ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ​ທາງ​ໄກ​ລະຫວ່າງ​ຄະນະ​ກຳມະການ​ຮ່ວມ​ມື​ຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ


     ໃນວັນທີ 6 ພະຈິກ 2020, ທີ່ ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມພົບປະ ທາງໄກລະຫວ່າງຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າ ກົມໃຫຍ່ເສ
ນາທິການ ກອງທັບ, ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ ແລະ ທ່ານ ພົນເອກ ເອິດ
ສາຣັດ ຮອງຜູ້ບັນຊາການທະຫານສູງສຸດ, ຫົວໜ້າ ເສນາທິການຮ່ວມ, ກອງທັບແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານ ຄະນະກໍາມະການ ຮ່ວມມືຮັກ
ສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ກໍາປູເຈຍ-ລາວ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ ແມ່ນເປັນການສ້າງຄວາມຮູ້ຈັກ ແລະ ແນະນໍາ ຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ
ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ທີ່ໄດ້ຮັບການແຕ່ງຕັ້ງຂຶ້ນໃໝ່ ໄດ້ ຮັບຊາບ ແລະ ທັງເປີດໂອກາດໃຫ້ທັງສອງຝ່າຍໄດ້ປຶກສາຫາລືຮ່ວມກັນກ່ຽວກັບການ
ຮ່ວມ ມືຮັກສາຄວາມສະຫງົບຮຽບຮ້ອຍຕາມຂອບເຂດບໍລິເວນຊາຍແດນຂອງສອງປະເທດ.

     ໃນໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ກ່າວວ່າ: ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອ
ຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ມີມາແຕ່ດົນນານໃຫ້ຍືນຍົງຄົງຕົວຕະຫຼອດໄປ, ຂ້າພະເຈົ້າສຸດທີ່ພາກພູມໃຈ ທີ່ລັດຖະບານທັງສອງປະເທດ ໂດຍ
ສະເພາະແມ່ນສອງນາຍົກລັດຖະມົນຕີ: ທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ໄດ້ ເປັນເອກະພາບກັນ ໃຫ້ມີການ
ແຕ່ງຕັ້ງສອງຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ກໍາປູເຈຍ, ກຳປູເຈຍ-ລາວ ຂຶ້ນເພື່ອຮ່ວມກັນປຶກສາຫາ
ລື ແລະ ຊອກວິທີແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ທີ່ເກີດຂຶ້ນຢູ່ຕາມບໍລິເວນຊາຍແດນ ຂອງສອງປະເທດທີ່ຍັງຄົງຄ້າງໃຫ້ສໍາເລັດ
ເພື່ອເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຂອງສອງປະເທດ ກໍຄືໃນຂອບປະຊາຄົມອາ
ຊຽນ ຂອງພວກເຮົາ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ, ພ້ອມກັນນັ້ນ, ຖະແຫຼງການຮ່ວມ
ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ຄັ້ງວັນທີ 12 ກັນຍາ 2019 ທີ່ ພະນົມເປັນ, ສອງທ່ານນາຍົກລັດ
ຖະມົນຕີ ຍັງເຫັນດີຍົກລະດັບການພົວພັນຮ່ວມມືສອງຝ່າຍລະຫວ່າງລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ
ໝັ້ນຄົງຍາວນານ ດ້ວຍຄວາມມຸ້ງມາດປາດຖະໜາທີ່ຈະຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບແບບບ້ານໃກ້ເຮືອນຄຽງ ແລະ ເສີມຂະ
ຫຍາຍ ການຮ່ວມມືໃນຂົງເຂດການເມືອງ-ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ ເພື່ອຜົນປະໂຫຍດລວມຂອງສອງປະເທດ
ແລະ ເປັນຂີດໝາຍໃໝ່ທີ່ສໍາຄັນ ໃນການຮ່ວມມືລະຫວ່າງສອງກອງທັບ ຂອງພວກເຮົາເພື່ອພ້ອມກັນແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ
ບຽບຮຽບຮ້ອຍຕ່າງໆ ທີ່ເກີດຂຶ້ນຢູ່ລຽບຕາມບໍລິເວນຊາຍແດນຂອງສອງປະເທດຢ່າງສັນຕິວິທີ ແລະ ຍັງເປັນການສ້າງຄວາມເຊື່ອໝັ້ນ, ໄວ້ເນື້ອເຊື່ອໃຈ
ເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ.

     ກອງປະຊຸມຍັງໄດ້ສະເໜີຫຼາຍບັນຫາທີ່ທັງສອງຝ່າຍຈະຕ້ອງໄດ້ປະຕິບັດຮ່ວມກັນເປັນຕົ້ນ ແມ່ນປະຕິບັດຕາມຖະແຫຼງການຮ່ວມຂອງສອງ ນາຍົກລັດ
ຖະມົນຕີ ລາວ-ກໍາປູເຈຍ ຄັ້ງວັນທີ 13 ກັນຍາ 2018 ທີ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ ໃຫ້ເປັນຮູບປະທໍາຢ່າງແທ້ຈິງ.