ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນການຮ່ວມມືກວດກູ້ ແລະ ທຳລາຍລະເບີດ
ລະຫວ່າງ ລາວ-ຣັດເຊຍ ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ


ພົນຈັດຕະວາ ບຸນທອນ ສິດສຸວົງ ລົງເຄື່ອນໄຫວຕິດຕາມ, ກວດກາແລະຊຸກຍູ້ການປະຕິບັດງານ
ພາກສະໜາມກວດກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກທີີ່ເມືອງຄໍາເກີດ ແຂວງບໍລິຄຳໄຊ

     ໃນລະຫວ່າງວັນທີ 4-5 ກຸມພາ 2019 ນີ້, ທ່ານ ພົນຈັດຕະວາ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນໍາພາກສະ
ໜາມ ພ້ອມບັນດາຄະນະອະນຸກໍາມະການຮັບຜິດຊອບແຕ່ລະວຽກຮ່ວມກັບກອງທັບ ແຫ່ງ ສະຫະພັນຣັດເຊຍ ເພື່ອກວດກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ (ລບຕ)
ຕົກຄ້າງຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດງານພາກສະໜາມກວດກູ້ ແລະ ທໍາລາຍ ລບຕ ຢູ່ທີ່ກຸ່ມບ້ານ
ທ່າແວ້ງ ເມືອງຄໍາເກີດ ແຂວງບໍລິຄຳໄຊ, ໂດຍມີທ່ານ ພັນເອກ ສະເຕແຊນໂກ ເຊີຣ໌ເກ ນີໂກ ແລວິດຈ໌ (Steshenko Sergei Nico-laevich) ຜູ້ບັນຊາການໜ່ວຍ
ງານກວດກູ້ລະເບີດສາກົນ ກຳລັງປະກອບອາວຸດສະຫະພັນຣັດເຊຍ, ມີຄະນະປະຕິບັດງານພາກສະໜາມ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ຣັດ
ເຊຍ ໃຫ້ການຕ້ອນຮັບ.

     ທ່ານ ພັນເອກ ທົງໄຊ ບຸບຜາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຊີ້ນຳພາກສະໜາມໄດ້ລາຍງານກ່ຽວກັບການຈັດຕັ້ງປະ
ຕິບັດວຽກງານຕົວຈິງຢູ່ສະໜາມກວດກູ້ ແລະ ທຳລາຍ ລບຕ ທີ່ໄດ້ເລີ່ມຕົ້ນມາແຕ່ວັນທີ 01 ຕຸລາ 2018 ຮອດວັນທີ 04 ມີນາ 2019, ເຊິ່ງການຮ່ວມມືລະຫວ່າງສອງ
ກອງທັບ ລາວ-ຣັດເຊຍ ຄັ້ງນີ້ ມີກໍາລັງເຂົ້າຮ່ວມປະຕິບັດງານປະຈໍາສະໜາມທັງໝົດ 69 ຄົນ (ຝ່າຍລາວ 35 ຄົນ ແລະ ຣັດເຊຍ 34 ຄົນ) ໃນນັ້ນ, ຝ່າຍລາວໄດ້ນໍໍາໃຊ້
ກໍາລັງກອງກວດກູ້ລະເບີດ 58 ໂດຍຮັບຜິດຊອບເຮັດວຽກງານຮັບປະກັນໃຫ້ແກ່ການກວດກູ້ ແລະ ທໍາລາຍ ລບຕ ຄື: ພົວພັນກັບອຳນາດການປົກຄອງທ້ອງຖິ່ນໃນການ
ກໍານົດຂອບເຂດ, ປັກຫຼັກໝາຍ ແລະ ແຕ້ມແຜນວາດສະໜາມກວດກູ້; ອະນາໄມມ້ຽນຂີ້ເຫຍື້ອ, ຖາງປ່າ; ທໍາລາຍລະເບີດທີ່ຝ່າຍຣັດເຊຍກວດພົບ, ກວດຄຸນນະພາບ
ພາຍໃນຮ່ວມກັບເພື່ອນຣັດເຊຍ ແລະ ສົ່ງຂໍ້ມູນໃຫ້ຫ້ອງການຄະນະກຳມະການແຫ່ງຊາດເພື່ອເກັບກູ້ ລບຕ (ຄຊກລ). ສ່ວນຝ່າຍຣັດເຊຍຮັບຜິດຊອບກວດຄົ້ນຊອກຫາ
ລບຕ ຕາມບໍລິເວນສະໜາມທີ່ໄດ້ກຳນົດ ນອກຈາກນັ້ນ, ຝ່າຍຣັດເຊຍຍັງໄດ້ສໍາເລັດການເຝິກອົບຮົມວິຊາກວດກູ້ ລບຕ ໄລຍະສັ້ນໃຫ້ແກ່ວິຊາການລາວ ຈຳນວນ 2 ຊຸດ.

     ສະໜາມກວດກູ້ ລບຕ ຢູ່ບ້ານທ່າແວ້ງ ຕາມການຕົກລົງເບື້ອງຕົ້ນ ມີເນື້ອທີ່ 100 ເຮັກຕາ (ເນື້ອທີ່ໄດ້ຖາງປ່າຕົວຈິງ 85 ເຮັກຕາ ແລະ ນອກນັ້ນແມ່ນເນື້ອທີ່ທົ່ງນາ,
ສວນ ແລະ ບ້ານເຮືອນຂອງປະຊາຊົນຫຼາຍກວ່າ 17 ເຮັກຕາ), ຜ່ານການກວດກູ້ຕົວຈິງມີເນື້ອທີ່ທັງໝົດ 103 ເຮັກຕາ. ມີຈໍານວນຊະນິດ ລບຕ ທີ່ກວດພົບ-ທໍາລາຍ
ລວມທັງໝົດ 380 ໜ່ວຍ ຢູ່ໃນສະໜາມຈຳນວນ 340 ໜ່ວຍ ມີດັ່ງນີ້: ບົມບີ BLU 26 = 299 ໜ່ວຍ; BLU 63 = 4 ໜ່ວຍ; BLU 3b = 2 ໜ່ວຍ; ລູກປືນ 12,7
ມມ = 3 ລູກ; ລູກປືນ 57 ມມ = 1 ລູກ; ຈະຫຼວດ 2,75 in = 9 ລູກ; ແກັບ BLU 26 = 14 ອັນ; ແກັບຟິວລະເບີດກະປາງ SBU 30 = 1 ອັນ; ແກັບ M 904 = 1
ອັນ; ແກັບ M-6 = 1 ອັນ, ລູກປືກຄົກ 60 ມມ = 1 ລູກ, ລູກປືນ 75 ມມ = 2 ລູກ; ລູກປືກຄົກ 81 ມມ = 2 ລູກ ແລະ ທໍາລາຍ ລບຕ ຢູ່ນອກສະໜາມ 40 ໜ່ວຍ
ທີ່ອໍານາດການປົກຄອງ ແລະ ປະຊາຊົນລາຍງານ ຄື: ບົມບີ BLU 61 = 1 ໜ່ວຍ; BLU 3b = 1 ໜ່ວຍ; BLU 26 = 36 ໜ່ວຍ ແລະ BLU 66 = 1 ໜ່ວຍ ສ່ວນ
MK 82 500b = 1 ໜ່ວຍ ຍັງບໍ່ທັນໄດ້ທໍາລາຍ.