ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາໂຄງການກໍ່ສ້າງ ອະນຸສອນສະຖານພູກູດຈອມເຫຼັກ ວີລະຊົນ ທີ່ແຂວງຊຽງຂວາງ


ພິທີເຊັນສັນຍາໂຄງການກໍ່ສ້າງອະນຸສອນສະຖານພູກູດຈອມເຫຼັກວີລະຊົນ

     ພິທີເຊັນສັນຍາໂຄງການກໍ່ສ້າງອະນຸສອນສະຖານ ພູກູດຈອມເຫຼັກ ວີລະຊົນ ທີ່ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ 2022 ນີ້, ຢູ່ທີ່
ກົມວິທະຍາສາດ-ປະຫວັດສາດ ການທະຫານ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ໃນນາມເຈົ້າຂອງໂຄງການ, ສະຫາຍ
ສົມພັດ ສຸພັດທອນ ປະທານບໍລິສັດສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນຈໍາກັດ SCS ຜູ້ຮັບເໝົາໂຄງການກໍ່ສ້າງ, ມີຄະນະນໍາຫ້ອງວ່າການ
ກະຊວງ, ບັນດາກົມທີ່ກ່ຽວຂ້ອງຕະຫຼອດຮອດພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ.

     ສະຫາຍ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນຈໍາກັດ SCS ໄດ້ກ່າວວ່າ: ໂຄງການກໍ່ສ້າງອະນຸສອນ
ສະຖານພູກູດຈອມເຫຼັກວີລະຊົນ ປະກອບມີ 12 ວຽກໃຫຍ່ຄື: ການກະກຽມກໍ່ສ້າງປຸກແຄ້ມ ແລະ ສາງເກັບມ້ຽນວັດຖຸ, ເພື່ອບັນຈຸພະນັກງານ, ວິຊາການ
ແລະ ກໍາມະກອນ, ເກັບກູ້ລະເບີດໃນຂອບເຂດພື້ນທີ່ການກໍ່ສ້າງ, ກໍ່ສ້າງແທ່ນອະນຸສອນສະຖານ ຂະໜາດ 5x5 ແມັດ ແລະ ຮູບຫຼໍ່ທອງເຫຼືອງຈໍານວນ 3
ທ່ານ, ຂະໜາດສູງ 1,80 ແມັດ, ກໍ່ສ້າງຮູບນູນຂະໜາດກວ້າງ 2,50 ແມັດ, ຍາວ 11 ແມັດ ໃສ່ຕີນພູບ່ອນຍ່າງຂຶ້ນພູກູດ, ສ້າງຫ້ອງນໍ້າສາທາລະນະຂະ
ໜາດ 3x3 ແມັດ, ກໍ່ສ້າງຫໍຊົມວິວ 2 ຈຸດຄື: ຢູ່ລຸ່ມແທ່ນອະນຸສາວະລີ 1 ຫຼັງ ແລະ ເທິງຈອມພູກູດ 1 ຫຼັງຂະໜາດກວ້າງ 4x5 ແມັດ ມຸງດ້ວຍກະເບື້ອງ,
ກໍ່ສ້າງທາງຍ່າງປູດ້ວຍເບຕົງໄປຫາຂຸມຄອງ ແລະ ຂຸມລົບໄພກວ້າງ 1,20 ແມັດ, ຍາວປະມານ 500 ແມັດ, ຮ່ອງຮອຍຂຸມຄອງເກົ່າ ກວ້າງ 1 ແມັດ, ເລິກ
1,20 ແມັດ, ຍາວ 8 ແມັດ, ກໍ່ສ້າງເດີ່ນຈອດລົດເປັນເບຕົງເສີມເຫຼັກໜາ 15 ຊັງຕີແມັດ ກວ້າງ 10x20 ແມັດ, ປູກຕົ້ນໝາກຄາຍປະດັບຕາມແຄມທາງ
ຂຶ້ນ ແລະ ແກະສະຫຼັກ ຕົບແຕ່ງປາກຖໍ້າ 2 ຈຸດ ແລະ ເຈາະທະລຸແຕ່ປາກຖໍ້າທີ 1 ຫາ ປາກຖໍ້າທີ 2, ຂຸດຂຸມຄອງເທເບຕົງຈໍາລອງຕາມ ລາຍຊື່ນັກຮົບພູກູດ
ໃສ່ປ້າຍຫີນອ່ອນເປັນໂຕໜັງສືສີຄໍາ, ລວມມູນຄ່າການກໍ່ສ້າງທັງໝົດ 4.599 ລ້ານກວ່າກີບ, ໂດຍແມ່ນ ບໍລິສັດຜູ້ຮັບເໝົາກໍ່ສ້າງຈະໄດ້ລົງທຶນກ່ອນ ສ່ວນ
ການຊຳລະເງິນແມ່ນ ໄດ້ແບ່ງເປັນງວດ ແລະ ອີງໃສ່ ງົບປະມານທີ່ຂັ້ນເທິງອະນຸມັດໃຫ້.

     ຕາມບົດສັນຍາໂຄງການດັ່ງກ່າວ ຈະໃຊ້ເວລາໃນການກໍ່ສ້າງທັງໝົດ 18 ເດືອນ ເຊິ່ງເລີ່ມແຕ່ ວັນທີ 2 ພຶດສະພາ 2022-2 ພະຈິກ 2023, ຝ່າຍຜູ້
ຮັບເໝົາ ໂຄງການຈະບໍ່ມີສິດຂາຍໂຄງການໃຫ້ຜູ້ອື່ນເດັດຂາດ, ຕ້ອງນໍາໃຊ້ວັດຖຸໃນການກໍ່ສ້າງໃຫ້ຖືກຕ້ອງຕາມຂໍ້ກຳນົດ, ທຳການກວດສອບທົດລອງວັດ
ຖຸ ເພື່ອຮັບປະກັນຄຸນນະພາບ-ເຕັກນິກຂອງໂຄງການ, ຕ້ອງຄໍ້າປະກັນໂຄງການນັບແຕ່ມື້ລົງລາຍເຊັນມອບ-ຮັບຊົ່ວຄາວເປັນເວລາ 12 ເດືອນ ແລະ ຫັກເງິນ
ຄ້ຳປະກັນ 10%, ຝ່າຍເຈົ້າຂອງໂຄງການຈະແຕ່ງຕັ້ງພະນັກງານວິຊາການ-ເຕັກນິກ ປະຈຳພາກສະໜາມກໍ່ສ້າງຢ່າງເປັນປົກກະຕິ, ຕິດຕາມກວດກາໂຄງການ,
ເຕັກນິກຄຸນນະພາບ ແລະ ຍີ່ຫໍ້ຂອງວັດຖຸໃຫ້ຖືກຕ້ອງຕາມມາດຖານທີ່ໄດ້ກຳນົດໄວ້, ສ່ວນທາງດ້ານກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາ ທິການ
ກອງທັບ ມີບູລິມະສິດໃນການກວດກາກິດຈະການ, ເຮັດໜ້າທີ່ເປັນທີ່ປຶກສາດ້ານຫຼັກການ, ເຕັກນິກການກໍ່ສ້າງ ແລະ ພິຈາລະນາອະນຸມັດການສະເໜີລາຍ
ງານຄວາມຄືບໜ້າຂອງໂຄງການ, ຖ້າຫາກຝ່າຍໃດຝ່າຍໜຶ່ງບໍ່ປະຕິບັດຕາມສັນຍາສະບັບນີ້ຄູ່ສັນຍາຈະປັບໄໝຕາມກົດໝາຍຂອງ ສປປ ລາວ.

     ໂອກາດນີ້, ກໍໄດ້ລົງນາມເຊັນສັນຍາເຊິ່ງກັນ ແລະ ກັນລະຫວ່າງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ
ໃນນາມເຈົ້າຂອງໂຄງການ ແລະ ສະຫາຍ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນຈໍາກັດ SCS ໃນນາມຜູ້
ຮັບເໝົາໂຄງການກໍ່ສ້າງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/05/2022