ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມທາງໄກ
ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ຄັ້ງທີ 14


ກອງປະຊຸມທາງໄກລັດຖະມົນຕີ ປ້ອງກັນປະເທດອາຊຽນຄັ້ງທີ 14

     ໃນວັນທີ 9 ທັນວາ 2020, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ
ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ຄັ້ງທີ 14 ( 14th ADMM ) ແບບທາງໄກ ແລະ ບັນດາກອງປະຊຸມປິ່ນ
ອ້ອມອື່ນໆ. ກອງປະຊຸມໃນຄັ້ງນີ້ ແມ່ນດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ໂງ ຊວັນ ລິກ, ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ
ສສ. ຫວຽດນາມ, ມີບັນດາ ທ່ານ ລັດຖະມົນຕີ ປ້ອງກັນປະເທດ ຈາກ 10 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ຜູ້ບັນຊາການທະຫານສູງສຸດ ອາ
ຊຽນ (ACDFM) ຄັ້ງທີ 17 ແລະ ກອງປະຊຸມເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ໂດຍຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະ
ເທດ ອາຊຽນ ແຫ່ງ ສສ. ຫວຽດນາມ.

     ພ້ອມນີ້, ກອງປະຊຸມຍັງໄດ້ຮັບຮອງເອົາບັນດາເອກະສານບົດແນວຄວາມຄິດ ແລະ ເອກະສານມາດຕະຖານການປະຕິບັດງານຈຳນວນ 05 ສະບັບ ຄື:
1) ບົດແນວຄວາມຄິດວ່າດ້ວຍການນໍາໃຊ້ທຸງອາຊຽນຄຽງຄູ່ກັບທຸງຊາດ ທີ່ສຳນັກງານກອງກຳລັງທະຫານຂອງບັນດາປະເທດສະມາຊິກ ອາຊຽນ ທີ່ເຂົ້າ
ຮ່ວມປະຕິ ບັດການຮັກສາສັນຕິພາບສະຫະປະຊາຊາດ; 2) ບົດແນວຄວາມຄິດວ່າດ້ວຍການປັບປຸງການເຊື່ອມໂຍງລະຫວ່າງກອງປະຊຸມ ລັດຖະມົນຕີ ປ້ອງ
ກັນປະເທດ ອາຊຽນ ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ; 3) ບົດແນວຄວາມຄິດວ່າດ້ວຍ ການເສີມຂະຫຍາຍບົດບາດຂອງຫ້ອງການ
ທີ່ປຶກສາທູດປ້ອງ ກັນຊາດລະຫວ່າງບັນດາປະເທດສະມາຊິກ ອາຊຽນ; 4) ມາດຕະຖານການປະຕິບັດງານຂອງກອງກຳລັງກຽມພ້ອມທະຫານອາຊຽນ ໃນ
ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນເທົາທຸກໄພພິບັດ; ແລະ 5) ມາດຕະ ຖານການປະຕິບັດງານວ່າດ້ວຍການແລກປ່ຽນຂໍ້ມູນຂ່າວສານ ເພື່ອການ
ເຝົ້າລະວັງການກໍ່ການຮ້າຍອາຊຽນ.

     ນອກຈາກນັ້ນ, ຍັງໄດ້ຮັບຮອງເອົາແຜນການ 3 ປີ ຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ແຕ່ປີ (2020-2022) ເພື່ອສືບຕໍ່ການຮ່ວມ
ມືດ້ານວຽກງານປ້ອງກັນຊາດ ທີ່ເປັນຮູບປະທຳໃນຊຸມປີຕໍ່ໜ້າ.

     ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີ ປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມກັບບັນດາ ທ່ານ ລັດຖະມົນຕີ
ປ້ອງກັນປະເທດອາຊຽນ ໄດ້ຮ່ວມລົງນາມໃນຖະແຫຼ່ງການຮ່ວມຂອງກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 14 ວ່າດ້ວຍການຮ່ວມມື
ທາງດ້ານວຽກງານປ້ອງກັນຊາດ ເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ.

     ນອກນັ້ນຍັງໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກບໍ່ເປັນທາງການ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນອາເມຣິກາ, ອາຊຽນຈີນ ແລະ ການພົບປະ
ລະຫວ່າງບັນດາ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນກັບຝຣັ່ງ, ອັງກິດ, ການາດາ, ສະຫະພາບເອີຣົບ ແລະ ສະຫະປະຊາຊາດ.

     ຜົນສຳເລັດຂອງກອງປະຊຸມ ຄັ້ງທີ 14 ໄດ້ສະແດງເຖິງຄວາມເອົາໃຈໃສ່ໃນການປະກອບສ່ວນການເສີມຂະຫຍາຍການຮ່ວມມືຂອງບັນດາກອງທັບ
ອາຊຽນ ເພື່ອເສີມສ້າງຄວາມເຂົ້າໃຈ, ຄວາມສາມັກຄີກໍຄືການສ້າງຂີດຄວາມສາມາດເພື່ອເຮັດໃຫ້ ອາຊຽນ ສາມາດຮັບມືກັບໄພຂົ່ມຂູ່ທັງໃນຮູບແບບເກົ່າ
ແລະ ໃໝ່ໄດ້ຢ່າງທັນເວລາ ແລະ ມີປະສິດທິພາບ, ເຊິ່ງເປັນປັດໄຈອັນສຳຄັນໃຫ້ແກ່ການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການ
ພັດທະນາແບບຍືນຍົງຂອງພາກພື້ນ ແລະ ໃນໂລກ.