ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເຜີຍແຜ່ບົດແນະນຳວຽກງານພັກ-ວຽກງານກວດກາ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ​ເປັນ​ປະທານ


     ວັນທີ 10 ກຸມພາ ປີ 2022 ນີ້ ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ ບົດແນະນຳວຽກງານພັກ-ວຽກງານ
ກວດກາ ຕາມມະຕິຂໍ້ຕົກລົງຂອງ ຄະນະບໍລິຫານງານສູນກາງພັກວ່າດ້ວຍການປະກາດ ໃຊ້ກົດລະບຽບ ພັກປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍພາຍ
ໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນຊາ, ຄະ
ນະໜ່ວຍພັກ,ຄະນະພະແນກ ແລະ ຕົວແທນອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຜ່ານເອກະສານແຈ້ງການຄຳສັ່ງແນະ
ນຳຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງປະຕິບັດ ເຜີຍແຜ່ກົດລະບຽບພັກສະໄໝ XI ກຽວກັບວຽກງານຕິດຕາມກວດກາ ຂອງ
ພັກແຕ່ລະຂັ້ນ ການເຜີຍແຜ່ໃນຄັ້ງນີ້ ເພື່ອຈຸດປະສົງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນສະມາຊິກພັກແຕ່ລະສະຫາຍຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງຕໍ່
ກົດລະບຽບພັກທີ່ກຳນົດໄວ້ໃນໝວດທີ XI ກ່ຽວກັບການຕິດຕາມກວດກາຂອງພັກ ແມ່ນໜຶ່ງໃນພາລະບົດບາດການນຳຂອງຄະນະພັກເປັນຜູ້ຊີ້ນຳ ໂດຍ
ກົງຕໍ່ວຽກງານຕິດຕາມກວດກາ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈໃນການກວດກາຂອງແຕ່ລະຂັ້ນ, ໂຄງປະກອບກວດກາແຕ່ລະຂັ້ນ, ການຈັດຕັ້ງ ແລະ ແບບ
ແຜນວິທີການເຮັດວຽກຂອງຄະນະກວດກາພັກ ຕ້ອງປະຕິບັດຕາມຫຼັກການລວມສູນຂອງປະຊາທິປະໄຕ ຮັບຮູ້ສິດ ແລະ ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ
ຄະນະວິໄນແຕ່ລະຂັ້ນ ເພື່ອເຮັດໃຫ້ສະມາຊິກພັກເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ຖືກທິດ ແລະ ເຂົ້າກັບວຽກງານຕົວຈິງສາມາດເຮັດຂໍ້ກຳ
ນົດກົດລະບຽບຂອງພັກ ແລະ ບັນດາຂໍ້ຫ້າມຕ່າງໆ ໄດ້ຈັດຕັ້ງເຊື່ອມຊືມເພື່ອ ຫຼີກເວັ້ນບັນດາປາກົດການຫຍໍ້ທໍ້ທີຈະເກີດຂຶ້ນພາຍໃນກົມກອງຂອງຕົນ.


          ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ຂຶ້ນຜ່ານເອກະສານແຈ້ງການຄຳສັ່ງແນະນຳ

     ໂອກາດນີ້ຍັງໄດ້ຮັບຟັງຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນທຽບຊັ້ນໃຫ້ພະນັກງານທີ່ຮຽນຈົບສາຍລັດມີຜົນງານຕົວຈິງ
ຈຳນວນ 7 ສະຫາຍ ແລະ ຮັບຟັງການໂອ້ລົມຂອງສະຫາຍປະທານກອງປະຊຸມຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/02/2022