
ເຊັນສັນຍາສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ

    ພິທີລົງນາມເຊັນສັນຍາຮ່ວມກັນລະຫວ່າງສະຖາບັນການຢາ-ການແພດພື້ນເມືອງກອງທັບ ກັບສູນບໍລິການ
    ຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານສປຈີນສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ
     ກະຊວງປ້ອງກັນປະເທດໄດ້ອານຸຍາດໃຫ້ສະຖາບັນການຢາ-ການແພດພື້ນເມືອງກອງທັບເຊັນສັນຍາຮ່ວມມືກັບສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງ
    ແຂວງ  ຢູນນານ  ສປ ຈີນ ສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງບໍລິຫານ-ຈັດການວິສາຫະກິດ, ເຊິ່ງໄດ້ມີພິທີລົງນາມເຊັນສັນຍາຢ່າງເປັນທາງການໃນວັນທີ 8 ສິງຫາ 2019 ນີ້,
    ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຈັດຕະວາ ຄໍາເພັດ  ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງ
    ທັບ ແລະ  ສະຫາຍ ເຕິ້ງ ຢຸ້ຍປິ່ງ ເລຂາທິ ການສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານ ສປ  ຈີນ, ມີຄະນະນໍາກົມເສນາຮັກ, ກົມເສດຖະກິດ,
    ສະຖາບັນການຢາ-ການແພດພື້ນເມືອງກອງທັບ ແລະ  ບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ. 
     ສະຫາຍ ພັນໂທ  ບຸນມີ ວິເສດສິນ ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບກ່າວວ່າ: ກະຊວງປ້ອງກັນປະເທດໄດ້ອານຸຍາດໃຫ້ສະຖາບັນການຢາ-ການ
    ແພດພື້ນເມືອງກອງທັບປະຊາຊົນລາວເຊັນສັນຍາຮ່ວມມືກັບສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ ຢູນນານ  ສປ ຈີນ ສ້າງຕັ້ງບໍລິສັດຮ່ວມຄຸ້ມຄອງ
    ບໍລິຫານ-ຈັດການວິສາຫະກິດທີ່ຂຶ້ນກັບ. 
     ການສ້າງຕັ້ງບໍລິສັດດັ່ງກ່າວ ກໍເພື່ອແນໃສ່ຊຸກຍູ້ສົ່ງເສີມການພັດທະນາດ້ານການຢາ-ການແພດພື້ນເມືອງເວົ້າລວມ,  ເວົ້າສະເພາະແມ່ນວຽກງານປ້ອງກັນ ແລະ ປິ່ນປົວ
    ສຸຂະພາບດ້ວຍເຕັກນິກການແພດພື້ນເມືອງ ສົມທົບກັບການແພດຍຸກສະໄໝໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະດ້ານໃຫ້ມີບາດ  ກ້າວໃໝ່ ທັງເປັນ
    ການດຶງດູດ ແລະ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ ເພື່ອດຶງດູດການລົງທຶນ ແລະ ວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນຂະແໜງການຢາ-ການແພດ
  ພື້ນເມືອງຂອງກອງທັບປະຊາຊົນລາວ.
     ໃນພິທີໄດ້ລົງນາມເຊັນສັນຍາຮ່ວມກັນລະຫວ່າງ ສະຫາຍ ພັນໂທ ພູເຂົາ ທະນູສອນ ຫົວໜ້າການທະຫານສະຖາບັນການຢາ-ການແພດພື້ນເມືອງກອງທັບປະຊາຊົນ
    ລາວ ແລະ ສະຫາຍ ຫວັງ ຫນິງ ຜູ້ອໍານວຍການໃຫຍ່  ບໍລິສັດ ລາຍຊື ສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ  ຢູນນານ ສປ ຈີນ, ໂດຍມີສະຫາຍ ພົນ
    ຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ເຕິ້ງ ຢຸ້ຍປິ່ງ ເລຂາທິການສູນບໍລິການຂໍ້ມູນຂ່າວສານໜຶ່ງແລວ-ໜຶ່ງເສັ້ນທາງແຂວງ
    ຢູນນານ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.