ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ
ເອກອັກຄະລາຊະທູດຝຣັ່ງຄົນໃໝ່ປະຈຳ ສປປ ລາວ


ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບເອກອັກຄະລາຊະທູດຝຣັ່ງຄົນໃໝ່ປະຈຳ ສປປ ລາວ

     ໃນວັນທີ 10 ມັງກອນ 2019 ນີ້, ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ
ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຟລໍຣັງ ຊັງບລັງ ຣິສແລ ເຂົ້າຢ້ຽມຂ່ຳນັບໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລາຊະທູດຄົນໃໝ່ປະຈໍາ ສປປ ລາວ.

     ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານທູດ ທີ່ໄດ້ຮັບແຕ່ງຕັ້ງໃຫ້ມາດໍາລົງຕໍາ
ແໜ່ງເປັນເອກອັກຄະລາຊະທູດຝຣັ່ງ ຄົນໃໝ່ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າທ່ານຈະສືບຕໍ່ເຄື່ອນໄຫວຊຸກຍູ້ໃນການເສີມຂະຫຍາຍສາຍ
ພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງຊາດໃຫ້ນັບມື້ດີຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຝຣັ່ງ.

     ໃນໂອກາດນີ້, ທ່ານ ທູດ ຝຣັ່ງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ ທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງ
ອົບອຸ່ນ, ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ ພ້ອມທັງໃຫ້ການຢືນຢັນວ່າຈະສືບຕໍ່ເສີມ
ຂະຫຍາຍການພົວພັນຮ່ວມມືກັນໃນຕໍ່ໜ້າໃຫ້ດີທີ່ສຸດເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຝຣັ່ງ-ລາວມີບາດກ້າວຂະຫຍາຍຕົວ
ຂຶ້ນເລື້ອຍໆ.