
ປາຖະກະຖາວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດການທະຫານ ຄົບຮອບ16 ປີ

    ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານປາຖະກະຖາວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ  ການທະຫານ ຄົບຮອບ 16 ປີ
     ຕອນເຊົ້າຂອງວັນທີ 10 ມິຖຸນາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ  ການທະຫານ ໄດ້ຈັດປາຖະກະຖາໃນໂອກາດວັນສ້າງຕັ້ງກົມວິທະຍາສາດ-ປະຫວັດສາດ
    ການທະຫານ  ຄົບຮອບ 16 ປີ ແລະ ສະຫຼຸບຜົນງານຮອບດ້ານໃນ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ  2019 ຂຶ້ນ, ໂດຍການເປັນປະທານຂອງ
    ສະຫາຍ  ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ, ຄະນະບັນຊາ, ພະແນກການ  ແລະ ພະນັກງານ-ນັກຮົບພາຍ
    ໃນກົມເຂົ້າຮ່ວມ.
     ສະຫາຍ ພົນຈັດຕະວາ  ວຽງໄຊ ສົມວິຈິດ ໄດ້ທົບທວນປະຫວັດມູນເຊື້ອຂອງກົມວິທະຍາສາດ-ປະຫວັດສາດ ການທະຫານ ຕະຫຼອດໄລຍະຜ່ານມາ, ເຊິ່ງກົມໄດ້ກຳ
    ເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວມາເປັນເວລາ 16 ປີ ພາຍໃຕ້ການຊີ້ນຳໂດຍກົງຂອງກະຊວງປ້ອງກັນປະເທດໄດ້ເຕີບໃຫຍ່  ແລະ ປ່ຽນແປງຮູບແບບການຈັດຕັ້ງ 3 ຮຸ່ນ
    ໃນເບື້ອງຕົ້ນເປັນພຽງພະແນກສະຫຼຸບສົງຄາມບັ້ນຮົບບັ້ນຕີ, ໄລຍະທີສອງມີສອງກົມແຍກຈາກກັນຄື: ກົມວິທະຍາສາດ  ການທະຫານ ຂຶ້ນກັບກົມໃຫຍ່ເສນາທິການກອງ
    ທັບກັບກົມຄົ້ນຄວ້າປະຫວັດສາດຂຶ້ນກັບກົມໃຫຍ່ການເມືອງກອງທັບ,  ມາຮອດວັນທີ 10 ເດືອນມິຖຸນາ 2003 ກະຊວງປ້ອງກັນປະເທດໄດ້ລວມເອົາສອງກົມດັ່ງກ່າວເຂົ້າ
    ກັນເປັນກົມດຽວ, ເອີ້ນວ່າ: ກົມວິທະຍາສາດ-ປະຫວັດສາດ ການທະຫານ, ເຊິ່ງປັດຈຸບັນມີອາຍຸຄົບຮອບ16 ປີ (10/6/2003-10/6/2019) ຕະຫຼອດໄລຍະ  16 ປີຜ່ານ
    ມາ ໄດ້ເປັນເສນາທິການໃຫ້ກະຊວງປ້ອງກັນປະເທດເຮັດວຽກງານວິທະຍາສາດ-ປະຫວັດສາດ ກອງທັບ.
     ໃນໂອກາດນີ້ ຍັງໄດ້ຜ່ານບົດສະຫຼຸບຜົນງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019,  ເຊິ່ງຍົກໃຫ້ເຫັນແຕ່ລະໜ້າວຽກທີ່ກົມກອງຍາດມາໄດ້
  ໃນ 6 ເດືອນຜ່ານມາ  ວຽກປະຫວັດສາດໄດ້ສຳເລັດການປັບປຸງ ແລະ ຈັດພິມປື້ມປະຫວັດສາດກອງທັບ 70 ປີ; ວຽກວິທະຍາສາດສຳເລັດການພິມປື້ມ ແລະ ມອບ-ຮັບ
  ປຶ້ມວັດຈະນານຸກົມຄຳສັບການທະຫານລາວໃນກະຊວງປ້ອງກັນປະເທດ, ສຳເລັດກອງປະຊຸມຜ່ານສະພາວິທະຍາສາດຂັ້ນລ່າງ 2 ໂຄງການ: ໂຄງການໂດຼນ  (Drone)  ຕິດ
  ອາວຸດ ແລະ ໂຄງການຫຸ່ນຍົນມອດໄຟ, ດຳເນີນການທົດລອງການຍິງສົ່ງລູກປືນໃຫຍ່ຫັດແອບ 122  T83 ປະເພດລູກປືນຍິງໂຄ້ງ, ເຮັດລູກປືນໃຫຍ່ຫັດແອບປະເພດຍິງ
  ໂຄ້ງມອບໃຫ້ວິທະຍາຄານກົມມະດຳ, ໄປຕິດຕັ້ງປືນໃຫຍ່ຈຳລອງຢູ່ກອງພັນຍິງປືນສາກົນ 199, ເຂົ້າຮ່ວມຮັບໃຊ້ວຽກງານໄອທີໃຫ້ກອງປະຊຸມສຳມະນາບັ້ນຮົບປົດປ່ອຍ
  ຕົວເມືອງທ່າແຂກ, ວຽກຍຸດທະສາດການທະຫານຮ່ວມມືກັບສະຖາບັນຍຸດທະສາດປ້ອງກັນຊາດ ສສ ຫວຽດນາມ, ຂຽນບົດນິພົນຍ່ອຍ 14 ຫົວຂໍ້, ຈັດຕັ້ງລົງເອົາຂໍ້ມູນ
  ກັບກົມກອງອ້ອມຂ້າງຮັບໃຊ້ການຂຽນບົດນິພົນຮ່ວມກັບສະຖາບັນຍຸດທະສາດປ້ອງກັນຊາດ ສສ ຫວຽດນາມ, ວຽກງານຂໍ້ມູນ-ຂ່າວສານ, ວາລະສານ, ສະຫຼຸບຂ່າວປະ
  ຈຳອາທິດຮັບໃຊ້ການນຳ, ຜະລິດ ແລະ ຈຳໜ່າຍວາລະສານວິທະຍາສາດ-ປະຫວັດສາດ  ການທະຫານ ສະຫຼຸບ ແລະ ເກັບກຳຂໍ້ມູນ-ຂ່າວສານປະຈຳວັນລົງເວັບໄຊ້ກະຊວງ
  ປ້ອງກັນປະເທດ ແລະ ອື່ນໆ.