
ບໍລິສັດເອເຊຍລົງທຶນ ແລະ ພັດທະນາກໍ່ສ້າງ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ

  
     ນັກຂ່າວໜັງສືພິມກອງທັບ ລາຍງານວ່າ: ໃນວັນທີ 10 ກັນຍານີ້, ບໍລິສັດເອເຊຍລົງທຶນ ແລະ  ພັດທະນາກໍ່ສ້າງຈຳກັດຜູ້ດຽວ ຮ່ວມກັບໂຄງການພາວະນາຊ່ວຍເຫຼືອ
    ຄົນທຸກຍາກ ແລະ  ໄພພິບັດແຂວງຈຳປາສັກ, ເຊິ່ງນຳໂດຍ ທ່ານ  ພຶດສະພາ ພູມມະສັກ ປະທານບໍລິສັດ ພ້ອມດ້ວຍຄະນະໄດ້ນຳເອົາເຄື່ອງອຸປະໂພກ - ບໍລິໂພກ ລວມ ມູນ
    ຄ່າ 700.000.000 ກີບ ມາມອບໃຫ້ກອງພົນທີ 5 ແລະ ກອງບັນຊາການທະຫານ ແຂວງ ຈຳປາສັກ ເພື່ອນໍາໄປມອບໃຫ້ແກ່ພໍ່ແມ່ປະຊາຊົນ  ທີ່ໄດ້ຮັບຜົນກະທົບຈາກໄພ
    ພິບັດນໍ້າຖ້ວມ ໃຫ້ກຽດກ່າວຮັບໂດຍ ທ່ານ ພົນໂທ  ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ຮອງປະທານ
    ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດມີ  ຄະນະພັກຄະນະບັນຊາກອງພົນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. 
     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດດັ່ງກ່າວ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້, ພ້ອມຈະນໍາໄປແຈກຢາຍໃຫ້ແກ່ພໍ່ແມ່ປະ
    ຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ໃນແຂວງ  ຈຳປາສັກ ແລະ ສະແດງຄວາມຊົມເຊີຍຕໍ່ກັບ ບໍລິສັດທີ່ເຫັນໄດ້ຄວາມສຳຄັນໃນການແບ່ງເບົາແກ້ໄຂ້ຜົນກະທົບໃນ
    ເບື້ອງຕົ້ນ, ເປັນຕົ້ນແມ່ນຄວາມຕ້ອງການດ້ານສະບຽງອາຫານ ແລະ ເຄື່ອງນຸ່ງຂອງໃຊ້ຕ່າງໆຂອງພໍ່ແມ່ປະຊາຊົນ. 
     ທ່ານ ພຶດສະພາ ພູມມະສັກ  ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ນຳເອົາເຄື່ອງຈຳນວນດັ່ງກ່າວມາຊ່ວຍເຫຼືອໃນຄັ້ງນີ້ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ  ທີ່ໄດ້ຮັບຜົນ
  ກະທົບຈາກໄພທຳມະຊາດນ້ຳຖ້ວມ.
     ຂ່າວຍັງໃຫ້ຮູ້ອີກວ່າ: ທາງບໍລິສັດດັ່ງກ່າວ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໄປມອບໃຫ້ຫ້ອງວ່າການປົກຄອງ ແຂວງ ຈຳປາສັກ ມີມູນຄ່າ
  600.000.000 ກີບ.