
ວິທະຍາຄານກົມມະດຳ ເປີດກອງປະຊຸມອານຸກຳມະການສອບເສັງລະດັບຊາດ

    ພົນຕີ ປະສິດ ທ່ຽງທຳ ເປັນປະທານກອງປະຊຸມອານຸກຳມະການສອບເສັງລະດັບຊາດຄັ້ງທີ 1 ຢູ່ວິທະຍາຄານກົມມະດຳ
     ໃນວັນທີ 6 ມິຖຸນາ 2019 ນີ້, ວິທະຍາຄານກົມມະດຳ ໄດ້ຈັດຕັ້ງເປີດກອງປະຊຸມອານຸກຳມະການສອບເສັງລະດັບຊາດ ຄັ້ງທີ 1  ຂຶ້ນ, ພາຍໃຕ້ການເປັນປະທານຂອງ
    ສະຫາຍ  ພົນຕີ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງ,  ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ  ບຸນຈັນ ລາດສະວົງ ກຳມະການຄະ
    ນະພັກກະຊວງ,  ຫົວໜ້າການທະຫານວິທະຍາຄານກົມມະດຳ, ບັນດາຄະນະກົມໃຫຍ່, ກົມນ້ອຍ, ກົມວິຊາສະເພາະອ້ອມຂ້າງຂອງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະ
    ນະພັກ-ຄະນະອຳນວຍການ ແລະ ຄະນະວິຊາຄູວິທະຍາຄານກົມມະດຳເຂົ້າຮ່ວມ.
     ສະຫາຍ ພັນເອກ ສັງມະນີ ຈິດລະວົງ ຮອງອຳນວຍການ, ຫົວໜ້າຫ້ອງການອົບຮົມກໍ່ສ້າງ ວກ ໄດ້ຜ່ານບົດລາຍງານການເຄື່ອນໄຫວສອບເສັງຈົບຊັ້ນໃຫ້ນັກສຶກ
    ສາ 3 ລະບົບຄື: ນັກຮຽນກໍ່ສ້າງປະລິນຍາຕີ ຊຸດທີ 14 ຈຳນວນ 10 ເຫຼົ່າຮົບ, ສ້າງຄູການທະຫານ ຊຸດທີ 7, ກໍ່ສ້າງນາຍສິບ 5 ເຫຼົ່າຮົບ ຊຸດທີ 24, ວິຊາສະເພາະແຜນ  ທີ່
    ຊຸດທີ 13, ກໍ່ສ້າງສາຍນຳພາ-ບັນຊາລະບົບ 10 ເດືອນ ແລະ ລະບົບ 6 ເດືອນ ໂຄງການຫຼັກສູດການຮຽນ-ການສອນຂອງນັກຮຽນກໍ່ສ້າງມະຫາວິທະຍາໄລລະບົບ 4 ປີ.
    ໃນກອງປະຊຸມຍັງໄດ້ອ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1040/ກສນ ລົງວັນທີ 8 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງປະທານຄະນະປະ
    ທານ ແລະ ຫົວໜ້າກຳມະການສອບເສັງຈົບຊັ້ນນັກຮຽນກໍ່ ສ້າງ 4 ປີ ຊຸດທີ 14 ຈຳນວນ 10 ເຫຼົ່າຮົບວິຊາສະເພາະ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
    ວ່າດ້ວຍການປິດຊຸດຮຽນສຳລັບນັກ ຮຽນກໍ່ສ້າງມະຫາວິທະຍາໄລລະບົບ 4 ປີ 3 ເປົ້າໝາຍຄື: ສ້າງຄູການທະຫານກໍ່ສ້າງໄລຍະສັ້ນລະບົບ 1 ປີ ແລະ 5 ເຫຼົ່າຮົບຢູ່ ວກ ສົກ
    ປີ  2018-2019. ຜູ້ເຂົົ້າຮ່ວມກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືເຖິງບັນດາເນື້ອໃນຄຳຖາມ, ຄຳຕອບ, ຫົວບົດສອບເສັງ ແລະ ມາດຕະຖານຂອງນັກສຶກສາມະ
    ຫາວິທະຍາໄລ 4 ປີ ແລະ ສ້າງຄູການທະຫານ ຊຸດທີ 5, ກໍ່ສ້າງນາຍສິບ 5 ເຫຼົ່າຮົບ ຊຸດທີ 25, ແຜນທີ່ ຊຸດທີ 13 ເຂົ້າສອບເສັງຈົບຊັ້ນລະດັບຊາດສົກຮຽນ  2018-2019.