ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ຫົວໜ້າກົມໃຫຍ່ເຕັກນິກ ກອງທັບປະຊາຊົນຫວຽດນາມ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ
ສະຫາຍ ພົນຕີ ເຈິ່ນ ມິງ ດຶກ ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ

     ວັນທີ 9 ສິງຫາ 2022, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ
ສະຫາຍ ພົນຕີ ເຈິ່ນ ມິງ ດຶກ ຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ
ແລະ ເຮັດວຽກຢູ່ ສປປ ລາວ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ ສະຫາຍ ພົນຕີ ເຈິ່ນ ມິງ ດຶກ ພ້ອມດ້ວຍຄະນະໃນ
ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງທີ່ມີໄມຕີຈິດ ມິດຕະພາບແບບພິ
ເສດ ແລະ ເຕັມໄປດ້ວຍຄວາມອົບອຸ່ນມາສູ່ກອງທັບປະຊາຊົນລາວ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ
ພາບຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນ 2 ຊາດລາວ-
ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ. ໂດຍເປັນໄລຍະເວລາພໍດີກັບທ່າມກາງບັນຍາກາດທີ່ສອງພັກ, ສອງລັດ, ສອງກອງທັບ ລາວ-
ຫວຽດນາມ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ. ພ້ອມທັງ, ໄດ້ກ່າວສະແດງຄວາມ
ຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຕໍ່ ສປປ ລາວ ຕະຫຼອດມາບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ,
ສ້າງສາປະເທດຊາດ, ການປະ ສົບກັບໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດ ໂຄວິດ-19, ພິເສດແມ່ນ ໃນສະພາບການປັດຈຸບັນທີ່ໂລກ
ໄດ້ມີການຜັນແປຢ່າງສັບສົນ, ແຕ່ສອງຊາດ ລາວ-ຫວຽດນາມ ຍັງຮັກສາແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນພ້ອມກັນກຽມພ້ອມຮັບມືກັບ
ສິ່ງທ້າທາຍຕ່າງໆ ທີ່ອາດຈະປະເຊີນໜ້າ.

     ສະຫາຍ ພົນຕີ ເຈິ່ນມິງດຶກ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ມີ
ມູນເຊື້ອແບບພິເສດ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດຫວຽດນາມ-
ລາວ ແມ່ນມີການພົວພັນເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນ ແລະ ໄດ້ຮັບໝາກຜົນຕົວຈິງ. ພ້ອມກັນນັ້ນ, ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ກົມໃຫຍ່ເຕັກ
ນິກກອງທັບກໍຄື ກະຊວງປ້ອງກັນປະເທດຫວຽດນາມ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍ ເຫຼືອກົມໃຫຍ່ເຕັກນິກກອງທັບກໍຄື ກະຊວງປ້ອງກັນປະເທດລາວ ໃນ
ການກໍ່ສ້າງບຸກຄະລາກອນ, ປັບປຸງບັນດາສາງຕ່າງໆ ຂອງກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ອົບຮົມການປົກປັກຮັກສາ-ສ້ອມແປງພາຫະນະ
ຕ່າງໆ ໃຫ້ແກ່ເຫຼົ່າຮົບເຕັກນິກອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/08/2022