ກອງປະຊຸມແລກປ່ຽນບົດຮຽນ ລະຫ່ວາງ ຄະນະນຳກະຊວງປ້ອງກັນປະເທດ
ກັບ ຄະນະນຳແຂວງຈຳປາສັກ
ວັນທີ 10 ພຶດສະພາ 2022, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ, ໄດ້ຈັດກອງປະຊຸມພົບປະ ເພື່ອແລກປ່ຽນບົດຮຽນ ລະຫວ່າງ ຄະ
ນະນຳກະຊວງປ້ອງກັນປະເທດ ກັບ ຄະນະນຳແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດ
ຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເຈົ້າແຂວງ ແຂວງຈຳປາສັກ ພ້ອມດ້ວຍຄະນະນໍາທັງສອງຝ່າຍ
ເຂົ້າຮ່ວມ.
ສະຫາຍ ວິໄລວົງ ບຸດດາຄຳ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ປະຈຳປີ 2021, 3
ເດືອນ ຕົ້ນປີ 2022, ທິດທາງແຜນການປະຈຳປີ 2022 ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ແລະ ຂອງ
ແຂວງຈຳປາສັກ ຄັ້ງທີ IX, ໂດຍການຫັນເປັນແຜນງານ, ຄະນະພັກ, ອົງການປົກຄອງແຂວງສຸມໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດແຜນ ພັດທະນາໂຄງການ
ຕິດພັນກັບການປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ, ມະຕິສະພາແຫ່ງຊາດ ແລະ ລັດຖະບານກ່ຽວກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂ
ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ. ແຂວງຈໍາປາສັກ ໄດ້ສຸມຄວາມພະຍາຍາມຈັດ
ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2021 ມີລັກສະນະບຸກທະລຸໃນຫຼາຍດ້ານ, ອັນພົ້ນເດັ່ນ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍ
ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ລັດຖະບານວາງອອກຢ່າງຕັ້ງໜ້າ. ພ້ອມທັງ, ຫັນເປັນວາລະຂອງ
ແຂວງ ເພື່ອກຳນົດຄາດໝາຍຈັດຕັ້ງປະຕິບັດໂດຍສະເພາະແມ່ນ ບັນດາຂະແໜງການຈັດເກັບລາຍຮັບຂອງແຂວງ, ເຮັດໃຫ້ເສດຖະກິດ ຂອງແຂວງສືບຕໍ່
ຂະຫຍາຍຕົວດີຂຶ້ນໃນນັ້ນ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 3 ເດືອນຕົ້ນປີ 2022 ສາມາດບັນລຸໄດ້: ລວມຍອດມູນຄ່າການຜະລິດຕະພັນພາຍໃນ
GDP ປະຕິບັດໄດ້ 7.010,92 ຕື້ກີບ, ທຽບໃສ່ແຜນປະຕິບັດໄດ້ 29,62%, ສະເລ່ຍ ຕໍ່ຫົວຄົນໄດ້ 799 ໂດລາສະຫະລັດຕໍ່ຄົນ ຫຼື ເທົ່າກັບ 9,14 ລ້ານ
ກີບຕໍ່ຄົນມາຈາກໂຄງປະກອບເສດຖະກິດຂະແໜງກະສິກໍາ-ປ່າໄມ້ ກວມ 35,61%, ຂະແໜງອຸດສາຫະກຳກວມ 21,36% ແລະ ຂະແໜງບໍລິການກວມ
43,03% ຂອງ GDP, ການເກັບລາຍຮັບງົບປະມານ (ຕົວເລກ ຂາດຕົວ): ປະຕິບັດໄດ້ 318,02 ຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 20,21%; ໃນ
ນັ້ນ, ລາຍຮັບຂອງສູນກາງ 231,02 ຕື້ກີບເທົ່າກັບ 28,27% ຂອງແຜນການປີ ແລະ ລາຍຮັບຂອງແຂວງ 87 ຕື້ກີບ ເທົ່າກັບ 11,5% ຂອງແຜນການປີ,
ພົ້ນເດັ່ນແມ່ນການລະດົມແຫຼ່ງທຶນເຂົ້າໃນການພັດທະນາ ໂດຍສະເພາະການ ປະກອບສ່ວນໃນການລົງທຶນ ຂອງພາກເອກະຊົນເຫັນວ່າມີທ່ວງທ່າທີ່ດີຂຶ້ນ,
ການຜະລິດສິນຄ້າ ໄດ້ຮັບການ ສົ່ງເສີມຢ່າງຕໍ່ ເນື່ອງການສົ່ງອອກປະຕິບັດໄດ້ລື່ນແຜນການທີ່ວາງໄວ້. ນອກນີ້, ໄດ້ສໍາເລັດການຈັດງານບຸນກາເຟ ພູພຽງ
ບໍລິເວນ, ການປະກາດສວນອຸທິຍານແຫ່ງຊາດ ດົງຫົວສາວ, ອຸທິຍານແຫ່ງຊາດ ເຊປຽນ ແລະ ອຸທິຍານດອກຈໍາປາມໍລະ ດົກໂລກວັດພູຈຳປາສັກ. ສໍາລັບ
ການນໍາພາວຽກງານປ້ອງກັນຊາດ ແມ່ນໄດ້ສຳເລັດການຈັດກອງປະຊຸມວຽກງານ ປກຊ- ປກສ 4 ແຂວງ ພາກໃຕ້ ແລະ ກອງພົນທີ 5, ສໍາເລັດການອົບ
ຮົມ-ຫັດແອບສ້າງທ່າສະໜາມສູ້ຮົບປ້ອງກັນບໍລິເວນ ເມືອງ ມຸນລະປາໂມກ ແຂວງ ຈໍາປາສັກ, ສາມາດສ້າງກຳລັງກອງຫຼອນໃນ ທົ່ວແຂວງ ຈັດຕັ້ງເປັນ
80 ກອງຮ້ອຍ, ປະກອບອາວຸດ 54%, ຈັດຕັ້ງອົບຮົມ-ຫັດແອບວຽກງານ ສືກສາປ້ອງກັນຊາດໃຫ້ເປົ້າໝາຍ 3 ໄດ້ 2 ຊຸດ, ເຝິກອົບຮົມໃຫ້ເປົ້າໝາຍ 4
ສໍາເລັດແລ້ວ 5 ເມືອງ ຄື: ເມືອງບາຈຽງ, ຊະນະສົມບູນ, ຈໍາປາສັກ, ສຸຂຸມາ ແລະ ເມືອງ ໂຂງ; ເຝິກແອບໃຫ້ ມະຫາວິທະຍາໄລຕ່າງໆ ໃນທົ່ວແຂວງໄດ້ 6
ຄັ້ງ, ສໍາເລັດການເຝິກອົບຮົມໄລ ຍະສັ້ນ ໃຫ້ທະຫານພັນທະປີ 2021 ຈໍານວນ 137 ສະຫາຍ ຢູ່ເມືອງໂຂງ ແລະ ປະກອບໃຫ້ກົມກອງ, ສາມາດຂຸດຄົ້ນ
ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມມາຮອດປັດຈຸບັນນີ້, ໄດ້ 4 ອັດຖິ ( ສະເພາະປີ
ນີ້ແມ່ນ ແຂວງຈໍາປາສັກ ເປັນເຈົ້າພາບຈັດສົ່ງອັດຖິ ).
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/05/2022