ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນສຳເລັດການຄົ້ນຄວ້າ ວສ-ປສ ການທະຫານ ຂອງກອງທັບປະຊາຊົນລາວ


ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ

     ການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ຂອງກອງທັບປະຊາຊົນລາວແມ່ນການຈຳລອງຄືນຮູບພາບການເຄື່ອນໄຫວທາງດ້ານການທະຫານ ແລະ ສິ
ລະປະການທະຫານທີ່ອົງອາດກ້າແກ່ນໃນພາລະກິດ ປ້ອງກັນຊາດ ທັງເປັນບົດຮຽນ ແລະ ມໍລະດົກອັນລໍ້າຄ່າຂອງກອງທັບ ແລະ ປະຊາຊົນລາວ. ແຕ່ກ່ອນວຽກງານວິທະ
ຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ, ໄດ້ຈັດຕັ້ງເປັນ 2 ກົມນ້ອຍເອກະລາດ ໂດຍກົມວິທະຍາ ສາດການທະຫານຂຶ້ນກັບກົມໃຫຍ່ເສນາທິການກອງທັບ ແລະ
ກົມປະຫວັດສາດການທະຫານຂຶ້ນກັບກົມ ໃຫຍ່ການເມືອງກອງທັບ ແຕ່ດ້ວຍການເຕີບໃຫຍ່ຂະຫຍາຍໂຕຂອງທຸກກໍາລັງໃນກອງທັບປະຊາຊົນລາວໃນເວລານັ້ນ ໂດຍອີງ
ໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ຈຶ່ງໄດ້ໂຮມເຂົ້າກັນເປັນກົມ ວສ-ປສ ການທະຫານ ເຊິ່ງແມ່ນກະຊວງປ້ອງກັນປະເທດຕົກລົງອະນຸມັດໃນ
ວັນທີ 10 ມິຖຸນາ 2003.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ (ວສ-ປສ) ການທະຫານ ໄດ້ໃຫ້ຮູ້ວ່າ: ການສ້າງ ຕັ້ງກົມ ວສ-ປສ ການທະຫານ ຂຶ້ນມາມັນໄດ້ເປັນຂີດໝາຍ
ໜຶ່ງແຫ່ງການເຕີບໃຫຍ່ຂະຫຍາຍໂຕຂອງກອງທັບປະຊາຊົນລາວ, ຕໍ່ກັບວຽກງານ ວສ-ປສ ການທະຫານ ເຊິ່ງເບື້ອງຕົ້ນກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ ໂດຍສະເພາະຕ້ອງ
ໄດ້ກໍານົດພາລະບົດບາດ, ໜ້າທີ່, ຂອບເຂດສິດຢ່າງຮີບດ່ວນ ເພື່ອວາງທິດທາງເປົ້າໝາຍໃນການດໍາເນີນງານໃນໄລຍະເລີ່ມຕົ້ນການຈັດຕັ້ງ, ມາໃນວັນທີ 24-27 ເມສາ
2004 ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ກ່ຽວກັບວຽກງານ ວສ-ປສ ການທະຫານ ທົ່ວກອງທັບ, ການຈັດຕັ້ງໂຄງປະກອບວຽກງານ ວສ-ປສ ການທະຫານ ຈຶ່ງໄດ້ຮັບການ
ບູລະນະຄືນໃໝ່ເຂົ້າສູ່ລະບຽບການ ແລະ ເປັນລະບົບຄົບຊຸດທົ່ວກອງທັບ.


ຜົນງານການຄົ້ນຄວ້າວິທະຍາສາດເຕັກໂນໂລຊີການທະຫານ

     ກະຊວງປ້ອງກັນປະເທດ ໄດ້ຕົກລົງແບ່ງງົບປະມານສະໜອງໃຫ້ເພື່ອເຄື່ອນໄຫວເຮັດໜ້າທີ່ໃນແຕ່ລະປີຄະນະກົມແຕ່ລະຮຸ້ນໄດ້ເອົາໃຈໃສ່ປັບປຸງ ແລະກໍ່ສ້າງກົມກອງ
ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງມັນໄດ້ສະແດງອອກຕົວຈິງຄື: ໄດ້ປັບປຸງການຈັດຕັ້ງ ກົມ ວສ-ປສ ການທະຫານ ເຂົ້າເປັນອັນໜຶ່ງອັນດຽວ, ມີພາລະບົດບາດ, ໂຄງ
ປະກອບການຈັດຕັ້ງ, ໜ້າທີ່, ຂອບເຂດສິດອັນແນ່ນອນ ເປັນເງື່ອນໄຂໃຫ້ແກ່ການຂະຫຍາຍຕົວດ້ານວຽກງານ ວສ-ປສ ການທະຫານໃນກອງທັບ (ມີຖານະທຽບເທົ່າກົມ
ໃຫຍ່), ຢູ່ບັນດາກົມກອງທ້ອງຖິ່ນກໍມີຂະແໜງການ, ພະແນກການ ແລະສະພາວິທະຍາສາດຂັ້ນຮາກຖານ, ວຽກງານທີ່ພົ້ນເດັ່ນຂອງກົມ ວສ-ປສ ການທະຫານ ກໍມີຫຼາຍ
ອັນເຊັ່ນ: ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ, ສາກົນ ແລະລະດັບກະຊວງລວມ 18 ກອງປະຊຸມຄື: ກອງປະຊຸມວິທະຍາສາດລະນຶກວັນຍຶດອໍານາດທົ່ວປະ
ເທດ ແລະສະຖາປານາ ສປປ ລາວ ຄົບຮອບ 30 ປີ. ສຳມະນາວິທະຍາສາດບັ້ນຮົບປົດປ່ອຍນໍ້າບາກ, ສໍາມະນາວິທະຍາສາດກ່ຽວກັບການຮ່ວມມືລະຫວ່າງ ລາວ-ຫວຽດ
ນາມ, ຫວຽດນາມ-ລາວ, ສໍາມະນາວິທະຍາສາດການຮ່ວມມືສໍາພັນສູ້ຮົບ ລາວ-ຫວຽດນາມ ໃນບັ້ນຮົບທົ່ງໄຫຫີນຊຽງຂວາງ, ສໍາມະນາວິທະຍາສາດ 60 ປີ ມີໄຊໃຕ້ຮົ່ມ
ທຸງພັກ, ສໍາມະນາວິທະຍາສາດກ່ຽວກັບຄວາມສາມັກຄີ ລາວ-ຫວຽດນາມ ເພື່ອລະນຶກການສ້າງຕັ້ງຄະນະກໍາມະການຕໍ່ຕ້ານເຂດລາວໃຕ້ ຄົບຮອບ 60 ປີ, ສໍາມະນາວິທະ
ຍາສາດຄວາມສາມັກຄີຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ຕີເອົາຊະນະບັ້ນຮົບກູ້ກຽດຂອງຈັກກະພັດອາເມຣິກາ ຢູ່ທົ່ງໄຫຫີນຊຽງຂວາງ, ສຳມະນາວິທະຍາສາດຄົ້ນຄວ້າ
ພັດທະນາເສດຖະກິດ-ສັງຄົມ ເພື່ອເພີ່ມທະວີຮັກສາສະຖຽນລະພາບຕາມຊາຍແດນ ລາວ-ຫວຽດນາມ ໃນສະພາບການໃໝ່, ສໍາມະນາວິທະຍາສາດກ່ຽວກັບຂໍ້ກໍານົດການ
ຄຸ້ມຄອງສິ່ງແວດລ້ອມຂອງບັນດາກິດຈະການທາງດ້ານການທະຫານ ກອງທັບປະຊາຊົນລາວ, ສຳມະນາວິທະຍາສາດກ່ຽວກັບຄວາມສາມັກຄີຮ່ວມສໍາພັນສູ້ຮົບພິເສດລະ
ຫວ່າງສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ພຶດຕິກໍາຕົວຈິງ ແລະບົດຮຽນປະຫວັດສາດ, ສໍາມະນາວິທະຍາສາດບັ້ນຮົບປົດປ່ອຍຊໍາເໜືອ ຄົບຮອບ60 ປີ,
ສໍາມະນາວິທະຍາສາດການເຕົ້າໂຮມ 2 ແຂວງຫົວພັນ-ຜົ້ງສາລີ ຄົບຮອບ 60 ປີ, ສໍາມະນາວິທະຍາສາດກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູຢູ່ທົ່ງໄຫຫີນຊຽງຂວາງ
ຄົບຮອບ 55 ປີ, ສໍາມະນາວິທະຍາສາດກອງຮ້ອຍຫີນເພັດວີລະຊົນຢູ່ນະຄອນຫຼວງວຽງຈັນ, ສຳມະນາວິທະຍາສາດບັ້ນຍຶດອໍານາດຫ້ວຍຊາຍ ແຂວງບໍໍ່ແກ້ວ ປີ 1975, ສໍາ
ມະນາວິທະຍາສາດບັ້ນຮົບປົດປ່ອຍພູພຽງບໍລິເວນແຂວງຈໍາປາສັກ ແລະ ສຳມະນາວິທະຍາສາດບັ້ນຮົບປົດປ່ອຍຜາຖີ່ ແຂວງຫົວພັນ.

     ສ່ວນດ້ານວິຊາສະເພາະວຽກງານປະຫວັດສາດ ການທະຫານ ສາມາດສະຫຼຸບບັ້ນຕີໄດ້ 122 ບັ້ນຕີ (ນັບທັງກໍາລັງຫຼວງ ແລະທ້ອງຖິ່ນ), ສະຫຼຸບບັ້ນຮົບໄດ້ 15 ບັ້ນຮົບ,
ຂຽນປະຫວັດມູນເຊື້ອຂອງກອງທັບປະຊາຊົນລາວ ຄົບຮອບ 60 ປີ, ຂຽນປະຫວັດມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 55 ປີ, ຂຽນປະຫວັດມູນເຊື້ອຂອງກອງທັບປະ
ຊາຊົນລາວ ຄົບຮອບ 70 ປີ, ຊ່ວຍຂຽນ ແລະຮຽບຮຽງປະຫວັດມູນເຊື້ອກໍາລັງຫຼວງ ແລະທ້ອງຖິ່ນໄດ້ 13 ບົດ, ຂຽນປະຫວັດມູນເຊື້ອນັກຮົບແຂ່ງຂັນ, ວີລະຊົນແຫ່ງຊາດ
ແລະຜູ້ນໍາພັກ-ລັດ ໄດ້ 21 ບົດ ແລະວຽກງານອື່ນໆຈໍານວນໜຶ່ງ. ວຽກງານຍຸດທະສາດການທະຫານ ສາມາດຄົ້ນຄວ້າຂຽນປຶ້ມນະໂຍບາຍປ້ອງກັນຊາດຂອງສປປ ລາວ
ໄດ້ 4 ຄັ້ງ, ຂຽນບົດວິທະຍານິພົນໄດ້ 2 ບົດ. ສ່ວນວຽກງານວິທະຍາສາດ-ເຕັກໂນໂລຊີ ແລະສິ່ງແວດລ້ອມການທະຫານ ວຽກງານນີ້ໄດ້ເລີ່ມການເຄື່ອນໄຫວທີ່ເປັນຮູບ
ປະທໍາພາຍຫຼັງກອງປະຊຸມວຽກງານວິທະຍາສາດທົ່ວກອງທັບ ຄັ້ງທີ II ປີ 2012 ເປັນຕົ້ນມາ, ອັນທີ່ພົ້ນເດັ່ນກໍມີຫຼາຍວຽກງານເຊັ່ນ: ການສ້າງເວັບໄຊ້ຂອງກະຊວງປ້ອງກັນ
ປະເທດ, ເຊິ່ງປັດຈຸບັນແມ່ນໄດ້ມອບໃຫ້ພະແນກຂໍ້ມູນ-ຂ່າວສານສືບຕໍ່ຊີ້ນໍາ, ວຽກງານສິລະປະການທະຫານ ກໍສໍາເລັດໂຄງການຂຽນປຶ້ມວັດຈະນານຸກົມຄໍາສັບການທະ
ຫານ, ວຽກງານສິ່ງແວດລ້ອມການທະຫານ ໂດຍສະເພາະໄດ້ຂຽນຂໍ້ກໍານົດວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມໃນກອງທັບ ພ້ອມທັງໄດ້ເຜີຍແຜ່ວຽກງານດັ່ງກ່າວ 3 ຄັ້ງ
ຢູ່ພາກເໜືອ, ພາກໃຕ້ ແລະພາກກາງ, ວຽກງານເທັກໂນໂລຊີການທະຫານໄດ້ສໍາເລັດການຄົ້ນຄວ້າ ແລະທົດລອງຜະລິດລົດ 3 ລໍ້ໄຟຟ້າສໍາລັບຄົນພິການ, ດໍາເນີນໂຄງ
ການປືນຍິງສົ່ງລະເບີດ 40 ເລົາ, ສໍາເລັດການຄົ້ນຄວ້າຫຸ່ນຍົນເກັບກູ້ລະເບີດ ແລະຍິງທໍາລາຍລະເບີດ, ປືນສີດນໍ້າແຮງດັນໃຊ້ຍິງທໍາລາຍລະເບີດໄດ້ 5 ກະບອກ, ໂຄງການ
ດັດແປງກະແສໄຟຟ້າເຂົ້າໃສ່ລະບົບຖານຍິງຈະຫຼວດ BM 14 ແລະBM 21, ໂຄງການຄົ້ນຄວ້າອອກແບບລູກປືນໃຫຍ່ໜ້າດິນສໍາລັບການຮຽນ-ການສອນ ແລະການຫັດ
ແອບພວມດໍາເນີນການຄົ້ນຄວ້າຢູ່ໃນປັດຈຸບັນ, ທຸກວຽກງານດັ່ງກ່າວແມ່ນໄດ້ຮັບການຍ້ອງຍໍຊົມເຊີຍຈາກການນໍາກະຊວງປ້ອງກັນປະເທດເປັນຢ່າງດີ. ສ່ວນວຽກງານຂໍ້
ມູນ-ຂ່າວສານ ແລະເວັບໄຊ້ ວຽກງານນີ້ກໍຖືໄດ້ວ່າເປັນວຽກງານທີ່ເຕີບໃຫຍ່ກ້າວໜ້າເປັນລໍາດັບ ເຊິ່ງປັດຈຸບັນກໍມີຂະແໜງເວັບໄຊ້ຂອງກະຊວງ ເພື່ອເຜີຍແຜ່ຂ່າວເດັ່ນ
ແລະຜົນງານຕ່າງໆ ພ້ອມດ້ວມຂໍ້ມູນ-ຂ່າວສານທີ່ຈຳເປັນເພື່ອປ້ອນເຂົ້າໃນເວັບໄຊ້, ຂະແໜງຂ່າວສານຮັບໃຊ້ການນໍາ ພ້ອມທັງຂໍ້ມູນ-ຂ່າວສານທີ່ມີຢູ່ໃນຫໍສະໝຸດເພີ່ມ
ຂຶ້ນຫຼາຍເທົ່າຕົວ, ນອກນັ້ນ ຍັງມີວາລະສານວິທະຍາສາດການທະຫານປະຈຳແຕ່ລະໄຕມາດ ເພື່ອຮັບໃຊ້ຄະນະນຳ ແລະໃຫ້ບັນດາກົມກອງທົ່ວກອງທັບ.

     ຜົນງານຍາດມາໄດ້ຕະຫຼອດ 16 ປີຜ່ານມາ ແມ່ນຍ້ອນຄະນະພັກຄະນະກົມ ແລະພະນັກງານ-ນັກຮົບທຸກທົ່ວໜ້າໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນດ້ວຍຄວາມຕັ້ງໜ້າ.
ຈາກຜົນງານດັ່ງກ່າວ ຂັ້ນເທິງຈຶ່ງໄດ້ໃຫ້ການຍ້ອງຍໍຜົນງານກົມກອງລວມໝູ່ດ້ວຍຄວາມເອກອ້າງທະນົງໃຈດັ່ງນີ້: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ ແລະໄດ້ຮັບ
ຫຼຽນໄຊພິລະອາດຫານຊັ້ນ II 3 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 2 ໜ່ວຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 3 ໃບ, ໃບສົມມະນາບຸນຄຸນ ແລະໃບກຽດຕິຄຸນ 24 ໃບ.