ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຢ້ຽມຢາມ ແລະ ອວຍພອນ ທ່ານ ຄຳໄຕ ສີພັນດອນ

     ວັນທີ 8 ກຸມພາ 2018 ນີ້, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານຄະນະບໍລິຫານງານ
ສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຢູ່ທີ່ເຮືອນພັກຂອງທ່ານ, ທີ່ເມືອງປາກຊ່ອງ ແຂວງຈຳ
ປາສັກ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ແລະວັນຄ້າຍວັນເກີດຂອງທ່ານ ຄົບຮອບ 94 ປີ.


ພົນໂທ ວິໄລ ຫຼ້າຄຳຟອງ ຢ້ຽມຢາມ ແລະ ອວຍພອນ ທ່ານ ຄຳໄຕ ສີພັນດອນ

     ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບປະຊາຊົນລາວ ໄດ້ນຳເອົາຄຳອວຍ
ພອນໄຊອັນປະເສີດແດ່ ທ່ານ ພົນເອກ ຄຳໄຕ ສີພັນດອນພ້ອມຄອບຄົວມີບາງຕອນທ່ານກ່າວວ່າ: ກອງທັບປະຊາຊົນລາວຍາມໃດກໍໄດ້ຮັບການຊີ້ນຳ-ນຳ
ພາເດັດຂາດໂດຍກົງຮອບດ້ານຈາກພັກ, ພັກໄດ້ເອົາໃຈໃສ່ສຶກສາອົບຮົມບົ່ມສອນທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງເຮັດໃຫ້ກອງທັບເຕີບ
ໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ກອງທັບຍາມໃດກໍມີຄວາມຕັ້ງໜ້າບໍລິສຸດຜຸດຜ່ອງຕໍ່ພັກ-ຕໍ່ປະຊາຊົນພັດທະນາຕົນເອງໃນທຸກດ້ານສາມາດປົກປັກຮັກສາອະ
ທິປະໄຕປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ເຊິ່ງກອງທັບປະຊາຊົນລາວມີຄວາມເຕີບໃຫຍ່ເຂັ້ມແຂງມາຮອດປັດຈຸບັນນີ້ກໍຍ້ອນການຊີ້ນຳ-ນຳພາ ແລະ ອົບຮົມ
ສັ່ງສອນຈາກພັກ, ຈາກການນຳພັກແຕ່ລະຮຸ່ນ, ໃນນັ້ນມີ ທ່ານ ປະທານ ຄຳໄຕ ສີພັນດອນ, ໃນໂອກາດອັນ ມີຄວາມໝາຍສຳຄັນນີ້ ທ່ານ ພົນໂທ ວິໄລ
ຫຼ້າຄຳຟອງ ກ່າວຄຳອວຍພອນໄຊໃຫ້ທ່ານ ປະທານ ຄຳໄຕ ສີພັນດອນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ, ເປັນຮົ່ມໂພຮົ່ມໄຊ ແລະ ໃຫ້ທິດ
ຊີ້ນຳໃຫ້ແກ່ກອງທັບປະຊາຊົນລາວໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

     ທ່ານ ພົນເອກ ຄຳໄຕ ສີພັນດອນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ການນຳກະຊວງປ້ອງກັນປະເທດ ທີ່ມາອວຍພອນ ແລະ ທ່ານຍັງໄດ້ເນັ້ນ
ໜັກໃຫ້ຄະນະນຳກະຊວງປ້ອງກັນປະເທດ ຈົ່ງສືບຕໍ່ຮັກສາທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ທຸກສິ່ງທຸກຢ່າງແມ່ນເພື່ອພາລະກິດປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອສ້າງໃຫ້ກອງທັບສືບຕໍ່ເຕີບໃຫຍ່ເຂັ້ມແຂງທຸກດ້ານໜັກແໜ້ນທາງດ້ານຄຸນທາດການເມືອງແນວຄິດ ແລະ
ການຈັດຕັ້ງ ມີແບບແຜນທີ່ທັນສະໄໝສົມກັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.