ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບປໍ້າເບີກຈ່າຍນໍ້າມັນເຊື້ອໄຟ


ພິທີມອບ-ຮັບປໍ້າເບີກຈ່າຍນໍ້າມັນເຊື້ອໄຟລະຫວ່າງກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບແລະກອງບັນຊາການທະຫານອາກາດ

     ໃນວັນທີ 4 ທັນວາ 2020 ນີ້, ໄດ້ຈັດພິທີມອບ-ຮັບ ປໍ້າເບີກຈ່າຍນໍ້າມັນເຊື້ອໄຟລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ແລະ
ກອງບັນຊາການທະຫານອາກາດໂດຍການເຂົ້າຮ່ວມເປັນປະທານ ສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ຄະນະພັກອົງການ ກົມໃຫຍ່ພະລາທິການ
ກອງທັບ ຫົວໜ້າ ກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຮອງເລຂາ ຄະນະພັກ ຜູ້ບັນຊາ
ການທະຫານອາກາດ, ມີຄະນະບັນຊາພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ເພືີ່ອປະຕິບັດຕາມທິດທາງໃນການກໍ່ສ້າງຂະແໜງນໍ້າມັນເຊື້ອໄຟໃຫ້ມີຄວາມກ້າວໜ້າເຂັ້ມແຂງ ແລະ ທັນສະໄໝໃນການຄຸ້ມຄອງປົກປັກຮັກສານໍ້າ
ມັນເຊື້ອໄຟຂອງກົມກອງ ສະເພາະແມ່ນຫົວປໍ້າເບີກຈ່າຍ, ຖັງບັນຈຸ ແລະ ອຸປະກອນອື່ນໆທີ່ປະກອບໃນໂຄງການກໍ່ສ້າງ, ເຊິ່ງລວມມູນຄ່າທັງໝົດ
282.867.000 ກີບ, ປໍ້າເບີກຈ່າຍນໍ້າມັນແຫ່ງນີ້ ,ບັນຈຸນໍ້າມັນໄດ້ 2 ຊະນິດ ບໍລິ ມາດບັນຈຸທັງໝົດ 50.000 ລິດ, ບັນຈຸນໍ້າມັນແອັດຊັງໄດ້ 25.000
ລິດ ແລະ ບັນຈຸນໍ້າມັນ ກະຊວນໄດ້ 25.000 ລິດ ແລະ ປະກອບດ້ວຍຫົວຈ່າຍຄວາມໄວສູງ ແລະ ທັນສະໄໝ, ໂຄງການດັ່ງກ່າວແມ່ນກົມນໍ້າມັນເຊື້ອໄຟ
ໄດ້ສະໜອງງົບປະມານ ແລະ ທັງເປັນຜູ້ຮັບເໝົາກໍ່ສ້າງ, ກໍານົດເວລາກໍ່ສ້າງ 60 ວັນ ເລີ່ມແຕ່ວັນທີ 30/09/2020 ເຖິງ ວັນທີ 30/10/2020 ແຕ່ຍ້ອນ
ຄວາມເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບຂອງວິຊາການຈິ່ງເຮັດໃຫ້ໂຄງການກໍ່ສ້າງສໍາເລັດກ່ອນກໍານົດເວລາຕາມແຜນການວາງໄວ້.

     ທັງສອງຝ່າຍຍັງໄດ້ລົງນາມເຊັນສັນຍາມອບ-ຮັບ ປໍ້າເບີກຈ່າຍນໍ້າມັນເຊື້ອໄຟຂອງ ກອງບັນຊາການທະຫານອາກາດຢ່າງເປັນທາງການ ໂດຍສະຫາຍ
ພົນຈັດຕະວາ ສົມໃຈ ເພັດທະວົງສີ ຄະນະພັກອົງການ ກົມໃຫຍ່ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ແລະ ສະຫາຍ ພັນເອກ ທອງ
ພັນ ບຸນສະຫວັດ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານອາກາດ ແລະ ເລີ່ມຕົ້ນຈ່າຍນໍ້າມັນເຊື້ອໄຟແຕ່ມື້ມອບ-ຮັບເປັນຕົ້ນໄປ.