ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເນັ້ນ​ໃຫ້​ກຳລັງ ປກຊ - ປກສ
ແຂວງອັດ​ຕະປື ສຸມ​ໃສ່​ວຽກງານ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນໂອກາດລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນຳການຫ້າງຫາກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ແຂວງ ອັດ
ຕະປື ໃນລະຫວ່າງວັນທີ 7-8 ກຸມພາ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງກຳລັງປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ແຂວງ ອັດຕະປື ໂດຍ ສະຫາຍ ໄດ້ ຊີ້ນຳໃຫ້ 2 ກຳລັງດັ່ງກ່າວສຸມໃສ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຈັດຕັ້ງກຳລັງປະຈຳ
ຢູ່ແຕ່ລະຈຸດບ່ອນເລືອກຕັ້ງ ແນໃສ່ຮັບປະກັນຂອບເຂດຮັບຜິດຊອບ, ແຕ່ລະໜ່ວຍເລືອກຕັ້ງໃຫ້ມີຄວາມສະຫງົບປອດໄພ 100%.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງເນັ້ນໃຫ້ການນຳຂອງແຂວງ ແລະ ຄະນະພັກ-ຄະນະບັນຊາໃນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບ ແຂວງ ອັດຕະປື ຈົ່ງພ້ອມກັນເສີມຂະຫຍາຍທາດແທ້ມູນເຊື້ອ ວີລະຊົນຂອງກຳລັງປະກອບອາວຸດປະຊາຊົນ ເພື່ອເປັນບົດຮຽນ ແລະ ເປັນບ່ອນອີງໃນ
ການໝູນໃຊ້ເຂົ້າ ໃນໜ້າທີ່ການເມືອງຂອງຕົນ. ຢາກເຮັດໄດ້ຄືແນວນັ້ນ ຄະນະພັກ-ຄະນະບັນຊາທຸກຂັ້ນຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-
ນຳພາແນວຄິດຢ່າງເປັນປົກກະຕິເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຖືເອົາວຽກງານ ປກຊ- ປກສ
ທົ່ວປວງຊົນຮອບດ້ານເປັນໜ້າທີ່ ຂອງໝົດທຸກຄົນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງໃນແຕ່ລະຂັ້ນຕ້ອງ
ເປັນເສນາທິການໃຫ້ ຄະນະພັກຂັ້ນເທິງໃນການເຄື່ອນໄຫວຕົວຈິງ, ຮັບປະກັນເຮັດໃຫ້ຂອບເຂດຄວາມຮັບຜິດຊອບຂອງຕົນມີຄວາມສະຫງົບປອດໄພ
100%, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອທັງທາງເລິກ ແລະ ທາງກວ້າງ, ຊອກໃຫ້ເຫັນບັນຫາຂໍ້ຄົງຄ້າງອັດຕັນທ່ວງດຶງຕໍ່ກັບ
ການພັດທະນາເສດຖະກິດ-ສັງຄົມ ແລະ ບັນດາກົມກອງທ້ອງຖິ່ນຂອງຕົນ ແລ້ວຮີບຮ້ອນພ້ອມກັນແກ້ໄຂໃຫ້ທັນກັບເວລາ ໂດຍສະເພາະແມ່ນບັນຫາຢູ່
ຕາມຊາຍແດນໃຫ້ມີຄວາມສະຫງົບໂດຍພື້ນຖານ, ກຳໃຫ້ໄດ້ສະພາບໜໍ່ແໜງປາກົດການຫຍໍ້ທໍ້ຕ່າງໆ ແລ້ວແກ້ໄຂໃຫ້ຂາດຕົວ, ຕໍ່ຂົງເຂດວຽກງານນະ
ໂຍບາຍກໍຕ້ອງປະຕິບັດໃຫ້ຖືກຕ້ອງເຖິງຖອງ, ນີ້ແມ່ນກົດເກນວິທະຍາສາດ ໃນເມື່ອຮອດອາຍຸກະສຽນກໍຕ້ອງໄດ້ຮັບນະໂຍບາຍພັກຜ່ອນຮັບເບ້ຍບຳນານ,
ໄປຄຽງຄູ່ກັບການສ້າງພະນັກງານສືບທອດປ່ຽນແທນຫັນເປັນໜຸ່ມແຕ່ບົນພື້ນຖານ ຕ້ອງມີອັດຕາສ່ວນ 3 ແກ່, 5 ກາງ, 4 ໜຸ່ມ, ນີ້ແມ່ນຫຼັກການໃນການ
ສ້າງພະນັກງານ 3 ຮຸ່ນຂອງພັກເຮົາໃນໄລຍະໃໝ່, ຖືເອົາວຽກງານອົບຮົມ-ຫັດແອບເປັນສໍາຄັນຍູ້ແຮງການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນ
ຄວາມສະຫງົບດີ; ເພື່ອກະກຽມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນເຂດເລືອກຕັ້ງ ທີ
17 ແຂວງ ອັດຕະປື ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງເປັນການກະຕຸກຊຸກຍູ້ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ
ເຂັ້ມແຂງ.