
ກອງກີລາກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍ
  ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ) 

    ພົນຈັດຕະວາ ສອນທອງ ແກ້ວລໍຄຳ  ເປັນປະທານຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ)
     ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ນີ້, ກອງກີລາກອງທັບໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ) ໃຫ້
    ແກ່ນາຍທະຫານຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ  ພົນຈັດຕະວາ ສອນທອງ ແກ້ວລໍຄຳ ກຳມະການຄະນະພັກອົງການກົມໃຫຍ່ເສນາທິການກອງທັບ, ຫົວໜ້າກົມ
  ສູ້ຮົບ ພ້ອມດ້ວຍນັກວິຊາການ,  ຄະນະຮັບຜິດຊອບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍທະຫານກອງກີລາກອງທັບ ແລະ ສູນ 14 ເຂົ້າຮ່ວມ.
     ສະຫາຍ ພັນໂທ  ພິມ ວິຈິດວົງສາ ຫົວໜ້າພະແນກປ້ອງກັນພາຍໃນຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງ
    ທັບປະຊາຊົນລາວ (ສະບັບປັບປຸງໃໝ່) ເຊິ່ງປະກອບມີ: 5 ພາກ, 4 ໝວດ ແລະ 50 ມາດຕາ. ຈຸດປະສົງເພື່ອແນໃສ່ເຮັດໃຫ້ນາຍທະຫານມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງ
    ຕໍ່ກົດໝາຍນາຍທະຫານ ແລະ ນະໂຍບາຍຕ່າງໆໃນກອງທັບປະຊາຊົນລາວ, ເພື່ອຍົກສູງຄວາມຮູ້-ຄວາມສາມາດທາງດ້ານການເມືອງ-ແນວຄິດ, ມີລະບຽບແບບແຜນທີ່
  ທັນສະໄໝ, ເປັນກຳລັງຫຼັກແຫຼ່ງຂອງກອງທັບໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
     ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄຳ  ໄດ້ໃຫ້ການໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດເຖິງນາຍທະຫານທົ່ວ
    ກອງກີລາກອງທັບ ແລະ ສູນ 14 ຈົ່ງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດ-ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຢ່າງເຂັ້ມງວດ
  ເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນມີຜົນສຳເລັດສູງ ແລະ ຫັນເຂົ້າສູ່ລະບຽບແບບແຜນ ແລະ ທັນສະໄໝຂຶ້ນເລື້ອຍໆ.