ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບ​ຖອດ​ຖອນ​ບົດຮຽນ​ວຽກ​ງານ​ກຽມພ້ອມ​ສູ້​ຮົບ ທົ່ວ​ກອງທັບ


ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກຽມພ້ອມສູ້ຮົບ ທົ່ວກອງທັບ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ໄດ້ຈັດຂຶ້ນ
ໃນວັນທີ 7 ເມສາ 2022 ນີ້. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ຈາກບັນດາກຳລັງຫຼວງ, ກຳ
ລັງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

     ສະຫາຍ ພັນເອກ ກົມພັນ ຈັນທະວົງ ຮອງຫົວໜ້າ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ. ໄດ້ຍົກໃຫ້ເຫັນເຖິງການປະຕິບັດໜ້າທີ່ ການເມືອງ
ຂອງບັນດາກົມກອງທັງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໃນພາວະໃດ, ກໍລະນີໃດ ກໍ່ສາມາດເຮັດສໍາເລັດ ໜ້າທີ່ ຂອງກົມກອງ ໄດ້ເປັນຢ່າງດີ, ເພື່ອປ້ອງ
ກັນສັດຕູ, ກຸ່ມຄົນບໍ່ດີ ທີ່ຫວັງມ້າງເພທຳລາຍ ແລະ ກໍ່ຄວາມບໍ່ສະຫງົບ ໃນທຸກຂົງເຂດ, ສະນັ້ນ ກໍາລັງປະກອບອາວຸດ ຍາມໃດກໍ່ມີສະຕິລະວັງຕົວສູງ
ກຽມພ້ອມສູ້ຮົບ, ສູ້ຮົບມີໄຊ. ໃນນີ້, ໄດ້ຖືເອົາການເຊື່ອມຊຶມກໍາແໜ້ນ ແນວທາງນະໂຍບາຍການທະຫານ ຂອງພັກ ໃນໄລຍະໃໝ່, ສຶກສາອົບຮົມ ໃຫ້
ພະນັກງານ-ນັກຮົບ ມີຄວາມຕື່ນຕົວທາງດ້ານການເມືອງ-ແນວຄິດ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບວິ​ໄນ ຂອງກອງທັບ ວາງອອກຢ່າງ ເຂັ້ມ
ງວດ, ມີຄວາມຕື່ນຕົວ ປະຕິບັດ ພັນທະຂອງຕົນຕໍ່ປະເທດຊາດ, ຈັດຕັ້ງອົບຮົມ ໃຫ້ພະນັກງານ-ນັກຮົບ, ເຫຼົ່າຮົບວິຊາສະເພາະ ເປັນປະຈໍາ, ກໍາແໜ້ນດ້ານ
ສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊໍານິຊໍານານ ໃນການໃຊ້ ພາຫະນະອາວຸດ ໄດ້ຢ່າງເປັນປົກກະຕິ. ພ້ອມນີ້, ກໍ່ໄດ້ເອົາໃຈໃສ່ ໃນການຄຸ້ມຄອງ, ລ້ຽງ
ດູທັບ ແລະ ປົກປັກຮັກສາພາຫະນະອາວຸດ ອຸປະກອນຕ່າງໆ ໃຫ້ມີຄຸນນະພາບ ສາມາດປະຕິບັດສູ້ຮົບໄດ້, ຮັບປະກັນໄດ້ດ້ານກຳລັງ ແລະ ພາຫະນະສໍາຮອງ
ກຽມພ້ອມສູ້ຮົບ ຕາມໜ້າທີ່ຄວາມຮັບຜິດຊອບ ຂອງບັນດາກົມກອງ ເພື່ອຮັບປະກັນ ໃຫ້ແກ່ການສ້າງທ່າສະໜາມ ສາມຂັ້ນຕາມທິດນໍາ ທີ່ວ່າ: ສ້າງແຂວງ
ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍສຸ້ຮົບ ເອກະລາດ ແລະ ສ້າງບ້ານເປັນ ປ້ອມທີ່ໝັ້ນ ປ້ອງກັນຊາດເຂັ້ມແຂງ.

     ໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມ ແລະ ມີຄໍາເຫັນເນັ້ນໜັກຕໍ່ກອງປະຊຸມ ວ່າ: ຈົ່ງຍົກສູງຄວາມຮັບຜິດຊອບ ເຂົ້າໃນໜ້າ
ທີ່ການເມືອງ ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ ມີຜົນສໍາເລັດ, ຍົກສູງສະຕິລະວັງຕົວ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ
ກໍ່ຄືຂອງກອງທັບ ວາງອອກ ຢ່າງເຂັ້ມງວດ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ,
ອົບຮົມ-ຫັດແອບ ວຽກງານປະຈຳປີ ຢ່າງຕໍ່ເນື່ອງ ເພື່ອໃຫ້ມີຄວາມຊໍານິຊຳນານ ໃນການນໍາໃຊ້ອາວຸດຍຸດໂທປະກອນຕ່າງໆ ຢ່າງຄ່ອງແຄ້ວ ແລະ ກາມກຽມ
ພ້ອມສູ້ຮົບ, ສູ້ຮົບມີໄຊ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມນີ້ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ ບັນດາສະຫາຍທີ່ເຂົ້າຮ່ວມ
ກອງປະຊຸມ ໃນຄັ້ງນີ້ ຈົ່ງນໍາເອົາເນື້ອໃນ ຈິດ​ໃຈຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍຢ່າງພາວະວິໄສ ຢູ່ກົມກອງ ເພື່ອຮັບປະກັນໃຫ້ແກ່ວຽກງານ ຢ່າງມີ
ປະສິດທິຜົນສູງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/04/2022