ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ
ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021

     ວັນທີ 9 ມິຖຸນາ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6
ເດືອນ ທ້າຍປີ 2021, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັກສາ ການຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ 15 ກົມ, 3 ຫ້ອງການ, 35 ກົມກອງຮາກຖານທົ່ວ ກົມໃຫຍ່ເສນາທິການເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ສຸກສະຫວັດ ດາລາສຸກ ຮອງຫົວໜ້າ ຫ້ອງການກົມໃຫຍ່ໄດ້ຂຶ້ນຜ່ານບົດສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ທີ່ຍາດມາໄດ້
ໃນຕະຫຼອດ ໄລຍະ 6 ເດືອນຜ່ານມາມີຫຼາຍ ສິ່ງທີ່ພົບກັບຄວາມຫຍຸ້ງຍາກ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19 ພື້ນຖານແມ່ນມີ ຄວາມສະ
ຫງົບຄະນະພັກ-ຄະນະບັນຊາ ມີຄວາມເປັນເອກະພາບ ຫັນເອົາມະຕິທິດທາງແຜນການ ທີ່ຂັ້ນເທິງມາຈັດຕັ້ງຜັນຂະຫຍາຍ ຢ່າງຖືກຕ້ອງບັນດາກົມກອງກໍາ
ລັງຫຼວງ-ກໍາລັງທ້ອງຖິ່ນໄດ້ເປັນ ເຈົ້າການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຢ່າງແຂງແຮງ, ສຸມໃສ່ຈັດຕັ້ງອົບຮົມຫັດແອບ ການເມືອງ, ການທະຫານ,
ວິຊາສະເພາະ, ປັບປຸງແບບແຜນວິທີ ເຮັດວຽກ, ສຸມໃສ່ມາດຕະການ ປ້ອງກັນສະກັດກັ້ນ, ຄຸ້ມຄອງ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢ່າງແຂງ
ແຮງ, ສົມທົບກົມກ່ຽວຊີ້ນໍາກໍາລັງຫຼວງ-ກໍາລັງທ້ອງຖິ່ນຈັດຕັ້ງພະນັກງານ ຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດ ໝາຍຢ່າງມີຈຸດສຸມ
ຊີ້ນໍານໍາພາ ຢ່າງໃກ້ຊິດ. ການຊີ້ນໍາ-ນໍາພາພະນັກງານ-ນັກຮົບ ໂດຍຖືເອົາວຽກງານການເມືອງ-ນໍາພາແນວຄິດ ເປັນກົກ ນໍາເອົາບັນດາເອກະສານ ມະຕິຄໍາສັ່ງ
ຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ທີ່ຂັ້ນເທິງວາງ ອອກມາຈັດຕັ້ງເຜີຍແຜ່ໃຫ້ແກ່ພະນັກງານ-ນັກຮົບ ໄດ້ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງປັບ
ປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ ກໍຄືໜ້າທີ່ວຽກງານການເມືອງ ຂອງກົມກອງ ທົ່ວກົມໃຫຍ່ເສນາທິການກອງທັບ ຕິດພັນກັບການຫັນເອົາ
ພະນັກງານ ລົງກໍ່ສ້າງຮາກຖານ ນໍາເອົາແນວທາງນະໂຍບາຍຂອງ ພັກ-ກົດໝາຍຂອງລັດ, ເຊື່ອມຊຶມ ເຜີຍແຜ່ ໃຫ້ອໍານາດການປົກຄອງ ປະຊາຊົນຢ່າງທົ່ວ
ເຖິງ, ສຸມໃສ່ ຕິດຕາມກໍາແໜ້ນຮາກຖານ, ເປົ້າໝາຍໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄຸ້ມຄອງປະຊາຊົນປັບ ປຸງອໍານາດການປົກຄອງກໍາລັງ ກອງ
ຫຼອນ ໃຫ້ມີຄຸນນະພາບ, ໂຄສະນາສຶກສາອົບຮົມຊ່ວຍເຫຼືອ ປະຊາຊົນໃນການພັດທະນາພື້ນ ຖານເສດຖະກິດ-ແກ້ໄຂຊີວິດ ການເປັນຢູ່ໂດຍສະເພາະບັນດາ
ກຸ່ມບ້ານ, ຈຸດສຸມພັດທະນາ, ເຂດ ຫຼໍ່ແຫຼມມີທ່ວງທ່າດີຂຶ້ນກວ່າເກົ່າ.

     ສັງລວມແລ້ວ 6 ເດືອນຕົ້ນ ປີຜ່ານມາບັນດາໜ້າວຽກທີ່ເປັນ ຈຸດສຸມທົ່ວກົມໃຫຍ່ເສນາແມ່ນ ແມ່ນມີຜົນສໍາເລັດຫຼາຍດ້ານໃນ ນັ້ນແມ່ນວຽກງານ
ງານການເມືອງ-ນໍາພາແນວຄິດເຊື່ອມຊຶມ ບັນດາເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງ ປະຊຸມໃຫຍ່ ຄັ້ງທີ V ຂອງອົງ ຄະນະພັກກະ
ຊວງປ້ອງກັນປະເທດ, ວຽກງານກິດຈະການ ປ້ອງກັນຊາດໂຄງການ ກໍ່ສ້າງຕ່າງໆທີ່ ເປັນຈຸດສຸມຂອງລັດຖະບານ, ກະ ຊວງປ້ອງກັນປະເທດ 89 ໂຄງ ການ
ສໍາເລັດ 28 ໂຄງການ. ວຽກງານແກ້ໄຂຄວາມບໍ່ສະຫງົບແມ່ນ ໄດ້ສຸມໃສ່ແກ້ໄຂກຸ່ມເກາະຫ້ອຍ ເລື່ອນລອຍຢູ່ບັນດາຈຸດທີ່ສົງໄສ ພື້ນທີ່ 5 ແຂວງເຂດໃຈ
ກາງ, ອອກເຄື່ອນໄຫວນ້ອຍ-ໃຫຍ່ ທັງໝົດ 1.332 ຄັ້ງ,ຈັດຕັ້ງລະບົບປະຈໍາການຕະຫຼອດ 24 ຊົ່ວໂມງປະຕິບັດ ລະບອບສ່ອງແສງລາຍງານ ປະຈໍາວັນ
ເປັນປົກກະຕິ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາ ຄິດເຫັນໃສ່ບົດສະຫຼຸບແຜນການ 6 ເດືອນທ້າຍປີ 2021 ຢ່າງ ກົງໄປກົງມາ
ດ້ວຍຄວາມຮັບຜິດຊອບສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/07/2021