ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖອດຖອນບົດຮຽນກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກົມ ວສ-ປສ ການທະຫານ


ພົນຈັດຕະວາ ວຽງໄຊ ສົມວິຈິດ ​ເປັນ​ປະທານ ພິທີສະຫຼຸບຖອດຖອນບົດຮຽນຂະບວນການ ກໍ່ສ້າງໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ

     ຕອນເຊົ້າຂອງວັນທີ 09 ສິງຫາ 2019 ນີ້, ຢູ່ທີ່ຫ້ອງປະຊຸມຂອງກົມວິທະຍາສາດ-ປະຫັວດສາດ ການທະຫານ ໄດ້ຈັດພິທີສະຫຼຸບຖອດຖອນບົດຮຽນຂະບວນການ ກໍ່
ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າ ກົມ ວສ-ປສ ການ
ທະຫານ, ມີພະນັກງານສະມາຊິກພັກສົມບູນ-ສຳຮອງພາຍໃນ ກົມເຂົ້າຮ່ວມ.

     ສະຫາຍ ພັນໂທ ອູເທບ ພົມມະເທບ ຮອງເລຂາໜ່ວຍພັກ ພະແນກການເມືອງ ຫົວໜ້າ ພະແນກການເມືອງກົມ ວສ-ປສ ການທະຫານ ໄດ້ໃຫ້ຮູ້ວ່າ: ວຽກງານຕີລາ
ຄາຜົນໄດ້ຮັບໃນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີຜ່ານມາ, ດ້ານການເມືອງແນວຄິດ, ດ້ານວິຊາສະເພາະມີວຽກງານປະຫັວດສາດ ສຳເລັດ
ຂຽນ ແລະ ຈັດພິມຈຳໜ່າຍປຶ້ມປະຫັວດສາດມູນເຊື້ອ ຂອງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ວຽກງານວິທະຍາສາດ ແມ່ນສຳເລັດການພິມປື້ມ ແລະ ມອບ-ຮັບ
ປຶ້ມວັດຈະນານຸກົມ ຄຳສັບທະຫານລາວ ໃຫ້ກະຊວງປ້ອງກັນປະເທດ, ຄົ້ນຄວ້າໂຄງການຫຸ່ນຍົນ ແລະ ທົດລອງການຍິງລູກສອນປືນຫັດແອບ ປະເພດຍິງໂຄ້ງ, ປະສານສົມ
ທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເພື່ອຫາຂໍ້ມູນວິທີແກ້ໄຂ ແລະ ຮັບມືກ່ຽວກັບການປ່ຽນແປງດິນຟ້າອາກາດ, ວຽກງານຍຸດທະສາດແມ່ນໄດ້
ປິດໂຄງການປຶ້ມປົກຂາວນະໂຍບາຍປ້ອງກັນຊາດ ສປປ ລາວ ຄັ້ງທີ 4 (ເຫຼັ້ມ 4) ຮ່ວມກັບສະຖາບັນຍຸດທະສາດປ້ອງກັນຊາດ ສສ ຫວຽດນາມ ຂຽນບົດນິພົນນ້ອຍ 14
ຫົວ, ວຽກງານຂໍ້ມູນ-ຂ່າວສານ ແມ່ນຮັບປະກັນສະຫຼຸບຂ່າວປະຈຳວັນ, ປະຈຳອາທິດ, ປະຈຳເດືອນ ແລະ ຂຽນຂ່າວຈຳນວນໜຶ່ງສົ່ງໃຫ້ໜັງສືພິມກອງທັບ ແລະ ວິທະຍຸ-ໂທ
ລະພາບກອງທັບ ດ້ວຍຜົນງານທີ່ຜ່ານມາໄດ້ມີ ໜ່ວຍພັກ ຂຶ້ນກັບ ຄະນະພັກຮາກຖານ ໄດ້ຮັບຮອງເປັນກອງປອດໃສ ເຂັ້ມແຂງ ໜັກແໜ້ນຄື: ໜ່ວຍພັກພະແນກປະຫັວດ
ສາດ 5 ຄັ້ງ, ໜ່ວຍພັກພະແນກວິທະຍາທະສາດ 5 ຄັ້ງ, ໜ່ວຍພັກພະແນກຂໍ້ມູນ-ຂ່າວສານ 4 ຄັ້ງ, ໜ່ວຍພັກ ພະແນກການເມືອງ 3 ຄັ້ງ, ໜ່ວຍພັກຫ້ອງການ 2 ຄັ້ງ ແລະ
ໜ່ວພັກ ພະແນກການເງິນ ຮັບຮອງໃໝ່. ພ້ອມນີ້ໄດ້ຈັດພິທີມອບໃບຢັ້ງຢືນຮັບຮອງເອົາບັນດາກົມກອງ-ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ ກົມ ວສ-ປສ ການທະຫານ
ເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 6 ໜ່ວຍ ພັກ, ໃບຍ້ອງຍໍ ກົມໃຫ່ຍການເມືອງກອງທັບ 1 ໜ່ວຍພັກ: ໜ່ວຍພັກຫ້ອງ
ການ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 2 ໜ່ວຍພັກ: ໜ່ວຍພັກພະແນກ ຂໍ້ມູນ-ຂ່າວສານ ແລະ ໜ່ວຍພັກພະແນກການເມືອງ, ມອບທຸງໄຊໃຫ້ 2 ໜ່ວຍພັກ: ໜ່ວຍ
ພັກພະແນກວິທະຍາສາດ ແລະ ໜ່ວຍພັກພະແນກປະຫັວດສາດ.

    ໃນຕອນທ້າຍພິທີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ວສ-ປສ ການທະຫານ ກໍໄດ້ເນັ້ນໜັກໃຫ້ແຕ່ລະໜ່ວຍພັກ ແລະ
ພະນັກງານ-ສະມາຊິກ ພັກທຸກ ສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຮັກສາໄດ້ທາດແທ້ການເມືອງແນວຄິດ, ສືບຕໍ່ຮັກສາໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
ໄດ້ຕະຫຼອດໄປ.