ຄວາມເປັນມາຂອງ ວັນການທູດລາວ (ເນື່ອງໃນໂອກາດ ຄົບຮອບ 76 ປີ
ວັນການທູດລາວ: 12 ຕຸລາ 1945-12 ຕຸລາ 2021)
ວັນການທູດ ລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດ ໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກ ຮັບຮູ້ເຖິງ ອະທິປະໄຕ ແລະ ຜືນແຜ່ນ
ດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈ ຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດ ຄັ້ງທໍາອິດຂອງປະເທດລາວ,
ຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນ ມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກ
ເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ໄຊຊະນະ ດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ,
ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ.
ເຫດການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ,
ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນ
ແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ. ພາຍຫຼັງປະກາດເອກະລາດໂຮມລາວ ວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ
ໄດ້ປະກາດນະໂຍບາຍ 12 ຂໍ້, ຊຶ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດ
ຖະບານລາວອິດສະຫຼະ ຄື: “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະ
ເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນທີ່ໄດ້ຕິດພັນ
ກັບຂະບວນການຕໍ່ສູ້ກູ້ຊາດ ພ້ອມທັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນັ້ນ, ກໍເພື່ອຂົນຂວາຍຄວາມຮັບຮູ້, ເຂົ້າໃຈ ແລະ ການຊ່ວຍ
ເຫຼືອຈາກຕ່າງປະເທດ ຊຶ່ງຈໍາຕ້ອງຮູ້ສິດ-ໜ້າທີ່ ແລະ ບູລິມະສິດ ຂອງຕົນໃນການເປັນປະເທດເອກະລາດໜຶ່ງໃນໂລກ ໂດຍສະເພາະການເປັນປະເທດທີ່ເຄີຍ
ຖືກຮຸກຮານ ແລະ ໄດ້ຮັບຜົນເສຍຫາຍຈາກສົງຄາມ. ໄລຍະແຕ່ກ່ອນປີ 2013, ພວກເຮົາ ຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ ຂະແໜງ
ການຕ່າງໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມ
ທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສໍາຄັນຂອງລາວ. ດັ່ງນັ້ນ, ໃນປີ 2013, ລັດ
ຖະບານ ຈຶ່ງໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ. ພິເສດໃນປີ 2015, ພວກເຮົາ ໄດ້ມີການ
ສະເຫຼີມສະຫຼອງ 70 ປີ ວັນການທູດລາວ, ໂດຍມີ ປະທານປະເທດ, ນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງຂອງລາວເຮົາ ໃຫ້ກຽດເຂົ້າຮ່ວມສະ
ເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ແລະ ໃນປີ 2020, ຊຶ່ງແມ່ນປີມົນ ຄົບຮອບ 75 ປີ ວັນການທູດລາວ ກໍໄດ້ມີການສ້າງກິດຈະກຳຕ່າງໆ ໃນການສະເຫຼີມ
ສະຫຼອງວັນດັ່ງກ່າວ ເຊັ່ນ: ພິທີປາຖະກະຖາ ກ່ຽວກັບ ວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ, ພິທີເປີດສະໂມສອນນັກການທູດລາວ ແລະ ເປີດຕົວປຶ້ມ
“ແນວຄວາມຄິດຊີ້ນຳຕໍ່ວຽກງານການຕ່າງປະເທດ ຂອງ ປະທານ ຄຳໄຕ ສີພັນດອນ” ແລະ ອື່ນໆ. ຕັ້ງແຕ່ອະດີດ ເຖິງ ປັດຈຸບັນ, ນະໂຍບາຍການຕ່າງປະ
ເທດຂອງລາວເຮົາ ແມ່ນຖືກກໍານົດອອກ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວການທູດແບບພາວະວິໄສ
ກໍຄື ຖືກກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ. ໃນໄລຍະການຕໍ່ສູ້ກູ້ຊາດ,
ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫຼື ເອີ້ນວ່າ ການທູດປະຊາຊົນ, ຊຶ່ງການນໍາຮຸ່ນກ່ອນ ໄດ້ນໍາໃຊ້ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດ
ຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການຕິດພັນກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດ
ຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາປະເທດ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ທີ່
ໂລກໄດ້ຮັບຮູ້. ຕະຫຼອດໄລຍະ 76 ປີ ທີ່ຜ່ານມາ, ການເຄື່ອນໄຫວການທູດ ໄດ້ປະກອບສ່ວນອັນສໍາຄັນຕໍ່ຜົນສໍາເລັດຂອງການປະຕິວັດຊາດ ປະຊາທິປະໄຕ
ໂດຍການສົມທົບກັນ ລະຫວ່າງ ກຳລັງປະກອບອາວຸດ ແລະ ການຕໍ່ສູ້ການເມືອງ ທີ່ແຍກອອກຈາກກັນບໍ່ໄດ້.
ໝາກຜົນລວມຍອດຂອງການປະສານສົມທົບກັນ ລະຫວ່າງ ກ້ອນກໍາລັງປະກອບອາວຸດ ແລະ ການທູດ ມີສ່ວນຕັດສິນຊີ້ຂາດ ຕໍ່ການສ້າງຕັ້ງ ສປປ
ລາວ. ຕົກມາໃນໄລຍະໃໝ່, ບົດບາດຂອງການເຄື່ອນໄຫວການທູດລາວ ຍິ່ງພົ້ນເດັ່ນຂຶ້ນກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ
ເທດຊາດ ໂດຍສະເພາະແມ່ນ ການປັບຕົວໃຫ້ໄປໃນຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍລະດັບ ເພື່ອການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ສປປ ລາວ
ພວກເຮົາ ໄດ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງ ”ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມ
ມື” ຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດນະໂຍບາຍເປີດກວ້າງການພົວພັນຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ທັງປະຕິບັດທິດນຳ
“ເພີ່ມມິດຫຼຸດຜ່ອນສັດຕູ” ຕາມແນວທາງການປ່ຽນແປງໃໝ່ຂອງພັກ ແລະ ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ ທີ່ວ່າ: “ການທູດປ້ອງກັນເຫດ
ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ” ຢ່າງໄດ້ຮັບຜົນດີ; ອັນສະແດງອອກໃນການເສີມຂະຫຍາຍ ຮັດແໜ້ນ
ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດຕ່າງໆ
ໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍໄດ້ສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ.
ມາຮອດປະຈຸບັນ, ສປປ ລາວ ໄດ້ສ້າງສາຍພົວພັນການທູດກັບ 147 ປະເທດ (ໃນໄລຍະ 06 ປີ ຜ່ານມາ ເພີ່ມຂຶ້ນ 07 ປະເທດ ຄື: ລີເບີເຣຍ, ແຊນ
ກິສ ແອນ ເນວິດສ, ສ.ຊານມາລີໂນ, ສ.ກົງໂກ, ສ.ການາ, ເຄືອຈັກກະພົບ ໂດມິນິກ ແລະ ສ.ປານາມາ); ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 41
ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 03 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ
01 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ ຕ່າງປະເທດ 19 ແຫ່ງ, ກົງສຸນກິດຕິມະສັກຂອງຕ່າງປະເທດ ຢູ່ ສປປ ລາວ 15 ແຫ່ງ; ມີດ່ານສາກົນ
29 ແຫ່ງ, ໄດ້ສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຂົວມິດຕະພາບ 05 ແຫ່ງ (ລາວ-ໄທ 04 ແຫ່ງ, ລາວ-ມຽນມາ 01 ແຫ່ງ); ມີການພົວພັນກັບ 139
ພັກ ຈາກ 85 ປະເທດໃນໂລກ ແລະ 03 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 19 ສະມາຄົມມິດຕະພາບກັບຕ່າງປະເທດ
ແລະ 01 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 48 ປະເທດ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ
ລັດຖະການ, ຍົກເວັ້ນວີຊາສອງຝ່າຍ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ໃຫ້ກັບ 11 ປະເທດ (09 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ)
ແລະ ຍົກເວັ້ນວີຊາຝ່າຍດຽວ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ໃຫ້ກັບ 04 ປະເທດ (ຍີ່ປຸ່ນ, ສ. ເກົາຫລີ, ລຸກຊໍາບວກ ແລະ ສະວິດເຊີແລນ).
ເວົ້າລວມແລ້ວ, ການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ຢ່າງຕັ້ງໜ້າຮອບດ້ານຂອງ ສປປ ລາວ ທັງໃນຂອບ ສອງຝ່າຍ
ແລະ ຫຼາຍຝ່າຍ ຕະຫຼອດໄລຍະ 76 ປີ ທີ່ຜ່ານມາ ສາມາດຕໍ່ສູ້ຍາດແຍ່ງການຮັບຮູ້ຢ່າງກວ້າງຂວາງຈາກສາກົນ ອັນໄດ້ຍົກສູງບົດບາດອິດທິພົນ ແລະ ກຽດ
ສັກສີຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍ
ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ຜົນງານ ແລະ ຄວາມສຳເລັດອັນໃຫຍ່ຫຼວງຂອງການເຄື່ອນໄຫວວຽກງານດັ່ງກ່າວ
ທີ່ສາມາດຍາດມາໄດ້ນັ້ນ ກໍແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກ-ລັດ, ຍ້ອນການຊີ້ນຳ-ນໍາພາ ຢ່າງໃກ້ຊິດຕິດແທດ, ໂດຍກົງ ແລະ ຮອບ
ດ້ານ ຂອງກົມການເມືອງສູນກາງພັກ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງ ຄະນະບໍລິຫານງານສູນກາງພັກ,
ລັດຖະບານ ພ້ອມຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງ ພະນັກງານ, ທະຫານ, ຕຳຫຼວດ ແຕ່ສູນກາງຮອດທ້ອງຖິ່ນ, ຍ້ອນການເຂົ້າຮ່ວມ
ຢ່າງຕັ້ງໜ້າຂອງນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ, ຊຶ່ງໄດ້ປະກອບສ່ວນ
ອັນສຳຄັນເຂົ້າໃນຜົນສຳເລັດ ຂອງວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ຂອງ ສປປ ລາວ ຢ່າງມີບາດກ້າວຕໍ່ເນື່ອງ ແລະ ໜັກແໜ້ນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/10/2021