ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາ ປັບປຸງຈັດວາງສະແດງວັດຖຸກໍາ ຫໍພິພິທະພັນປະຫວັດສາດກອງທັບ


ພິທີເຊັນສັນຍາ ໂຄງການປັບປຸງຈັດວາງສະແດງວັດຖຸກໍາ ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ
ລະຫວ່າງກົມໃຫຍ່ການເມືອງກອງທັບ (ເຈົ້າຂອງໂຄງການ) ແລະບໍລິສັດລາວີນາໂກ 36 ຈໍາກັດຜູ້ດຽວ

     ວັນທີ 12 ພຶດສະພາ 2022 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີເຊັນສັນຍາໂຄງການປັບປຸງຈັດວາງສະແດງວັດຖຸກໍາຫໍພິພິທະພັນປະຫວັດສາດ
ກອງທັບ ປະຊາຊົນລາວ ລະຫວ່າງກົມໃຫຍ່ການເມືອງກອງທັບ (ເຈົ້າຂອງໂຄງການ) ແລະ ບໍລິສັດລາວີນາໂກ 36 ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ່າງ), ໂດຍ
ເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສອນທອງ
ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ຫວີງດຶກມີງ ປະທານບໍລິສັດ ລາວີນາ
ໂກ 36 ຈໍາກັດຜູ້ດຽວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

     ສະຫາຍ ພັນໂທ ວົງທອງ ອິນທະວົງ ຫົວໜ້າພະແນກກໍ່ສ້າງຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ຜ່ານສັນຍາຮັບເໝົາກໍ່ສ້າງຂອງ ກະຊວງ
ປ້ອງກັນປະເທດ: ໂດຍເຈົ້າຂອງໂຄງການຕົກລົງເຫັນດີມອບໂຄງການປັບປຸງຈັດວາງ ສະແດງວັດຖຸກໍາຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ ໃຫ້
ຝ່າຍຮັບເໝົາກໍ່ ສ້າງເປັນຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕັ້ງແຕ່ຕົ້ນຈົນສໍາເລັດ 100% ດ້ວຍເງິນຊ່ວຍເຫຼືອລ້າຂອງລັດຖະບານ ສສ ຫວຽດນາມ ແລະ
ຝ່າຍຮັບເໝົາກໍ່ສ້າງກໍເຫັນດີດໍາເນີນການກໍ່ສ້າງຕາມແຜນຜັງ ແລະ ເຕັກນິກ, ຄິດໄລ່ມູນຄ່າການກໍ່ສ້າງ ເຊິ່ງໄດ້ຜ່ານການກວດກາຮັບຮອງຈາກພະແນກກໍ່
ສ້າງ-ຄຸ້ມຄອງຊັບສິນ ແລະ ເຊັນຢັ້ງຢືນຈາກກົມໃຫຍ່ການເມືອງກອງທັບ. ທັງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນຄິດໄລ່ມູນຄ່າຕາມທີ່ ກົມໃຫຍ່ການ
ເມືອງກອງທັບເຊັນອະນຸມັດ, ລວມມູນຄ່າທັງໝົດຄິດໄລ່ເປັນຈໍານວນເງິນ 27.225.881.151 ດົ້ງ ( ສະກຸນເງິນ ຫວຽດນາມ ), ສ່ວນໄລຍະເວລາ ໃນ
ການປະຕິບັດແມ່ນ 12 ເດືອນ, ນັບແຕ່ ເດືອນ ມິຖຸນາ 2022 ຫາ ເດືອນ ມີຖຸນາ 2023. ໃຫ້ສໍາເລັດຕາມແຜນການທີ່ທັງສອງຝ່າຍເຫັນດີຮ່ວມກັນອະນຸ
ມັດ, ຕາງໜ້າກົມໃຫຍ່ການເມືອງກອງທັບ ລົງນາມເຊັນສັນຍາໂດຍ ສະຫາຍ ພົນຕີ ສອນທອງ ພົມລາວົງ (ເຈົ້າຂອງໂຄງການ) ແລະ ສະຫາຍ ດວານ ມິງ
ຮວິງ ຮອງປະທານບໍລິສັດ ລາວີນາໂກ 36 ຈໍາກັດຜູ້ດຽວ (ຜູ້ຮັບເໝົາ ກໍ່ສ້າງ). ໂດຍຊ່ອງໜ້າຄະນະນໍາທັງສອງພາກສ່ວນເປັນສັກຂີ່ພິຍານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 13/05/2022