ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ


ສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ

     ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ປະກາດການແຕ່ງຕັ້ງຂັ້ນນໍາພາ-ບັນຊາ ໃນວັນທີ 8 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນ
ໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າ
ການເມືອງໂຮງຮຽນ, ຄະນະພັກ-ຄະນະອໍານວຍການໂຮງຮຽນ, ຕາງໜ້າກົມພະນັກງານ, ກົມຈັດຕັ້ງ, ພ້ອມດ້ວຍແຂກຖືກເຊີນຈາກກົມກອງອ້ອມຂ້າງ ແລະ
ພະນັກງານຫຼັກແຫຼ່ງທົ່ວໂຮງຮຽນເຂົ້າຮ່ວມ.

     ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງລັດຖະມົນ ຕີກະຊວງປ້ອງກັນ
ປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງ ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ. ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ( ສະບັບ
ປັບປຸງ ) ໃນພາກ ທີ II ໝວດທີ 4 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍ ນາຍທະຫານ; ກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ
ສົມໃຈ ສຸກປະເສີດ ເປັນຫົວໜ້າຫ້ອງການບໍລິຫານໂຮງຮຽນ, ສະຫາຍ ພັນໂທ ຄຳຫຼ້າ ວົງຊົມພູ ເປັນຮອງຫົວໜ້າຫ້ອງອົບຮົມ, ສະຫາຍ ພັນໂທ ຄຳສິງ ບຸດ
ຈັນແພງ ຮອງຫົວໜ້າຫ້ອງການບໍລິຫານໂຮງຮຽນ, ພ້ອມນີ້ກໍໄດ້ຜ່ານມະຕິຕົກລົງ ວ່າດ້ວຍ ການແຕ່ງຕັ້ງປ່ຽນແທນ ກຳມະການ ຄະນະພັກ, ກຳມະການຄະ
ນະ ປະຈຳພັກ ແລະ ຮອງເລຂາຄະນະພັກໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ. ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດ
ທີ II ມາດຕາ 13 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງກໍາມະການຄະນະພັກ, ເລຂາຄະນະພັກ. ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ
ພັນເອກ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານ ເປັນຮອງເລຂາຄະນະພັກໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ປ່ຽນແທນ ສະຫາຍ ພັນເອກ ເພັດ
ສະໝອນ ວິລະວອນ ຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ສົມໃຈ ສຸກປະເສີດ ເປັນກຳມະການຄະນະພັກ ໂຮງຮຽນກໍ່ສ້າງນາຍສິບເລກ
2 ວຽງ ໄຊ ປ່ຽນແທນ ສະຫາຍ ພັນໂທ ບຸນເພັງ ໝື່ນນະລາດ ທີ່ເສຍຊີວິດ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ຈົ່ງຍົກສູງ
ຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປະຕິບັດ
ພາລະບົດບາດ, ສິດ ແລະ ໜ້າທີ່ໃນການຊີ້ນຳ-ນຳພາ ປັບປຸງແບບແຜນວິທີເຮັດວຽກຖືກຕ້ອງຕາມຫຼັກການ ຂອງພັກ, ສ້າງພະນັກງານໃຫ້ມີຄຸນທາດການ
ເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນພະນັກງານຮຸ່ນສືບທອດທີ່ມີຄຸນນະພາບໃຫ້ແກ່ກອງທັບ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/02/2022