ປະກາດບົ່ງຕົວແຕ່ງຕັ້ງປ່ຽນແທນ ກຳມະການຄະນະພັກ ກອງພັນໃຫຍ່ 605
ວັນທີ 6 ມັງກອນ ນີ້, ຢູ່ ທີ່ກອງພັນໃຫຍ່ 605 ໄດ້ມີພິທີປະກາດບົ່ງຕົວແຕ່ງຕັ້ງປ່ຽນແທນ ກຳມະການຄະນະພັກ ກອງພັນໃຫຍ່ 605 ໂດຍການເຂົ້າ
ຮ່ວມ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ,
ມີ ສະຫາຍ ພັນເອກ ຈັນທາ ບຸນນະວົງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ຈັນສະໝອນ ເພັດສະໝອນ ຮອງຫົວ
ໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການ ກອງທັບ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຈັນທາ ບຸນນະວົງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ສະບັບເລກທີ 5803/ຄພກປທ ລົງວັນທີ 24
ທັນວາ 2021. ຄະນະພັກກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ບຸນທົງ ກັນຍາວົງ ຫົວໜ້າພະແນກເຕັກນິກເປັນກຳມະການຄະ
ນະພັກ ກອງພັນໃຫຍ່ 605 ປ່ຽນແທນ ສະຫາຍ ພັນໂທ ລອນທອງ ສິງລືໄຊ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່.
ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ໄດ້ໂອລົມຕໍ່ຜູ້ທີ່ຖືກບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກໃໝ່ ແລະ ບັນດາສະຫາຍໃນ
ຄະນະພັກ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ທີ່ຮັບມອບໝາຍ, ສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ
ມີແນວຄິດການເມືອງໜັກແໜ້ນ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ປັບປຸງແບບແຜນວິທີການ
ເຮັດວຽກໃຫ້ທັນສະໄໝ, ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ມີຄວາມເປັນເອກກະພາບໃນການ
ປະຕິບັດວຽກງານ ເພື່ອນຳພາກົມກອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/01/2022