້, ມັນເປັນສິ່ງຢັ້ງຢືນ ແລະ ສະແດງໃຫ້ເຫັນເຖິງການ
ເອົາໃຈໃສ່ ແລະ ຄວາມເປັນຫ່ວງ ເປັນໃຍ ຂອງສອງການນໍາກະຊວງປ້ອງກັນປະເທດລາວ-ຫວຽດນາມ ທີ່ຍາມໃດກໍ່ຍຶດໝັ້ນ, ເຄົາລົບນັບຖື ແລະ ສ້າງທຸກ
ເງື່ອນໄຂ ເພື່ອເຮັດໃຫ້ຄະນະຜູ້ແທນທັງສອງຝ່າຍ ໄດ້ພົບປະແລກປ່ຽນບົດຮຽນ, ການຢ້ຽມຢາມໄປມາ ຫາສູ່ກັນ ຢ່າງເປັນປົກກະຕິ ນັບແຕ່ ຂັ້ນສູນກາງລົງ
ຮອດອຳນາດ ການປົກຄອງທ້ອງຖິ່ນ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ
ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການຖະນຸຖະໝອມ ແລະ ຂຽວສົດງົດງາມຕະຫຼອດໄປ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/12/2021