ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ຄະນະກໍາມະການ ປກຊ-ປກສ ແຂວງໄຊສົມບູນ


ສະຫາຍ ພົນໂທ ທອງລອຍ ສີລິວົງ ຄະນະກໍາມະການປກຊ-ປກສ ສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນ​ປະ​ທານ

     ວັນທີ 9 ມິຖຸນາ 2022 ນີ້, ຢູ່ທີ່ກອງບັນຊາການທະຫານ ແຂວງໄຊສົມບູນ, ໄດ້ຈັດພິທີປະກາດແຕ່ງຕັ້ງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບ ຂັ້ນແຂວງ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສີລິວົງ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ
ແຂວງ, ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການ
ສູນກາງພັກ ສະບັບເລກທີ 106/ຄລສພ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ປກຊ-ປກສ ແຂວງໄຊສົມບູນ ປະກອບມີ: ສະຫາຍ ພອຍຄໍາ ຮຸ່ງບຸນ
ຍວງ ເລຂາພັກແຂວງ ເຈົ້າແຂວງ ແຂວງໄຊສົມບູນ ເປັນປະທານ ປກຊ-ປກສ ແຂວງ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລ ຂາພັກແຂວງໄຊສົມ
ບູນ ເປັນຮອງປະທານ, ຂໍ້ຕົກລົງເລກທີ 14/ຄລສພ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ຄໍາຕ້ອຍ ມະນີວອນ ເປັນກໍາມະການຄະນະກໍາມະການ ປກຊ-
ປກສ ແຂວງ ໄຊສົມບູນ.

     ຈາກນັ້ນ, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງແຂວງ ໄຊສົມບູນ, ປະທານ ປກຊ-ປກສ ແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ
ປກຊ-ປກສ ໄລຍະ 5 ເດືອນຜ່ານມາ, ໂດຍໄດ້ຮັບການຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ພາຍໃນແຂວງໄດ້ຮັບໝາກຜົນສູງ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ, ແມ່ນມີແນວຄິດອຸ່ນອຽນ ທຸ່ນທ່ຽງ, ເຊື່ອ
ໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ເປັນຢ່າງດີ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນ
ກຸ່ມບ້ານສູ້ຮົບຕິດລຽນໄດ້ຫຼາຍບ້ານ, ເຄື່ອນໄຫວຈັບກຸມຂະບວນການຄ້າຂາຍຢາເສບຕິດໄດ້ 18 ລາຍ, ເຄື່ອນໄຫວຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາ
ປາກົດການຫຍໍ້ທໍ້ຕ່າງໆ ໄດ້ຫຼາຍຄັ້ງເຮັດໃຫ້ສະພາບພາຍໃນທົ່ວແຂວງມີຄວາມສະຫງົບ ໂດຍພື້ນຖານ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ມີຄໍາເຫັນສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້
ຮຽກຮ້ອງໃຫ້ບັນດາສະຫາຍການນໍາແຂວງ, ຄະນະກໍາມະການ ປກຊ- ປກສ ແຂວງທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ກໍຄືທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈ
ໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ສ້າງສາພັດທະນາແຂວງໄຊສົມບູນ ໃຫ້ມີສະຖຽນລະພາບທາງດ້ານການເມືອງ
ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ໂດຍພື້ນຖານ, ເນັ້ນໜັກໃຫ້ກຳລັງປກຊ-ປກສ ແຂວງ ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປາກົດການ
ຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂຶ້ນ, ໂດຍຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດຂອງຕົນຮັບຜິດຊອບ, ປູກລະດົມຊຸກຍູ້ປະຊາຊົນມີສ່ວນ ຮ່ວມ
ໃນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ຫຼາຍຂຶ້ນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງມີບາດກ້າວຂະຫຍາຍຕົວຢ່າງ
ຕໍ່ເນື່ອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/06/2022