ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມ​ໃຫ່ຍ​ເສນາ​ທິການ​ກອງທັບ ລົງ​ຢ້ຽມຢຽມ
​ແລະ ​ເຮັດ​ວຽກຢູ່​ໂຮງຮຽນເຫຼົ່າຮົບສື່ສານ 205


ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 10 ພຶດສະພາ 2022 ນີ້, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ
ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮງຮຽນເຫຼົ່າຮົບສື່ສານ 205, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ
ເປັ່ງສອນ ພຸດທະໄຊ ເລຂາຄະນະພັກຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາກົມສື່ສານ ພ້ອມດ້ວຍພະນັກງານ-ສະມາຊິກ
ພັກເຂົ້າຮ່ວມ.

     ສະຫາຍ ພັນເອກ ເປັ່ງສອນ ພຸດທະໄຊ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດມູນເຊື້ອຂອງໂຮງຮຽນ ແລະ ຜົນງານ, ການເຄື່ອນໄຫວປະຕິບັດໜ້າທີ່
ວຽກງານໃນໄລຍະຜ່ານມາ ເຊິ່ງໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ຮັບສືບທອດມາຈາກໂຮງຮຽນສື່ສານ 204 ໃນເມື່ອກ່ອນ ແລະ ໄດ້ເຕີບໃຫຍ່ຂະຫຍາຍ
ຕົວປ່ຽນຊື່ມາເປັນ ໂຮງຮຽນເຫຼົ່າຮົບສື່ສານ 205 ໃນວັນທີ 23/2/1999 ມີພາລະບົດບາດເປັນເສນາທິການ ໃຫ້ແກ່ກົມສື່ສານກົມໃຫຍ່ເສນາທິການກອງ
ທັບ ເຮັດໜ້າທີ່ຈັດຕັ້ງປະຕິບັດວຽກງານການຮຽນ-ການສອນກໍ່ສ້າງບຸກຄະລາກອນ ດ້ານວິຊາສະເພາະສື່ສານອອກຮັບໃຊ້ໃນຖັນແຖວ ກອງທັບປະຊາຊົນ
ລາວ ຕາມໂຄງການຫຼັກສູດຊັ້ນຕົ້ນ, ຊັ້ນກາງ ແລະ ບໍາລຸງຕິດພັນກັບການປັບປຸງກໍ່ສ້າງກົມກອງຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງ
ກັນປະເທດວາງອອກ. ຄຽງຄູ່ກັບການປັບປຸງກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ໜັກແໜ້ນທັງ 4 ດ້ານ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໂຮງຮຽນຍາດມາ
ໄດ້ໃນໄລຍະຜ່ານມາ ແລະ ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນມີທັງສິ່ງທີ່ເອື້ອອຳນວຍ, ທ້າທາຍ ແລະ
ທົດສອບ ຫຼາຍປະການທີ່ສົ່ງຜົນກະທົບຕໍ່ ສປປ ລາວເຮົາ, ພວກອິດທິກຳລັງປໍລະປັກ, ລູກແຫຼ້ງຕີນມືຍັງສືບຕໍ່ຫວັງທຳລາຍແນວທາງນະໂຍບາຍຂອງພັກ-
ລັດເຮົາດ້ວຍຫຼາຍວິທີ, ຫຼາຍຮູບການທີ່ເລິກແລບ ໂດຍການຫັນປ່ຽນໂດຍສັນຕິ. ດັ່ງນັ້ນມັນຈິ່ງຮຽກຮ້ອງໃຫ້ ຄະນະພັກ-ຄະນະອໍານວຍການ, ພະນັກງານ
ຫຼັກແຫຼ່ງໃນທົ່ວໂຮງຮຽນເພີ່ມທະວີບົດບາດການນໍາພາ-ຊີ້ນໍາສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນທະຫານ ມີຄຸນທາດການເມືອງ
ໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຕັ້ງຕໍ່ບໍລິສຸດ, ຈົງຮັກພັກດີຕໍ່ພັກ-ລັດ, ມີ ຄວາມກະຕືລືລົ້ນໃນການປະຕິ ບັດໜ້າທີ່ການເມືອງ, ປັບ
ປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນຳພາຂອງພັກເຮັດວຽກແບບລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະແບ່ງວຽກບຸກ
ຄົນຮັບຜິດຊອບ, ເອົາໃຈໃສ່ຍົກລະດັບ ແລະ ປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບ, ປັບປຸງຄ້າຍຄູ ແລະ ສູ້ ຊົນແກ້ໄຂຊີວິດການເປັນຢູ່ບົນຈິດໃຈ
ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພ້ອມກັນສ້າງໂຮງຮຽນ ໃຫ້ກາຍເປັນ​ໂຮງຮຽນຮຽນ ທີ່ມີຄຸນນະພາບຂອງກອງທັບ,
ສ້າງໄດ້ພະນັກງານວິຊາສະເພາະເຫຼົ່າຮົບສື່ສານຮຸ່ນສືບທອດປ່ຽນແທນທີ່ມີປະສິດທິພາບນັບມື້ນັບສູງຂຶ້ນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/05/2022